ປະ​ເທດ​ທີ່ພວມ​ພັດທະນາ​ຄອງ​ຄອຍ​ການເສີມ​ຂະຫຍາຍ​ບົດບາດ​ສຳຄັນກວ່າ​ເກົ່າ​ໃນ​ວຽກ​ງານ​ທົ່ວ​ໂລກ

(GMT+08:00) 2011-09-23 19:01:31     cri

ວັນ​ທີ 22 ກັນຍາ​ນີ້,ການ​ອະພິ​ປາຍ​ທົ່ວ​ໄປ​ຂອງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ66​ໄດ້​​ດຳ​​ເນີນ​ໄປ​ເປັນມື້​ທີ​ສອງ​ຂອງ​ກອງປະຊຸມ​ ​. ຜູ່​ຕາງຫນ້າ​ຂອງປະ​ເທດ​ທີ່ພວມ​ພັດທະນາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ວ່າ,ຄອງ​ຄອຍການ​​ເສີມ​ຂະ ຫຍາຍ​ບົດບາດ​ສຳຄັນກວ່າ​ເກົ່າ​ໃນ​ວຽກ​ງານ​ຂອງທົ່ວ​ໂລກ.

ທ່ານ​ນາງ​ດິວມາ ຣູ​​​ເຊັຟ,ປະທານາທິບໍດີ​ເບຼຊິນ​ກ່າວ​ວ່າ,ອົງ​ກອນ​ເສດຖະກິດ​​ຈະ​ເລີ​ນ​ໃຫມ່ຂອງ​ປະ​ເທດ​ທີ່ພວມ​ພັດທະນາສາມາດມີ​ບົດບາດ​ທີ່​ເປັນ​ຂໍ​ກະ​ແຈ​ໃນການ ຫຼຸດຜ່ອນ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ,ອົງ​ກອນ​ເສດຖະກິດ​ຈະ​ເລີ​ນ​ໃຫມ່​ຍິນ​ດີ​ແລະ​ສາມາດ​ແກ້​ໄຂ​ວິ​ກິດ​ການ​ເທື່ອ​ນີ້. ທ່ານ​ນາງ​​ຍັງຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ພັດທະນາ​ແລ້ວ​ປະກາດ​ໃຊ້​ນະ​ໂຍບາຍ​ປະສານ​ງານ​​ໃນ​ທັນທີ​ເພື່ອ​ຊ່ອຍ​ເຫຼືອ​ປະ​ເທດ​​ທີ່​ໄດ້​ຮັບ​ຜົນກະ ທົບ​ຈາກ​ວິ​ກິດ​ການທາງ​ດ້ານ​ເສດຖະກິດ,​ແລະ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງຄວາມ​ດຸນດ່ຽງ​ກັນຂອງ​ເສດຖະກິດ​ທົ່ວ​ໂລກ.


ທ່ານ​ຈາ​ຄົບ G ​ຈູ​ມາ,ປະທານາທິບໍດີ​ອາ​ຟຼິກາ​ໃຕ້ກ່າວ​ວ່າ,ສະຫະ​ປະຊາ​ຊາດ​ແລະ​ປະ​ເທດ​ສະມາຊິກ​ທີ່​ກ່ຽວຂ້ອງ​ຄວນຮ່ວມ​ແຮ​ງຮ່ວມ​ໃຈ​ກັນ ​ເພື່ອ​ຊຸກຍູ້​ໃຫ້​ທົ່ວ​​ໂລກ​ມີ​ຄວາມ​ຍຸດ​ຕິ​ທຳ​​ແລະ​ສະ​ເຫມີ​ພາບ.ສະຫະ​ປະຊາ​ຊາດ​ບໍ່​ຄວນ​ຖືກ​ຄວບ​ຄຸມ​ຈາກ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ໃດ​ປະ​ເທດຫນຶ່ງ,ປະ​ເທດ​ສະມາຊິກ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ,ຮັກສາ​ແນວ​ຄິດຫຼາຍ​ຝ່າຍ,​​ເພື່ອ​ພະຍາຍາມ​ສ້າງ​ໂລກ​ທີ່​ມີ​ຄວາມ​ທ່ຽງ​ທຳແລະ​ຄວາມ​ເປັນທຳ​ກວ່າ​ເກົ່າ.


ທ່ານ​ອີ​ເມຍຣ ຊິກ ຮາ​ມັດ ບິນ​ ຄາ​ລີ​ຟາ ອານ ທານີ​ຈາກ​ປະ​ເທດກາ​ຕາ​ກ່າວ​ວ່າ,ກາ​ຕາ​ສະຫນັບສະຫນູນ​ການ​ສົນທະນາ​ລະຫວ່າງ​ວັດທະນະທຳຕ່າງ​ກັນ​ແລະ​ອາ​ລິ​ຍະ​ທຳ​ທີ່ຕ່າງ​ກັນ,ຫວັງ​ໃຫ້​ປະ​ເທດ​ທີ່​ພັດທະນາ​ແລ້ວ​ແລະ​ປະ​ເທດ​ທີ່​ພວມ​ພັດທະນາ​ສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນບົນ​ພື້ນຖານ​ໃນ​ການ​​ໂຄລົບ​ສົນທິສັນຍາ​ສາກົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ