ນັກວິ​ທະຍາ​ສາດ​ຈີນ​ໄດ້​ຮັບ​ລາງວັນ​ແພດສາດ​ສາກົນ​ລັສ​ເຄີເທື່ອ​ທຳ​ອິດ

(GMT+08:00) 2011-09-24 18:05:02     cri

ວັນ​ທີ23ກັນຍາ​ນີ້,​ນາງຖູ​ໂຢ່ວ​ໂຢວ, ນັກ​ຄົ້ນຄວ້າ​ຕະຫຼອດ​ຊີວິດ​ຂອງ​ສະ​ຖາ​ບັນວິທະຍາສາດ​ແພດ​ສາດພື້ນ​ເມືອງ​ຈີນ​ໄດ້​ຮັບລາງວັນ​ຄົ້ນຄວ້າ​ການ​ປິ່ນປົວ​ພະຍາດ​ປີ2011ຂອງລາງວັນລັສ​ເຄີ ​ເມ​ດິ​ໂຄ​ເຣັສ​ເຊີດຂອງ​ອາ​ເມ​ລິ​ກາ ​ເຊິ່ງ​ເປັນ​ລາງວັນ​​ແພດສາດ​ສາກົນ,ລາງວັນ​ນີ້​ແມ່ນ​ເພື່ອ​ຍ້ອງຍໍ​ສັນລະ​ເສີນ​ນາງ​ທີ່ຄົ້ນ​ພົບ​ຢາ​​ປົວ​ໄຂ້​ມະ​ເລ​ເຣຍ,ຄື: ສານ​ອາທີ​ອານ​ນູນ. ການ​ຄົ້ນ​ພົບຢາ​ຊະນິດ​ນີ້ສາມາດ​ກອບ​ກູ້​ຊີວິດ​ຂອງ​ຄົນ​ໃນ​​ໂລກ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ໃນ​ປະ​ເທດ​ທີ່​ພວມ​ພັດທະນາ​ຫຼາຍ​ລ້ານ​ຄົນ.


​​ໃນ​ຊຸມ​ປີ1960ຫາ1970,ທີ​ມງານ​ຖູ​ໂຢ່ວ​ໂຢວ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ແພດສາດ​ພື້ນ​ເມືອງ​ຂອງ​ຈີນ,​ໄດ້​ຄົ້ນ​ພົບ​ວິທີ​ໃໝ່​ທີ່​ໃຊ້​ສານ​ອາທີ​ອານ​ນູນປິ່ນປົວ​ໄຂ້​ມະ​ເລ​ເຣຍ. ປະຈຸ​ບັນ, ຢາ​ທີ່​ມີ​ສານ​ອາທີ​ອານ​ນູນປະສົມ​ຢູ່​ນຳ​ໂດຍ​ພື້ນຖານ​ໄດ້​ກາຍ​ເປັນ​ຢາ​ປົວ​ໄຂ້​ມະ​ເລ​ເຣຍທີ່​ໄດ້​ມາດຕະຖານ,ອົງການ​ອະນາ​ໄມ​ໂລກ​ຫຼືWHOຈະ​ຈັດ​ສານ​ອາທີ​ອານ​ນູນ​ແລະ​ຢາ​ທີ່​ກ່ຽວຂ້ອງ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຢາ​ທົ່ວ​ໄປ.


ລາງວັນລັສ​ເຄີ ​ເມດິ​ໂຄ​ເຣັສ​ເຊີດໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ1946​ໂດຍ​ທ່ານ​ອານ​ເບີດ ລັສ​ເຄີ​,ຜູ້ອຳນວຍການ​ໃຫຍ່​​ສື່ໂຄສະນາ​ອາ​ເມ​ລິ​ກາ​,​ເຊິ່ງຖືກ​ເອີ້ນ​ວ່າ "ບິດາ​​ແຫ່ງສື່ໂຄສະນາ​ທັນ​ສະ​ໄໝ"​ແລະ​ພັນ​ລະ​ຍາ​ຂອງ​ທ່ານ, ​ເພື່ອ​ຍ້ອງຍໍ​ສັນສະ​ເສີນ​ນັກ​ວິທະຍາສາດ​,ນັກ​ຄົ້ນຄວ້າ​​ແພດສາດ​ແລະ​ຜູ້​ບໍລິການ​ສາທາລະນະຫຼື​ອົງ​ການ​ທີ່​ໄດ້ມີ​ການ​ປະກອບສ່ວນອັນ​ພົ້ນ​ເດັ່ນ​ເຂົ້າໃນ​ຂົງ​ເຂດ​ຄົ້ນຄວ້າ​ແພດສາດ. ນັບ​ແຕ່​ສ້າງ​ຕັ້ງລາງວັນ​ດັ່ງກ່າວ​ເປັນ​ຕົ້ນ​ມາ,​​ມີ​ນັກວິທະຍາສາດ​ທັງ​ໝົດ300ກວ່າ​ຄົນ​ໄດ້​ຮັບລາງວັນ, ​ໃນ​ນັ້ນ, ມີ80ຄົນ​ໄດ້​ຮັບ​ລາງວັນ​​ໂນ​ເບ​ວ. ລາງວັນລັສ​ເຄີ​ຖືກ​ເອີ້ນ​ເປັນ "ລາງວັນ​ໂນ​ເບ​ວຂອງອາ​ເມ​ລິ​ກາ"ມາ​ດົນ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ