ປີ​ນີ້ ​ຜົນ​ຜະລິດ​ທັນ​ຍາ​ຫານຂອງ​ຈີນ​ຈະເພີ່ມ​ຂຶ້ນຕິດ​ຕໍ່​ກັນ​ເປັນ​ປີ​ທີ 8

(GMT+08:00) 2011-09-23 18:40:32     cri

ບົດ​ລາຍ​ງານ​ຫຼ້າ​ສຸດ​ກ່ຽວ​ກັບ​ສະພາບການ​ຜະລິດກະ​ສິກຳ​ທີ່​ກະຊວງ​ກະສິກຳ​ຈີນ​ເຜີຍ​ແຜ່​ສະ​ແດງ​ໃຫ້​ເຫັນ​ວ່າ,ປີ​ນີ້,ຜົນ​ຜະລິດ​ທັນ​ຍາ​ຫານ​ໃນ​ການ​ປູກ​ພືດ​ລະດູ​ໃບ​ໄມ້​ຫຼົ່ນຈະເພີ່ມ​ຂຶ້ນ​ຢ່າງ​ແນ່ນອນ,ຜົນ​ຜະລິດທັນ​ຍາ​ຫານ​ໃນ​ປີ​ນີ້​ຈະ​ເພີ່ມ​ຂຶ້ນ​ເປັນ 550 ລ້ານ​ໂຕນ,​ເຊິ່ງ​ເພີ່ມ​ຂຶ້ນຕິດ​ຕໍ​ກັນ​ເປັນ​ປີ​ທີ8,ສະມັດຖະພາບ​ແລະ​ລວມຍອດຜົນ​ຜະລິດ​ຈະ​​ເປັນສະຖິຕິ​ສູງ​ສຸດໃນ​ປະຫວັດສາດອີກ​ເທື່ອ​ໃຫມ່.

ກະຊວງ​ກະສິກຳ​ເຫັນ​ວ່າ,ປີ​ນີ້,ການ​ຜະລິດ​ທັນ​ຍາ​ຫານ​ໄດ້ສືບ​ຕໍ່​ຮັກສາ​ທ່າ​ອ່ຽງທີ່​ດີ​ມີການພັດທະນາ​ຢ່າງ​ຫມັ້ນ​ທ່ຽງ,​​ເພື່ອສ້​າງພື້ນຖານອັນສຳຄັນ​ໃນ​ດ້ານ​ວັດຖຸ​ໃຫ້​​ແກ່​ການ​ຮັບປະກັນ​ການ​ສະຫນອງ​ໃຫ້​ຕະຫຼາດ,ຄຸ້ມ​ຄອງໄພ​ເງິນ​ເຟີ້​ລ່ວງ​ຫນ້າ​​​​​ໃຫ້​ດີ​ແລະ​ສະກັດ​ກັ້ນບໍ່​ໃຫ້​ລາຄາ​ສິນຄ້າ​ສູງຂຶ້ນ​​​ໄວ​ເກີນ​ໄປ,​ແລະກໍ່​ມີ​ບົດບາດ​ສຳຄັນ​ຕໍ່​ການ​ເຮັດ​ໃຫ້​ຕະ ຫຼາດ​ທັນ​ຍາ​ຫານ​ສາກົນ​ມີ​ຄວາມ​ຫມັ້ນ​ທ່ຽງ.


ນັບ​​ແຕ່​ປີ 2004 ຫາ​ປີ 2010,ການ​ຜະລິດ​ທັນ​ຍາ​ຫານ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 7 ປີ​ລຽນຕິດ,​ສ່ວນ​ນັບແຕ່​ປີ2007ຫາປີ2010,ລວມຍອດຜົນ​ຜະລິດທັນ​ຍາ​ຫານ​ທັງ​ຫມົດ​ໄດ້​ຮັກສາລະດັບຫຼາຍກວ່າ500 ລ້ານ​ໂຕນ,​ເປັນ​ເວລາ 4 ປີຕິ​ດຕໍ່​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ