ຈີນ​ປະ​ທ້ວງ​ຢ່າງຮຸນ​ແຮງ​​ຕໍ່​ອາ​ເມ​ລິ​ກາ​ທີ່​ປະກາດ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ

(GMT+08:00) 2011-09-22 17:42:18     cri
ໂດຍ​ແນ​ໃສ່​ຂ່າວ​ທີ່​ວ່າ ອາ​ເມ​ລິ​ກາ​​ໄດ້​ປະກາດ​ແຜນການ​ຂາຍ​ອາວຸດ​ທີ່​ມີ​ມູນ​ຄ່າ 5 ຕື້ 852 ລ້ານ​ໂດ​ລາ​ໃຫ້​ໄຕ້​ຫວັນ​ຄື ປັບປຸງ​ຍົນສູ້​ຮົບ F16A/B, ຂາຍ​ເຄື່ອງ​ອາ​ໄຫຼ່​ແລະ​ຊີ້ນ​ສ່ວນ​ຂອງ​ເຄື່ອງ​ບິນ​ທີ່​ໃຊ້​ທາງ​ການ​ທະຫານ​ແລະ​ສະໜອງ​ໂຄງການ​ຝຶກອົບ​ຮົມ​ທີ່​ກ່ຽວຂ້ອງ​ໃຫ້​ໄຕ້​ຫວັນ, ຈີນ​ໄດ້​ສະ​ແດງ​ຄວາມ​ປະ​ທ້ວງ​ຢ່າງ​ຮຸນແຮງ, ​ແລະ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ຢຸດຕິ​ການ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ​ແລະ​ຕັດ​ການ​ພົວພັນທາງ​ການ​ທະຫານ​ກັບ​​ໄຕ້​ຫວັນ​​ໂດຍ​ທັນທີ.

ວັນ​ທີ 21 ກັນຍາ​ນີ້ ທ່ານ​ຈ່າງ​ຈື້ຈູ່ນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຮຽກ​​ທ່ານ​ແກຣີ ຟາ​ເຢ ລັອກ, ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ຈີນ​​ເຂົ້າພົບ​ແບບ​ສຸກ​​ເສີນ. ທ່ານ​ຈ່າງ​ຈື້ຈູ່ນຊີ້​ອອກ​ວ່າ, ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ໄດ້​ຝ່າຝືນ​ຫຼັກການ​ຂອງ​ປະກາດ​ແຈ້ງ​ການ​ຮ່ວມຈີນ​ອາ​ເມ​ລິ​ກາ 3 ສະບັບ​ໂດຍ​ສະ​ເພາະ​ແມ່ນ​ປະກາດ​ແຈ້ງ​ການ​ທີ 17 ກັນຍາ​ຢ່າງ​ໜັກໜ່ວງ, ​ເປັນ​ການ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮຸນ​ແຮງ, ​ເປັນ​ໄພ​ຂົ່ມຂູ່​ຕໍ່ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ຈີນ​ຢ່າງ​ໜັກໜ່ວງ, ທັງ​ໄດ້​ທຳລາຍ​ພາລະກິດ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການ​ທ້ອນ​ໂຮມ​ທົ່ວ​ປະ​ເທດ​ໂດຍ​ສັນຕິ​ຂອງ​ຈີນ​ແລະ​ທຳລາຍ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ. ຈີນ​ສະ​ແດງ​ຄວາມ​ຄຽດ​ແຄ້ນ​ທີ່​ສຸດ​ແລະ​ຄັດຄ້ານ​ຢ່າງ​ເດັດ​ຂາດ.

ວັນ​ທີ 22 ກັນຍາ​ນີ້ ທ່ານ​ເກີ​ງຢ້ຽນ​ເຊິ່ງ, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ກ່າວ​ວ່າ, ກອງທັບ​ຈີນ​ມີ​ຫຼັກ​ໝັ້ນຢ່າງ​ເດັດ​ດ່ຽວ​ແລະ​ຈະ​ແຈ້ງ​ໃນ​ບັນຫາ​ປົກ​ປັກ​ຮັກສາ​ອະທິປະ​​ໄຕ​ແຫ່ງ​ຊາດ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​. ການ​ກະທຳທີ່​ຜິດພາດ​ຂອງ​ອາ​ເມ​ລິ​ກາ​ໃນ​ບັນຫາ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນນັ້ນຈະ​ກະທົບກະ​ເທືອ​ນ​ເຖິງ​ການ​ພົວພັນ​ລະຫວ່າງ​ສອງ​ກອງທັບຈີນ​ອາ​ເມ​ລິ​ກາ​ເຊິ່ງ​ແມ່ນ​ເລື່ອງ​ທີ່​ຫຼີກ​ລ້ຽງ​ບໍ່​ໄດ້.

ມື້​ດຽວ​ກັນ, ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ລັດຖະບານ​ຈີນ​ຊີ້​ອອກ​ວ່າ, ​ແຜ່ນດິນ​ໃຫຍ່​ຫວັງ​ຢາກ​ໃຫ້​ໄຕ້​ຫວັນ​ຈົ່ງ​ຮັບຮູ້​ສະຖານະ​ການ​ຢ່າງ​​ແທ້​ຈິງ, ຢ່າ​ກໍ່​ໃຫ້​ເກີດ​ມີ​ການ​​ເປັນ​ປໍ​ລະ​ປັກ​ກັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ, ຢ່າ​​​ທຳລາຍ​ສະຖຽນ​ລະ​ພາບ​ຂອງ​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ, ​ແລະ​ຢ່າສ້າງ​ໃຫ້​ມີ​ການກະທົບກະ​ເທືອນ​ເຖິງການ​ຂະຫຍາຍການ​ພົວພັນ​ສອງ​ຝັ່ງ​ໂດຍ​ສັນຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ