ທ່ານ​ຢາງ​ເຈ​ຊື​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ,​ກຳ​ປູ​ເຈຍ​ແລະ​ໄທ

(GMT+08:00) 2011-09-25 16:13:19     cri
ຕາມ​ຂ່າວCRI:ວັນ​ທີ24​ກັນຍາ​ນີ້,ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນິວ​ຢອກ,​ທ່ານ​ຢາງ​ເຈ​ຊື,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຟາມ​ບິງ​ມິງ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ,​ທ່ານ​​ໂຮ​ນາມ​ຮົງ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຳປູ​ເຈຍ​ແລະ​ທ່ານ ສຸ​ຣາ​ພົງ ​ໂຕ​ວິ​ຈັກ​ໄຊ​ກຸນ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ.

ໃນ​ເວລາ​ພົບ​ກັບ​ທ່ານ​ຟາມບິງ​ມິ​ງ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດ ນາມ,ທ່ານ​ຢາງ​ເຈ​ຊືກ່າວ​ວ່າ,​ຫຼາຍ​ປີ​ມາ​ນີ້,​ການ​ພົວ​ພັນ​ຈີນ​ຫວຽດ​ນາມ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ໂດຍ​ລວມ,ມີ​ອະນາຄົດ​ຢ່າງ​ກວ້າງ​ຂວາງ.​ໃນ​ບັນ​ຫາ​ທະ​ເລ​ຈີນ​ໃຕ້,​ສອງ​ຝ່າຍ​ຄວນ​ຄຳ ນຶງ​ເຖິງ​​ການ​ພົວ​ພັນ​ສອງ​ປະ​ເທດ​ຈາກ​ລະດັບ​ຍຸດ​ທະ​ສາດ,ຄຸ້ມ​ຄອງ​ຄວາມ​ຂັດ​ແຍ່ງ​ກັນ​ເປັນ​ຢ່າງ​ດີ,​ຕັ້ງ​ໜ້າ​ປະ​ຕິ​ບັດ​ຕາມ​"ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ກະ​ທຳ​ຂອງ​ບັນດາ​ຝ່າຍ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້",​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້.​ທ່ານ​ຟາມ​ບິງ​ມິງ ກ່າວ​ວ່າ,​ປະ​ຈຸ​ບັນ​ນີ້,​ການ​ພົວ​ພັນ​ຫວຽດ​ນາມ​ຈີນ​ພວມ​ຢູ່​ໃນ​ໄລ​ຍະ​ການ​ພັດ​ທະ​ນາ​ອັນ​ສຳ​ຄັນ,​ຫວຽດ​ນາມ​ຍິນ​ດີ​ພ້ອມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ​ກັບ​ຈີນ,​ເພີ່ມ​ການ​ຢ້ຽມ​ຢາມ​ລະ​ຫວ່າງ​ຜູ່​ນຳ​ລະ​ດັບ​ສູງ,​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ດ້ານ​ຍຸດ​ທະ​ສາດ​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.​ຫວຽດ​ນາມ​ຍິນ​ດີ​ພ້ອມ​ກັນ​ທຳ​ຄວາມ​ພະຍາ​ຍາມ​ກັບ​ຈີນ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ຢ່າງ​ເໝາະ​ສົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ