ໜັງສືພິມ​ປະຊາຊົນຂອງ​ລາວ​ລາຍ​ງານຂ່າວ​ກ່ຽວ​ກັບ​ທ່ານ​ປະທານ​ຈູມ​ມາລີ​ໄຊ​ຍະ​ສອນ​ຢ້ຽມຢາມCRI​ເປັນ​ຂ່າວ​ເດັ່ນ​ລົງ​ພິມໃນ​ໜ້າ​ທຳ​ອິດ

(GMT+08:00) 2011-09-23 16:02:27     cri

ຕາມ​CRIລາຍ​ງານ​ວ່າ: ໜັງສືພິມ​ປະຊາຊົນຂອງ​ລາວ​ຊຶ່ງ​ເປັນ​ສຽງ​ຂອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວສະບັບ​ວັນ​ທີ23​ກັນຍາ​ນີ້​ໄດ້​ລາຍ​ງານ​ຂ່າວ​ໃນ​ໜ້າ​ທຳ​ອິດ​ກ່ຽວ​ກັບ​ທ່ານ​ຈູມ​ມາລີ​ໄຊ​ຍະ​ສອນ  ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະທານ​ປະ​ເທດ​ແຫ່ງ​ສປປລາວ​ທີ່​ໄປ​ຢ້ຽມຢາ​ມ ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື​CRI​ໃນ​ວັນ​ທີ21​ກັນຍາ​ນີ້,​ໂດຍ​ໄດ້​ລົງ​ພິມ​ຮູບ​ພາບ​ແລະ​ບົດ​ປາ​ໃສ​ຂອງ​ທ່ານ​ປະທານ​ຈູມ​ມາ​ລີ​ໄຊ​ຍະ​ສອນ​ທີ່​ກ່າວ​ໃນ​ພິ​ທີ​ລະ​ລຶກ​ການ​ອອກ​ອາກາດ​ຂອງ​CRI FM 93Mhzທີ່​ນະຄອນຫຼວງ​ວຽງ​ຈັນ​ຄົບຮອບ5​ປີ​.

ໜັງສື​ພິມ​ປະຊາຊົນ​ຂອງລາວ​ສະບັບວັນ​ທີ22​ກັນຍາ​ນີ້​ໄດ້​ລາຍ​ງານ​ໂດຍ​ສະຫຼຸບ​ເຖິງຜົນສຳ​ເລັດ​ໃນ​ການ​ຢ້ຽມຢາມ​ຈີນຂອງ​ທ່ານ​ປະ​ທານ​ຈູມ​ມາລີ​ໄຊ​ຍະ​ສອນ​ແລະ​ຍັງ​ໄດ້​ຖື​ການ​ຢ້ຽມຢາມCRI​ຂອງ​ທ່ານ​ໃນ​ວັນ​ທີ21​ກັນຍາ​ນີ້​ເປັນ​ກິດຈະກຳ​ສຳຄັນ​ອັນ​ໜຶ່ງ​ຂອງ​ການ​ຢ້ຽມ​ຢາມ​ຈີນ​ໃນ​ຄັ້ງ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ