​ເລຂາ​ຄະນະ​ເລຂາ​ທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ເຈລະ​ຈາກັບ​ຄະນະ​ຜູ້​ແທນ​ຄະນະ​ກຳມະ​ການກວດ​ກາ​ສູນ​ກາງ​ພັກປະ​ຊາຊົນ​ປະຕິ​ວັດ​ລາວ

(GMT+08:00) 2011-09-23 17:41:08     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ22​ກັນຍາ​ນີ້, ທ່ານ​ເຮີ​ໂຢງ, ​ເລຂາ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​​ເລຂາທິ​ການ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດການ​ເຈລະຈາ​ເຮັດ​ວຽກ​ກັບຄະນະ​ຜູ້​ແທນ​ຄະນະ​ກຳມະ​ການກວດ​ກາ​ສູນ​ກາງ​ພັກປະ​ຊາຊົນ​ປະຕິວັດ​ລາວຊຶ່ງ​ນຳພາ​ໂດຍ​ທ່ານ​ບຸນ​ທອງ ຈິດ​ມະນີ, ກຳ​ມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,ປະທານ​ຄະນະ​ກຳມະ​ການ​ກວດກາ​ສູນ​ກາງ​ພັກ​ປະຊາ​ຊົນ​ປະຕິວັດ​ລາວ.

ທ່ານ​ເຮີ​​ໂຢງ​ກ່າວ​ວ່າ, ພາຍ​ໃຕ້​ຄວາມ​ພະຍາຍາມຂອງ​ຜູ້ນຳ​ຂອງ​ສອງ​ປະ​ເທດ, ການ​ພົວພັນສອງ​ພັກ​ສອງ​ລັດ​ລະຫວ່າງ​ຈີນ-ລາວ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ຂະຫຍາຍ​ຕົວທີ່​ໃໝ່ອ່ຽມ. ອົງ​ການ​ການ​ກວດກາ​ຂອງ​ສອງ​ພັກ​ຈີນ-ລາວ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ມີ​ຄວາມ​ໝາຍ​ຢ່າງ​ໃຫຍ່​ຫຼວງ, ຈະຊຸກຍູ້​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ພັກ​ສອງລັດ​ຈີນ-ລາວ​ໃຫ້​ຂະຫຍາ​ຍ​ໄປ​ໜ້າ​ຢ່າງຮອບ​ດ້ານ​ແລະ​ແຂງກວ່າ​ເກົ່າ.ທ່ານ​ຍັງ​ໄດ້​ແນະນຳ​ສະພາບ​ການ​ສ້າງສາ​ຂອງ​ພັກ​ກອມ​ມູນິດ​ຈີນ​ໂດຍສ​ະ​ເພາະ​ແມ່ນ​ສະພາບ​ການ​ສ້າງສາ​ດ້ານການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ລິ​ເລີ່​ມການ​ປົກຄອງ​ທີ່​ໂປ່ງ​ໃສ​ປາສະ​ຈາກ​ຮອຍ​ແປ້ວ.

ທ່ານບຸນ​ທອງ ​ຈິດ​ມະນີ​ໄດ້​ຕີ​ລາຄາ​ສູງ​ຕໍ່​ປະສິດທິ​ຜົນ​ທີ່​ໄດ້​ຮັບ​ຂອງ​ຈີນ​ໃນ​ການ​ດຳ​ເນີນ​ການ​ກໍ່ສ້າງ​ແບບ​ແຜນ​ຂອງ​ພັກແລະ​ການ​ປົກຄອງ​ທີ່​ໂປ່ງ​ໃສ​ບໍ່​ມີ​ຮອຍ​ແປ້ວແລະ​ການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​,ຫວັງ​ໃຫ້​ອົງການ​ການ​ກວດກາ​ສູນ​ກາງ​ພັກ​ຈີນ-ລາວ​ເພີ່ມທະວີ​ຂົງ​ເຂດ​ການ​ຮ່ວມ​ມື​ໃຫ້​ກວ້າງ​ຂວາງ​ກວ່າ​ເກົ່າຢ່າງ​ບໍ່​ຢຸດ​ຢັ້ງ,​ເພີ່ມ​ເນື້ອ​ໃນ​ດ້ານ​ການ​ຮ່ວມ​ມື​ໃຫ້​ອຸດົມສົມ​ບູນຂຶ້ນ, ​ຊຸກຍູ້​ວຽກ​ງານ​ຂອງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ໄປ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ