ຄະນະ​ຜູ້​ແທນ​ນັກ​ທຸ​ລະ​ກິດ​ໜຸ່ມ​ເຂດ​ກວາງ​ຊີ​ຂອງ​ຈີນ​ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ຢູ່ສປປ ລາວ

(GMT+08:00) 2011-09-23 17:41:21     cri

ຕາມ​ຂ່າວ CRI: ໃນ​ຕອນ​ບາຍ​ຂອງ​ວັນ​ທີ 22 ກັນຍາ​ນີ້, ​ທີ່​​ຫ້ອງ​ວ່າ​ການ​ລັດ​ຖະ​ບານ​ພະ​ນະ​ທ່ານ ອາ​ຊ່າງ ລາວ​ລີ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ຂອງ​ຄະ​ນະ​ຜູ້​ແທນ​ຊາວ​ໜຸ່ມ​ເຂດ​ກວາງ​ຊີ​ຂອງ​ຈີນ,​ຊຶ່ງ​ນຳ​ໂດຍ​ທ່ານ​ ນາງ ​​ເຢັນ​ຊວງ,​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ, ​ຮອງ​ເລຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ເຂດ​ກວາງ​ຊີ​ຂອງ​ຈີນ,​ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ ຈີນ​-​ອາ​ຊຽນ​ເຂດ​ກວາງ​ຊີ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ນັກ​ທຸ​ລະ​ກິດ​ໜຸ່ມ​ຂອງ​ຈີນ.

ໃນ​ການ​ເຂົ້າ​ຢ້ຽມຂໍ່ານັບ​ຄັ້ງ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຂອງ​ລາວ ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ມາ​ຢ້ຽມ​ຢາມ​ເຮັດ​ວຽກ​ຂອງ​ຄະ​ນະ​ຊາວ​ໜຸ່ມ​ກວາງ​ຊີ ​ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ແລະ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ບົນ​ຈິດ​ໃຈ​ການ​ພົວ​ພັນ​ຮ່ວມ​ມື​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​-​ຍາວ​ນານ, ​ແລະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ​ລາວ​-​ຈີນ​ຄົບ​ຮອບ 50 ປີ.

ໃນ​ໂອກາດ​ດຽວກັນ​ນີ້, ທ່ານ ນາງ ​ເຢັນ​ຊວງ ຫົວໜ້າຄະນະ​ຜູ້​ແທນ​ນັກ​ທຸ​ລະ​ກິດ ໜຸ່ມ​ເຂດ​ກວາງຊີ​ຂອງ​ຈີນ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ສູງ​ຕໍ່ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ລາວ ໃຫ້​ກຽດ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ແລະ​ເປັນ​ກຽດ​ຢ່າງ​ສູງ​ແກ່​ຄະ ນະ​ຜູ້​ແທນ​ຂອງ​ຈີນ.​ທ່ານ​ກ່າວ​ວ່າ:​ຄະ​ນະ​ຊາວ​ໜຸ່ມ​ເຂດ​ກວາງຊີ​ຂອງ​ຈີນ​ຈະ​ຊອກ​ຫາ​ທຸກ​ວິ​ທີ​ທາງ​ເພື່ອ​ຊ່ວຍ​ເຫຼືອ​ຊາວ​ໜຸ່ມ​ລາວ​ ໃນ​ຫຼາຍ​ດ້ານ​ແລະ​ຈະ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະບາບ​ລະ​ຫວ່າງ​ສອງ​ຄະ​ນະ​ຊາວ​ໜຸ່ມ​ລາວ​-​ຈີນ ຕາມ​ທິດ​ຊີ້​ນຳ​ຂອງ​ຜູ້​ນຳ​ທັງ​ສອງ​ປະ​ເທດ​ ຄື: ​"ໝັ້ນ​ຄົງ-​ຍາວ​ນານ, ​ເພື່ອນ​ບ້ານ​ທີ່​ເປັນ​ມິດ, ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ຮ່ວມ​ມື​ຮອບ​ດ້ານ" ​ແລະ​ຈິດ​ໃຈ​ແຫ່ງ​"ເພື່ອນ​ບ້ານ​ທີ່​ດີ, ​ສະ​ຫາຍ​ທີ່​ດີ ,ເພື່ອນ​ມິດ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ".

ນອກນີ້, ຕອນ​ບ່າຍ​​ວັນ​ດຽວກັນ, ​ທີ່​ນະຄອນຫຼວງວຽຈັນ ​ຍັງ​ໄດ້​ຈັກ​ກອງ​ປະຊຸມ​ພົບ​ປະ​ນັກ​ທຸ​ລະ​ກິດ​ໜຸ່ມ​ລາວ​-​ຈີນ,​ສອງ​ຝ່າຍ​ໄດ້​ມີ​ການ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ກ້ວາງ​ຂວາງ ເພື່ອ​ຊອກ​ຫາ​ຊອ່ງ​ທາງ​ໃນ​ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ລົງ​ທຶນ​ໂດຍ​ກົງ​ຫຼື​ລົງ​ທຶນ​ຮ່ວມ​ກັນ​ໃນ​ອາ​ນາ​ຄົດ,​ສືບ​ຕໍ່​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຍາວ​ນານ​ແລະ​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ຊາດ​ລາວ-​ຈີນ ກໍ​ຄື​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ແລະ​ຊາວ​ໜຸ່ມ​ພັກ​ກອມ​ມູ​ນິດ​ຈີນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ