ທ່ານ​ໂຈ່ວ​ສຽວ​ຊ່ວນ​ກ່າວ​ວ່າ,​ເງິນ​ຢວນ​ຈີນ​ຫັນ​ເປັນ​ເງິນ​ຕາ​ສາ​ກົນ​ຂຶ້ນ​ຢູ່​ກັບ​​ການ​ຄັດ​ເລືອກ​ຂອງ​ຕະ​ຫຼາດ,​ບໍ່​ແມ່ນ​ຕາມ​ໃຈ​ປາ​ຖະ​ໜາ​ຂອງ​ຜູ່​ໃດ

(GMT+08:00) 2011-09-25 16:05:46     cri

ວັນ​ທີ24​ກັນຍາ​ນີ້,ຢູ່​ວໍ​ຊິ​ງຕັນຂອງ​ອາ​ເມ​ລິ​ກາ,ທ່ານ​ໂຈ່​ວສຽວ​ຊ່ວນ,ຜູ່​ວ່າການ​ທະນາຄານ​ກາງ​ຈີນ​ກ່າວ​ເນັ້ນວ່າ,​ເງິນ​ຢວນ​ຈີນ​ຫັນ​ເປັນ​ເງິນ​ຕາ​ສາ​ກົນ​ນັ້ນ​ຕົ້ນ​ຕໍ​ຂຶ້ນ​ຢູ່​ກັບ​ການ​ຄັດ​ເລືອກ​ຂອງ​ຕະ​ຫຼາດ,​ບໍ່​ແມ່ນ​ຕາມ​ໃຈ​ປາ​ຖະ​ໜາ​ຂອງ​ຜູ່​ໃດ.ຢູ່​ບົນ​ພື້ນ​ຖານ​ດັ່ງ​ກ່າວ,​ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ,​ເຮັດ​ໃຫ້​ເສດ​ຖະ​ກິດ​ຮັກ​ສາ​ການ​​ເຕີບ​ໂຕ​ດ້ວຍ​ຈັງ​ຫວະ​ໄວ​ສົມ​ຄວນ​ແລະ​ໝັ້ນ​ທ່ຽງ,​ເຮັດ​ໃຫ້​ຜູ່​ເຂົ້າ​ຮ່ວມ​ຕະ​ຫຼາດ​ຫຼາຍ​ກວ່າ​ເກົ່າ​ມັກ​ເງິນ​ຢວນ​ຈີນ.


ທ່ານ​ໂຈ່​ວສຽວ​ຊ່ວນ​​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ພາຍ​ຫຼັງ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ​24​ຂອງ​ຄະ​ນະ​ກຳ​ມະ​ການ​ເງິນ​ຕາ​ແລະ​ການ​ທະ​ນາ​ຄານ​ສາ​ກົນ​ຂອງ​ອົງ​ການ​ກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື​IMF.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ