ທ່ານ​ຫຼີຊ່າງ​ຊຸ່ນ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຂອງ​ອາຊີ​​ແລະເອີ​ລົບ​ລົງ​ເລິກ​ການ​ຮ່ວມ​ມື​ ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ

(GMT+08:00) 2011-09-23 17:57:21     cri
ວັນ​ທີ23​ກັນຍາ​ນີ້, ​ຢູ່​ນະຄອນ​ສີ່​ອ່ານ​ແຂວງ​ສານ​ຊີ່​ຂອງ​ຈີນ,ທ່ານ​ຫຼີຊ່າງ​ຊຸ່ນ, ກຳ​ມະການ​ປະຈຳ​ກົມ​ການ​ເມືອ​ງສູນ​ກາງ​ພັກ​ກອມ​ມູນິດ​ຈີນຊີ້​ອອກ​ວ່າ, ປະຈຸ​ບັນ, ຕະ​ຫຼາດ​ການ​ເງິນ​ສາກົນມີ​ຄວາມປັ່ນ​ປ່ວນ​ຢ່າງ​ຮຸນ​ແຮງ, ​ຄວາມ​ບໍ່​ໝັ້ນ​​ໃຈ​ແລະ​ຄວາມ​ບໍ່​ໝັ້ນທ່ຽງ​ຕໍ່​ການ​ຟື້ນ​ຕົວຂອງ​ເສດຖະ​ກິດ​ໂລກ​​ໄດ້​ເພີ່ມ​ຫຼາຍ​ຂຶ້ນ​ຕື່ມ, ​ໄດ້ນຳ​ເອົາ​ສິ່ງ​ທ້າ​ທາຍ​ທີ່​ຮ້າຍ​ແຮງ​ອັນ​ໃໝ່​ໃຫ້​ແກ່​ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ​ໃນ​ການ​ປົກຄອງ​ລັດ​ແລະ​ໃຫ້​ແກ່​ວິ​ສາ​ຫະກິດ​ໃນ​ການ​ດຳ​ເນີນ​ທຸລະ​ກິດ. ປະ​ເທດ​ຕ່າງໆ​ຂອງ​ອາຊີ​ແລະເອີ​ລົບ​ຄວນ​ເບິ່ງ​ກວ້າງ​ມອງ​ໄກ, ລົງ​ເລິກ​ການ​ຮ່ວມ​ມື​, ມີ​ຄວາມ​ໂອບອ້ອມ​ອາລີ​ແລະ​ຊ່ວຍ​ເຫຼືອ​​ເຊິ່ງກັນ​ແລະ​ກັນ,ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ.

ມື້​ດຽວ​ກັນ, ​ໃນ​ເວລາ​​ເຂົ້າ​ຮ່ວມ​ພິທີ​ໄຂກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ເສດຖະກິດ​ອາຊີ​ເອີ​ລົບປະຈຳ​ປີ2011, ທ່ານ​ຫຼີຊາງ​ຊຸ່ນ​ໄດ້ກ່າວ​ຄຳ​ປາ​ໄສ​ວ່າ, ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ "ປະດິດ​ສ້າງ​ໃໝ່​ການ​ຮ່ວມ​ມື​​ລະຫວ່າງ​ອາຊີ​ເອີ​ລົບ,ນຳໃຊ້​ໂອກາດ​ໃນ​ດ້ານ​ການ​ຫັນ​ຮູບ​ການ", ມີ​ຈຸດປະສົງ​ເພື່ອ​ຊອກຫາ​ໂອກາດ​ແລະ​ຊ່ອງ​ທາງ​ໃນ​ດ້ານ​ການ​ຮ່ວມ​ມື​​ແບບ​ໃໝ່​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ, ຊຸກຍູ້​ເສດຖະກິດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ໃຫ້​ພັດທະ​ນາ​ຢ່າງ​ໝັ້ນ​ທ່ຽງ,ມີ​ປະສິດ​ທິພາບ​ສູງ​ແລະ​ຍືນ​ຍົງ. ທ່ານ​ສະ​ເໜີໃຫ້​ປະ​ເທດ​ຕ່າງໆ​ຂອງ​ອາຊີ​​ແລະເອີ​ລົບ​ຊຸກ​ຍູ້​ຂະ​ບວນການ​ເສດຖະກິດ​ໃນ​ພາກ​ພື້ນເຊື່ອມ​ໂຍງ​ເຂົ້າ​ກັນ;ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຊັບພະ​ຍາກອນ​ດ້ານພະ​ລັງງານ​; ​ເອົາ​ໃຈ​ໃສ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິທະ​ຍາສາດ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ; ຮັດ​ແໜ້ນ​ການ​ແລກປ່ຽນ​​ທາງດ້ານ​ວັດທະນະທຳ​ແລະ​ການ​ຮ່ວມ​ມື​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ,ລົງ​ເລິກ​ການ​ຮ່ວມມື​ຕື່ມ​ອີກ,​ເພື່ອພ້ອມ​ກັນຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ.

ມື້​ດຽວກັນນີ້, ທ່ານ​ຫຼີຊາງ​ຊຸ່ນຍັງ​ໄດ້​ພົບ​ປະ​ເຈລະຈາ​ກັບຜູ້ນຳ​ແລະ​ອະດີດ​ຜູ້ນຳ​ທີ່​ສຳຄັນ​ຫຼາຍ​ຄົນ​ຂອງ​ຕ່າງປະ​ເທດ​ເຊັ່ນ:ທ່ານ​ກຽດ ຊຸ່ນ, ຮອງ​ນາຍົກ​ລັດຖະ​ມົນຕີ​ທັງ​ເປັນ​ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ເງິນ​ກຳປູ​ເຈຍ, ທ່ານ​ມີ​ໄຮ ​ໂມ​ໂດ​ວາ​ນູ, ຮອງ​ນາຍົກ​ລັດຖະ​ມົນຕີ​ມົນ​ດາ​ວີ​ແລະ​ຜູ້ນຳ​ອື່ນໆທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມເວທີ​ປຶກສາ​ຫາລື​ໃນ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ