ຜູ່​ຊ່ຽວ​ຊານ​ທີ່​ຮ່ວມ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ກ່າວ​ໂຈມ​ຕີ​ອາ​ເມ​ລິ​ກາ​ທີ່​ຂາຍ​ອາ​ວຸດ​ໃຫ້​ໄຕ້​ຫວັນ

(GMT+08:00) 2011-09-25 16:18:07     cri
ວັນທີ24ກັນຍານີ້,ຢູ່ເມືອງຕ້າລຽນຂອງຈີນ,ໃນກອງປະຊຸມເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ,​ຜູ່​ຊ່ຽວ​ຊານ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ,​ເອີ​ຣົບ​ແລະ​ອາ​ເມ​ລິ​ກາ​ພາ​ກັນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ແລະ​ກ່າວ​ໂຈມ​ຕີ​ອາ​ເມ​ລິ​ກາ​ທີ່​ຫາ​ກໍ່​ປະ​ກາດ​ແຜນ​ການ​ຂາຍ​ອາ​ວຸດ​ໃຫ້​ໄຕ້​ຫວັນ.

ດຣ.ໂຈຮານ ແກຣຕຸງ,ນັກ​ເຄື່ອນ​ໄຫວສັນຕິພາບທີ່ມາຈາກ​ນອກ​ແວ​ກ່າວ​ວ່າ,​ແຜນ​ການ ຂາຍ​ອາ​ວຸດ​ໃຫ້​ໄຕ້​ຫວັນ​ຂອງ​ອາ​ເມ​ລິ​ກາ​ເປັນ​ການ​ທ້າ​ທາຍ​ກໍ່​ຜິດ​ຕໍ່​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ,​ບໍ່​ພຽງ​ແຕ່​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ການ​ພົວ​ພັນ​ຈີນ​ອາ​ເມ​ລິ​ກາ​ທໍ່​ນັ້ນ,​ຍັງ​ຈະ ມີ​ຜົນ​ກະ​ທົບ​ຕໍ່​ການ​ພັດ​ທະ​ນາ​ຂອງ​ໄຕ້​ຫວັນ​ອີກ​ດ້ວຍ.

ທ່ານໂຈເຊັຟ ເກຣ​ຊັນ,ຜູ່ຮັບຜິດຊອບໂຄງການແລະ​ເຂດ​ແຄ້ວ​ນຂອງ​ໜ່ວຍ​ບໍ​ລິ​ການ​ໝູ່​ເພື່ອນ​ອາເມ​ລິ​ກາ​ກ່າວ​ວ່າ,​ຈີນ​ແລະ​ອາ​ເມ​ລິ​ກາ​ລ້ວນ​ແຕ່​ຄວນ​ວາງ​ກຳ​ລັງ​ຂອງ​ຕົນ​ໄວ້​ຢູ່​ເທິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,​ຫວັງ​ວ່າ​ເລື່ອງ​ນີ້​ຈະ​ມີ​ຜົນ​ກະ​ທົບ​ໜ້ອຍ​ທີ່​ສຸດ​ຕໍ່​ການ​ພົວ​ພັນ​ອາ​ເມ​ລິກາ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ