ສະ​ຖານ​ກົງ​ສູນ​ລາວ​ປະ​ຈຳ​ນະ​ຄອນ​ນານ​ນິງ​ຂອງ​ຈີນ​ຈະ​ສ້າງ​ເວ​ທີ​ໃນ​ການ​ຊຸກຍູ້​ການ​ພັດທະ​ນາ​ເສດຖະ​ກິດ​ການ​ຄ້າ​ລະຫວ່າງ​ລາວ​ກັບ​ເຂດ​ກວາງຊີ​​ຕື່ມ​ອີກ

(GMT+08:00) 2011-09-26 18:04:53     cri

ຕາມ​ຂ່າວ​ຈາກ​ວິ​ທະ​ຍຸສຽງ​ຂອງ​ອ່າວ​ເປີຍ​ປູ້: ຫວ່າງ​ມໍ່ໆ​ມານີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​cri, ທ່ານ​ພອນ​ຄຳ ອິນ​ທະ​ບູລີ, ກົງ​ສູນ​ໃຫຍ່​ລາວ​ປະ​ຈຳ​ນະ​ຄອນ​ນານ​ນິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວາງ​ກວາງ​ຊີ​ຂອງ​ຈີນ​ກ່າວ​ວ່າ, ສະ​ຖານ​ກົງ​ສູນ​ລາວ​ປະ​ຈຳ​ນະ​ຄອນ​ນານ​ນິງ​ຈະ​ສວຍ​ໂອກາດ​ທີ່​ຈີນ​-​ລາວ​ສາງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ​50ປີ,​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ລາວ​ກັບ​ເຂດ​ກວາງ​ຊີ​ຂອງ​ຈີນ​ຕື່ມ​ອີກ.

ທ່ານ​ພອນ​ຄຳ ອິນ​ທະ​ບູລີ​​ກ່າວ​​ວ່າ, ປີ​ນີ້​ແມ່ນ​ປີ​ທີ່​ຈີນ-ລາວ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບ​ຮອບ​50ປີ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ລາວ​ກັບ​ຈີນ​ແລະ​ເຂດ​ກວາງ​ຊີ​ຂອງ​ຈີນ​ກໍ່​ແມ່ນ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ທີ່​ສຳ​ຄັນ​ຂອງ​ລັດ​ຖະ​ບານ​ລາວ.

ທ່ານ​ກ່າວ​ວ່າ,​ການ​ຮ່ວມ​ມື​ດ້ານ​ເສດຖະ​ກິດ​ການ​ຄ້າລະ​ຫວ່າງ​ຈີນກັບ​ລາວ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ຕໍ່​ທັງ​ສອງ​ປະ​ເທດ. ​ໂດຍສ​ະ​ເພາະ​ແມ່ນ​ຫຼັງ​ຈາກ​ເຂດ​ການ​ຄ້າ​ເສ​ລີ​ຈີນ​-​ອາ​ຊຽນ​ສ້າງ​ສຳ​ເລັດ​ແລ້ວ,​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ລາວ​ລ້ວນ​ແຕ່​ຈະ​ຖືກ​ປອດ​ພາສີ, ​ການ​ນຳ​ສິນ​ຄ້າ​ເຂົ້າ​ສູ່​ຕະ​ຫຼາດ​ຂອງ​ຈີນ​ກໍ່​ຈະ​ສະ​ດວກ​ຂຶ້ນກວ່າ​ເກົ່າ,ນີ້​ລ້ວນ​ແຕ່​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດທີ່​ແທ້​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ລາວ. ພວກ​ເຮົາ​ຈະ​ຊຸກ​ຍູ້​ໃຫ້​ນັກ​ທຸ​ລະ​ກິດ​ຂອງ​ເຂດ​ກວາງ​ຊີ​ຂອງ​ຈີນ​ໄປ​ຢ້ຽມ​ຢາມ​ລາວ,​ຊຸກ​ຍູ້​ການ​ຂະ​ຫຍາຍ​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ລາວ​ກັບ​ເຂດ​ກວາງ​ຊີ​ຂອງ​ຈີນ​ໃຫ້​ຂະ​ຫຍາຍ​ຕົວ​ດີ​ຂຶ້ນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ