ຜົນ​ສຳ​ເລັດ​ຂອງ​ຮູບ​ການ​ໃໝ່​ໃນ​ການ​ກະ​ຈາຍ​ສຽງ​ແລະ​ພາບ​ສາ​ກົນ​ຂອງ​CRI

(GMT+08:00) 2011-09-22 18:13:23     cri
ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​​ແຫ່ງ​ສປປ​ລາວ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື​CRI​​ໃນ​ວັນ​ທີ​21​ກັນ​ຍາ​ນີ້​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ລະ​ລຶກ​ການ​ອອກ​ອາ​ກາດ​ຂອງ​CRI FM 93 Mhz​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ຄົບ​ຮອບ​5​ປີ​ແລະ​ຂຽນ​ຄຳ​ອວຍ​ພອນ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ​70​ປີ.​ນີ້​ເປັນ​ເຫດ​ການ​ທີ່​ມີ​ໜ້ອຍ​ທີ່​ສຸດ​ທີ່​ປະ​ມຸກ​ລັດ​ຕ່າງປະ​ເທດ​ໄດ້​ຢ້ຽມ​ຢາມ​ສຳ​ນັກ​ງານ​ສື່​ມວນ​ຊົນ​ແຫ່ງ​ໜຶ່ງ​ແລະ​ຮ່ວມ​ກັນ​ສະ​ເຫຼີມ​ສະ​ຫຼອງ​ວັນ​ລະ​ລຶກ​ການ​ອອກ​ອາ​ກາດ​ຂອງ​ສາ​ຂາ​ວິ​ທະ​ຍຸຂ​ອງ​ສື່​ມວນ​ຊົນ​ນີ້.​ຊຶ່ງ​ຖື​ວ່າ​ເປັນ​ກຽດ​ພິ​ເສດ​ສຳ​ລັບ CRI​ ໃນ​ນາມ​ເປັນ​ສື່​ມວນ​ຊົນ​ແລະ​ກໍ່​ໄດ້​ພິສູດ​ໃຫ້​ເຫັນ​​ເຖິງ​ຜົນ​ສຳ​ເລັດ​ຂອງ​ຮູບ​ການ​ໃໝ່​ຂອງ​CRI​​ໃນ​ການ​ກະ​ຈາຍ​ສຽງ​ແລະ​ພາບ​ສາ​ກົນ​ຊຶ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ເຜີຍ​ແຜ່​ມິດ​ຕະ​ພາບ,​ຊຸກ​ຍູ້​ການ​ແລກ​ປ່ຽນ​ຊຶ່ງ​ກັນ​ແລະ​ກັນ.

​ຫວນຄືນ5​ປີ​ກ່ອນໜ້າ​ນີ້,​ໃນ​ເວລາCRI FM 93 Mhz​ເລີ່​ມອອກ​ອາກາດ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ,​ທ່ານ​ຫູ​ຈິນ​ທ່າວ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ຈູມ​ມາລີ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ​ໄດ້​ຮ່ວມ​ກັນ​ກົດ​ປຸ່ມ​ການ​ເລີ່ມ​ອອກ​ອາ​ກາດ,​ນັ້ນ​ກໍ່​ເປັນ​ເຫດ​ການ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ການ​ກະ​ຈາຍ​ສຽງ​ສາ​ກົນ.​ໃນ​ເວລາ​ຕ້ອນ​ຮັບ​ການ​ເຂົ້າ​ສຳ​ພາດ​ຂອງ​ນັກ​ຂ່າວ​CRI​ໃນ​ປີ​2009,​ທ່ານ​ປະ​ທານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ​ໄດ້​ກ່າວ​ວ່າ,​ລາຍ​ການ​CRI​ໄດ້​ໃຫ້ຂ່າວ​ຄາວ​ຂໍ້​ມູນ​ທີ່​ວ່ອງ​ໄວ​ໜ້າ​ເຊື່ອ​ຖື,​ໃຫ້​ສາ​ລະ​ຄວາມ​ຮູ້​ອັນ​ເປັນ​ຜົນ​ປະ​ໂຫຍດ​ແກ່​ຜູ່​ຟັງ​ລາວ,​ລັດ​ຖະ​ບານ​ລາວ​ຖື CRI ​ເປັນ​ອົງ​ປະ​ກອບ​ຂອງ​ສື່​ມວນ​ຊົນ​ໃນ​ສັງ​ຄົມ​ລາວ.​ໃນ​ເວ​ລາ​ຢ້ຽມ​ຢາມ CRI​ໃນ​ວັນ​ທີ​21​ກັນ​ຍາ​ນີ້,​ທ່ານ​ປະ​ທານ​ຈູມ​ມາ​ລີ​ໄຊ​ຍະ​ສອນ​ໄດ້​ກ່າວ​ຄຳ​ປາ​ໃສ​ໂດຍ​ຊີ້​ອອກ​ວ່າ,​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ CRI​ໄດ້​ເຮັດ​ວຽກ​ຢ່າງ​ຫ້າວ​ຫັນ​ໃນ​ການ​ໂຄ​ສະ​ນາ​ພາບ​ພົດ​ອັນ​ດີ​ງາມ​ຂອງ​ຈີນ​ແລະ​ກິດ​ຈະ​ກຳ​ຕ່າງໆ​ກ່ຽວ​ກັບ​ການ​ພົວ​ພັນ​ຮ່ວມ​ມື​ລາວ​-​ຈີນ​ໃຫ້​ປະ​ຊາ​ຊົນ​ລາວ​ກໍ່​ຄື​ຊາວ​ໂລກ​ຮູ້.​CRI​ໄດ້​ເຮັດ​ໜ້າ​ທີ່​ອັນ​ສຳ​ຄັນ​ໃນ​ການ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ,​ເສີມ​ສ້າງ​ມິດ​ຕະ​ພາບ​ແລະ​ສັນ​ຕິ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ປະ​ຊາ​ຊາດ​ຕ່າງໆ.

ຄຳ​ຍ້ອງຍໍ​CRIຂອງ​ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນບໍ່​ພຽງ​ແຕ່​ໄດ້​ສະ​ແດງ​​ໃຫ້​ເຫັນ​ວ່າ​ໃນ​ສາຍຕາ​ຂອງ​ທ່ານ​ສື່​ມວນ​ຊົນ​ຂອງ​ຈີນ​​ແມ່ນ​ຕ່າງ​ກັນ​ກັບ​ບາງ​ສື່​ມວນ​ຊົນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ແລະ​ກໍ່​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ​ສື່​ມວນ​ຊົນ​ຈີນ​ໄດ້​ບຸກ​ເບີກ​ຮູບ​ແບບ​ໃໝ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ການ​ກະ​ຈາຍ​ສຽງ​ແລະ​ພາບ​ຕໍ່​ສາ​ກົນ,​ໄດ້​ປະ​ຕິ​ບັດ​ແນວ​ຄິດ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ຄື​ ​ການ​ກ້າວ​ໄປ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ,​ຊຸກ​ຍູ້​ການ​ກໍ່​ສ້າງ​ໂລກ​ທີ່​ກົມ​ກຽວ​ກັນ.

ຕາມທຳ​ມະ​ດາ​,​ເມື່ອມີ​ສື່​ມວນ​ຊົນ​ຕ່າງປະ​ເທດ ໂດຍ​ສະ​ເພາະ​ແມ່ນສື່​ມວນ​ຊົນ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ​ເຂົ້າ​ສູ່​ປະ​ເທດ​ໃດ​ໜຶ່ງ​ແລ້ວ,​ ມັກ​ໃຊ້​ວິ​ທີ​ລາຍ​ງານ​ຂ່າວ​ທີ່​ເປີດ​ເຜີຍ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຈົນ​ວ່າ​ໃຊ້​ຮູບ​ການ​ເສກ​ສັນ​ຍຸ​ຍົງ​ເຫດ​ການ​ຫຍໍ້​ທໍ້,​ທຳ​ລາຍ​ໂສມ​ໜ້າ​ຂອງ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ,​ແລະ​ເອົາ​ທັດ​ສະ​ນະ​ຄ່າ​ນິ​ຍົມ​ຂອງ​ຕົນ​ເຜີຍ​ແຜ່​ຕໍ່​ປະ​ຊາ​ຊົນ​ປະ​ເທດ​ນັ້ນ,​ເຮັດ​ໃຫ້​ຜູ່​ຟັງ​ຜູ່​ເບິ່ງ​ຍາກ​ທີ່​ຈະ​ຮູ້​ສຶກ​ເປັນ​ມິດ.

ແຕ່ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ວິທະຍຸCRIກັບ​​ສື່​ມວນ​ຊົນ​ຕາ​ເວັນ​ຕົກ​ແມ່ນ,​ຈຸດ​ປະ​ສົງ​ຂອງ​CRI​ແມ່ນ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ,​ຕອບ​ສະ​ໜອງ​ການ​ບໍ​ລິ​ການ​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ,​ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ລະ​ຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ.​5ປີ​ມາ​ນີ້,​CRI​ໄດ້​ສະ​ໜອງ​ການ​ບໍ​ລິ​ການ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ແກ່​ຜູ່​ຟັງ​ລາວ​ທີ່​ພວມ​ດຳ​ເນີນ ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ໃນ​ການ​ພັດ​ທະ​ນາ​ປະ​ເທດ,​ລາຍ​ງານ​ໂລກ​ຢ່າງ​ພາວະ​ວິ​ໄສ,ພ້ອມ​ກັນນັ້ນ,ຍັງ​ໄດ້​ລາຍ​ງານ​ຜົນ​ສຳ​ເລັດ​ຕ່າງໆ​ທີ່​ລາວ​ໄດ້​ຮັບ​ໃນ​ວຽກ​ງານ​ສ້າງ​ສາ​ປະ​ເທດ​ແລະ​ສັງ​ຄົມ,​ພ້ອມ​ດ້ວຍ​ຖານະ​ບົດບາດ​ຂອງ​ລາວ​ໃນ​ເວທີ​ສາ​ກົນ​ແລະ​ພາກ​ພື້ນ,​ສະ​ນັ້ນ,​CRI​ຈຶ່ງ​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ຈາກ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ລາວ.​ຄື​ດັ່ງ​ຄຳ​ເວົ້າ​ຂອງ​ທ່ານ​ປະ ທານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ​ທີ່​ເວົ້າ​ວ່າ "CRI​ໄດ້​ເຮັດ​ໜ້າ​ທີ່​ອັນ​ສຳ​ຄັນ​ໃນ​ການ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ,​ເສີມ​ສ້າງ​ມິດ​ຕະ​ພາບ​ແລະ​ສັນ​ຕິ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ປະ​ຊາ​ຊາດ​ປະ​ເທດ​ຕ່າງໆ".

ສາ​ເຫດອີກ​ອັນ​ໜຶ່ງ​ທີ່​CRI​ຖືກ​ຖື​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ສື່​ມວນ​ຊົນ​ລາວ​ກໍ​​ແມ່ນ​ຍ້ອນ ວ່າ,CRI​ໄດ້​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ລາວ,​ໄດ້​ດຳ​ເນີນ​ການ​ທົດ​ລອງ​ຢ່າງ​ມີ​ຜົນ​ສຳ​ເລັດ​​ທາງ​ດ້ານ​ກົນ​ໄກ​ການ​ຮ່ວມ​ມື,​ການ​ແລກ​ປ່ຽນ​ແລະ​ອົບ​ຮົມ​ຍົກ​ລະ​ດັບ​ພະ​ນັກ​ງານ,​ແລະ​ການ​ຈັດ​ທຳ​ລາຍ​ການ​ຢູ່​ໃນ​ປະ​ເທດ​ຂອງ​ຜູ່​ຟັງ.​ຍ້ອນ​ວ່າ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ຮ່ວມ​ມື​ຄື​ແນວ​ນີ້,​CRI FM93​MHz​ຈຶ່ງ​ຖືກ​ທ່ານ​ປະ​ທານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ​ເອີ້ນ​ເປັນ​ແບບ​ຢ່າງ​ຂອງ​ການ​ຮ່ວມ​ມື​ທີ່​ດີ​ລະ​ຫວ່າງ​ສື່​ມວນ​ຊົນ​ລາວ​ແລະ​ຈີນ.

ຮູບ​​ແບບ​ໃໝ່​ໃນ​​ການກະຈາຍສຽງ​ແລະ​ພາບ​ຢູ່​ສາກົນCRIຍັງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢູ່​ບາງ​ປະ​ເທດ​.ຕົວຢ່າງ​ຄື,​ຢູ່​ກຳ​ປູ​ເຈຍ,​CRI​ກັບ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ຮ່ວມ​ມື​ກັນ​ສ້າງ​ຕັ້ງ "ວິ​ທະ​ຍຸ​ມິດ​ຕະ​ພາບ​ຈີນ​ກຳປູ​ເຈຍ",ນັບ​​ແຕ່​ເລີ່ມ​ກະ​ຈາຍ​ສຽງ​ໃນ​ປີ​2008​ຢູ່​ພະ​ນົມ​ເປັນ​ເປັນ​ຕົ້ນ​ມາ,​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຜູ່​ຟັງ​ກຳ​ປູ​ເຈຍ​ຢ່າງ​ກວ້າງ​ຂວາງ.​ແລະ​ເມື່ອ​ບໍ່​ດົນ​ມາ​ນີ້,​ຜ່ານ​ການ​ອະ​ນຸ​ມັດ​ຂອງ​ລັດຖະບານ​ກຳ​ປູ​ເຈຍ,​CRI​ກັບ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ກຳປູ​ເຈຍ​ໄດ້ສ້າງ​ "ວິທະຍຸມິດຕະພາບ​ຈີນ​ກຳປູ​ເຈຍ"​ແຫ່ງ​ທີ​ສອງ​ຢູ່​ເມືອງ​ຊຽມ​ຣຽບ,​ເພື່ອ​ຕອບ​ສະ​ໜອງ​ການ​ບໍລິການ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ຜູ່​ຟັງ​ກຳປູ​ເຈຍ​ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ