ຈີນ​ຈະ​ເພີ່ມ​ທະ​ວີ​ການ​ສ້າງ​ຖັນ​ແຖວ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ

(GMT+08:00) 2011-09-23 18:42:33     cri
ວັນ​ທີ22​ກັນ​ຍາ​ນີ້,ຢູ່​ເມືອງ​ທຽນ​ສິນ,ຊຶ່ງ​ເປັນ​ເມືອງ​ທ່າ​ກຳ​ປັ່ນຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ຈີນ,​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ​13​ຂອງ​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​​ໄດ້​ໄຂ​ຂຶ້ນ,​ຫົວ​ຂໍ້​ຂອງ​ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ "ການ​ປະ​ດິດ​ສ້າງ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຈະ​ເລີນ​ໃໝ່​ທີ່​ເປັນ​ແນວ​ທາງ​ຍຸດ​ທະ​ສາດ".​ທ່ານ​ນາງ​ລິວ​ອຽນ​ຕົ່ງ,​ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ກ່າວ​ເນັ້ນ​ວ່າ,​ໃນ​ອະ​ນາ​ຄົດ,ຈີນ​ຈະ​ເອົາ​ໃຈ​ໃສ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ວຽກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃຫ້​ຫຼາຍ​ກວ່າ​ເກົ່າ,​ແລະ​ເພີ່ມ​ທະ​ວີ​ການ​ສ້າງ​ຖັນ​ແຖວ​ນັກ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຕື່ມ​ອີກ.

ທ່ານ​ນາງ​ລິວ​ອຽນ​ຕົ່ງ​ກ່າວ​ວ່າ,ປະຈຸ​ບັນ​ນີ້,ການ​ພັດທະນາ​ວິທະຍາສາດ​​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ປະ​ດິດ​ສ້າງ​ທີ່​ຟົດ​ຟື້ນ​ທີ່​ສຸດ.​ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແມ່ນ​ຊັບ​ພະ​ຍາ​ກອນ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ຂອງ​ການ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ,​ແມ່ນ​ກຳລັງ​ສຳຄັນ​ທີ່​ມີ​ຄຸນຄ່າທາງ​ດ້ານ​ຍຸດ​ທະ​ສາດ​ໃນ​ການ​ສ້າງ​ສາ​ທັນ​ສະ​ໄໝ​ຂອງ​ຈີນ.​ທ່ານ​ກ່າວ​ເນັ້ນ​ວ່າ,​ໃນ​ໄລ​ຍະ​ຕໍ່​ໜ້າ,​ສູນ​ກາງ​ຈີນ​ຈະ​ສືບ​ຕໍ່​ສ້າງ​ແລະ​ປັບ​ປຸງ​ກົນ​ໄກ​ທີ່​ຮັບ​ປະ​ກັນ​ໃຫ້​ວຽກ​ງານ​ວິ​ທະ​ຍາ​ສາດ​ເຕັ​ກ​ໂນ​ໂລ​ຊີ​​ໄດ້​ຮັບ​ການ​ພັດ​ທະ​ນາ​ກ່ອນ​ໝູ່,​ເອົາ​ໃຈ​ໃສ່​ການ​ບຳ​ລຸງ​ສ້າງ​ຖັນ​ແຖວ​ນັກ​ວິ​ຊາ​ການ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃຫ້​ຫຼາຍ​ຂຶ້ນ.​ທ່ານ​ນາງ​ລິວ​ອຽນ​ຕົ່ງ​ກ່າວ​ຕໍ່​ໄປ​ວ່າ:"ຄວນ​ເພີ່ມ​ການ​ຊີ້​ນຳ​ແລະ​ຊ່ວຍ​ເຫຼືອ​ຕໍ່​ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ,​ເພີ່ມ​ງົບ​ປະ​ມານ​ຮັບ​ໃຊ້​ເຂົ້າ​ໃນ​ດ້ານ​ນີ້,​ຕັ້ງ​ໜ້າ​ພັດ​ທະ​ນາ​ສະ​ພາບ​ແວດ​ລ້ອມ​ທາງ​ກົດ​ໝາຍ​ນະ​ໂຍ​ບາຍ,​ສະ​ພາບ​ແວດ​ລ້ອມ​ທາງ​ຕະ​ຫຼາດ​ແລະ​ສິ່ງ​ແວດ​ລ້ອມ​ທາງ​ສັງ​ຄົມ​ວັດ​ທະ​ນະ​ທຳ​ໃຫ້​ແກ່​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ."

ທ່ານ​ຮານ​ສີ​ເຕີ,ປະທານ​ສະມາຄົມ​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ກ່າວ​ວ່າ,ປະຈຸ​ບັນ​ນີ້,ພະ ນັກ​ງານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໃນ​ທົ່ວ​ປະ​ເທດ​ຈີນ​ມີ​ເກືອບ​58​ລ້ານ​ຄົນ,​ພວກ​ເຂົາ​ເຈົ້າ ແມ່ນ​ຊັບ​ພະ​ຍາ​ກອນ​ອັນ​ລ້ຳ​ຄ່າ​ແຫ່ງ​ຊາດ,​ຕ້ອງ​ຖື​ຊັບ​ພະ​ຍາ​ກອນ​​ເຫຼົ່າ​ນີ້​ເປັນ​ຊັບ​ພະ​ຍາ​ກອນ​ອັນ​ດັບ​ໜຶ່ງ,​ປຸກ​ລະ​ດົມ​ຄວາມ​ຫ້າວ​ຫັນ​ຂອງ​ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ,​ເຮັດ​ໃຫ້​ພວກ​​ເຂົາ​ເຈົ້າ​ມີ​ບ່ອນ​ນຳ​ໃຊ້​ຄວາມ​ສາ​ມາດ​ຂອງ​ຕົນ​ແລະ​ບໍ່​ມີ​ຄວາມ​ວິ​ຕົກ​ກັງ​ວົນ,​ຮັກ​ສາ​ຄວາມ​ກະ​ຕື​ລື​ລົ້ນ​ແລະ​ພະ​ລັງ​ຊີ​ວິດ​ໃນ​ການ​ປະ​ດິດ​ສ້າງ​ໂດຍ​ຕະ​ຫຼອດ.​ທ່ານ​ຮານ​ສີ​ເຕີ​ກ່າວ​ວ່າ:"ພວກ​ຂ້າ​ພະ​ເຈົ້າ​ຍັງ​ຈະ​ເປີດ​ເວ​ທີ​ໃຫ້​ກວ້າງ​ຂວາງ​ກວ່າ​ເກົ່າ​ເພື່ອ​ເຮັດ​ໃຫ້​ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ,​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຮັບ​ຮູ້​ເຖິງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ,​ຄວາມ​ລົບ​ນັບ​ຖື​ຈາກ​ລັດ​ຖະ​ບານ​ແລະ​ສັງ​ຄົມ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ