ລັດ​ຖະ​ບານ​ຊົ່ວ​ຄາວ​ຂອງ​ລີ​ບີ​ຈະ​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃນ​ບໍ່​ທໍ່​ໃດ​ມື້ ອະ​ດີດ​ນາຍົກລັດຖະມົນຕີ​ບລີ​ບີຖືກ​ຈຳ​ຄຸກ​ເຄິ່ງປີ​ຢູ່​ຕຸຍ​ນີຊີ

(GMT+08:00) 2011-09-24 15:57:28     cri

ທ່ານ​ອັບ​ເດວ ຮາ​ຟິສ ​​ໂກ​ກາ, ​ໂຄສົກ​ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີທີ່​ກຳ​ອຳນາດຢູ່ປັດຈຸບັນ​ກ່າວ​ໃນ​ວັນ​ທີ 23 ກັນຍາ​ນີ້​ວ່າ:ລັດຖະບານ​ຊົ່ວຄາວ​ລີ​ບີ​ຈະ​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃນ​ບໍ່​ທໍ່​ໃດ​ມື້​ຂ້າງ​ຫນ້າ​ນີ້.

ທ່ານ​​ໂກກາ​ກ່າວ​ວ່າ:ຄະນະ​ກຳມະການ​ຊົ່ວຄາ​ແຫ່ງ​ຊາດ​ລີ​ບີ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວກັບ​ຜູ່​ທີ່​ຮັບ​ເລືອກ​ຕັ້ງ​ເປັນ​ລັດຖະມົນຕີ​ບາງ​ກະຊວງ​ແລະ​ຜູ່​ທີ່​ຈະ​ຮັບ​ຕຳ​ແຫນ່​ງສຳຄັນ​ໃນ​ລັດຖະບານ​ຊົ່ວຄາວ​ແລ້ວ, ​ເຊິ່ງລັດຖະບານ​ຈະ​ປະກອບ​ດ້ວຍ​ລັດຖະມົນຕີ 22 ທ່ານ​ແລະ​ຮອງ​ນາຍົກລັດຖະມົນຕີ 1 ທ່ານ.

ກ່ອນ​ນີ້,ຄະນະ​ກຳມະການ​ດັ່ງກ່າວ​ເຄີຍ​ປະກາດ​ວ່າ​ເຂດ​ພາກ​ໃຕ້​ຂອງ​ລີ​ບີ​ໄດ້​ຮັບ​ການ​ປົດ​ປ່ອຍ​ຫມົດ​ແລ້ວ.ປັດຈຸບັນ, ກອງ​ທະຫານ​ຂອງ​ຄະນະ​ກຳມະການ​ນີ້​ຍັງ​ພວມ​ປິດ​ລ້ອມ​ເມືອງ​ເຊີດ,ທີ່​ເປັນ​ບ້ານ​ເກີດ​ຂອງ​ທ່ານ​ກັດ​ດາ​ຟີ​ແລະ​ເມືອງ​ບາ​ນີວາລິ​ດທີ່​ເປັນ​ອີກ​ເຂດ​ຫນຶ່ງ​ທີ່​ກັດ​ດາ​ຟີ​ຄວບ​ຄຸມ.

ວັນ​ທີ 22 ກັນຍາ​ນີ້, ກະຊວງ​ຕຸລາການ​ຂອງ​ຕຸຍ​ນີຊີ​ເຜີຍ​ວ່າ,ທ່ານ​ອານ ບັກ​ດາ​ດີ ອານ ມາ​ມຸດີ,ອະດີດ​ນາຍົກລັດຖະມົນຕີລີບີພ້ອມ​ກັບພັກ​ພວກ​ອີກສອງ​ຄົນ​ທີ່​ຢາກ​ຜ່ານ​ຕຸຍ​ນີຊີ​ເດີນທາງ​ໄປ​ອານ​​ເຊຣີ​ຖືກ​ຕຸຍ​ນີຊີ​ຈັບ​ຕົວ​ແລ້ວ, ສານ​ທ້ອງ​ຖີ່​ນ​ໄດ້​ຕັດສິນ​ໃຫ້​ຈຳ​ຄຸກ​ທ່ານ​ເປັນ​ເວລາ 6 ​ເດືອນ​ແລະ​ປະຕິບັດ​ໃນ​ທັນທີ.

ມື້​ດຽວ​ກັນ, ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ລີ​ບີ​ໄດ້​ເປີດ​ບໍລິການ​ຄືນ​ໃຫມ່​ຢູ່​ນະຄອນຫລວງ​ຕຼີ​ໂປ​ລີ​ຂອງ​ລີ​ບີ.​ເອກ​ອັກຄະ​ລັດ​ຖະທູດ​ອາ​ເມ​ລິ​ກາ​ປະຈຳ​ລີ​ບີ​ກ່າວ​ວ່າ,ຈະ​ອອກ​ແຮງຊ່ວຍ​ບໍລິສັດ​ອາ​ເມ​ລິ​ກາ​ໄປ​ເຮັດ​ທຸລະ​ກິດ​ຢູ່​ລີ​ບີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ