ເປີດ​ເຜີຍ​ຄວາມ​ເປັນ​ຈິງ​ຂອງ​ກອງ​ປະ​ຊຸມ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​ທີ່​ຈັດ​ຂຶ້ນ​ໂດຍ​ຟິ​ລິບ​ປິນ

(GMT+08:00) 2011-09-26 20:21:32     cri
ນັບ​ແຕ່​ວັນ​ທີ22​ຫາ​ວັນ​ທີ23​ກັນຍາ​ນີ້,ກອງ​ປະຊຸມ​ຂອງ​ຜູ່​ຊ່ຽວຊານ​ທາງ​ດ້ານ​ກົດ​ໝາຍ​ທາງ​ທະ​ເລຂອງ​ອາ​ຊຽນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ທີ່​ຟິ​ລິບ​ປິນ​ເປັນ​ປະທານ​ນັ້ນ​ໄດ້​ດຳ​ເນີນ​ໄປ ຢູ່​ນະ​ຄອນ​ຫຼວງ​ມາ​ນີ​ລາ​ຂອງ​ຟິ​ລິບ​ປິນ.​ຜູ່​ຮ່ວມ​ປະ​ຊຸມ​ແມ່ນ​ຜູ່​ຕາງ​ໜ້າ​ທາງ​ກົດ​ໝາຍ​ຂອງ ບາງ​ປະ​ເທດ​ພາ​ຄີ​ຂອງ​ອາ​ຊຽນ.ນັກວິ​ເຄາະ​ເຫັນ​ວ່າ,​ບາງ​ສື່​ມວນ​ຊົນ​ຂອງ​ຟິ​ລິບ​ປິນ​ແລະ​ປະ​ເທດ​ຕາ​ເວັນ​ຕົກ​ມີ​ເຈດ​ຕະ​ນາ​ໃນ​ການ​ສ້າງ​ຄວາມ​ເປັນ​ປໍ​ລະ​ປັກ​ກັນ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ.​ກອງ​ປະ​ຊຸມ​ຜູ່​ຊ່ຽວ​ຊານ​ພາຍ​ໃນ​ປະ​ເທດ​ອາ​ຊຽນ​ເທື່ອ​ນີ້​ຖືກ​ເວົ້າ​ໂຍກ​ເກີນ​ຄວາມ​ເປັນ​ຈິງ​ເປັນ​ການ​ກະ​ທຳ​ຮ່ວມ​ກັນ​ທີ່​ແນ​ໃສ່​ຈີນ.

ກອງ​ປະຊຸມ​ເທື່ອ​ນີ້​ມີ​ການ​ພົວພັນ​ກັບ​ຍັດຕິ​ສະບັບ​ໜຶ່ງ​ຊຶ່ງຟິລິບ​ປິນສະ​ເໜີ​ອອກ​ໃນ​ໄລຍະ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ກໍລະກົດ​ປີ​ນີ້​ແລະ​ກ່ອນ​ໜ້າ​ນີ້,ປະ​ເທດ​ພາຄີ​ຂອງ​ອາ​ຊຽນບໍ່​ຮູ້​ຍັດ​ຕິ​ສະ​ບັບ​ນີ້​ເລີຍ.​ໃນ​​ເວ​ລາ​ນັ້ນ,​ເຈົ້າ​ໜ້າ​ທີ່​ຂອງ​ອາ​ຊຽນ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ຍັດ​ຕິ​ສະ​ບັບ​ນີ້,​ແຕ່​ເຈົ້າໜ້າ​ທີ່​ຟິ​ລິບ​ປິນ​ກ່າວ​ວ່າ,​ຍັດ​ຕິ​ສະ​ບັບ​ນີ້​ບໍ່​ມີ​ຈຸດ​ປະ​ສົງ​ທີ່​ເຂົ້າ​ແທນ​ທິດ​ທາງ​ຊີ້​ນຳ​ການ​ກະ​ທຳ​ຕໍ່​ໄປ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​"ຖະ​ແຫຼງ​ການ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້"​ຊຶ່ງ​ຝ່າຍ​ຕ່າງໆ​ພວມ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ​ຢູ່,​ເມື່ອ​ຟິ​ລິບ​ປິນ​ມີ​ການ​ສະ​ແດງ​ແບບ​ນີ້​ແລ້ວ,​ອາ​ຊຽນ​ຈຶ່ງ​ເຫັນ​ດີ​ສົ່ງ​ຜູ່​ຊ່ຽວ​ຊານ​ທາງ​ດ້ານ​ກົດ​ໝາຍ​ທາງ​ທະ​ເລ​ໄປ​ຄົ້ນ​ຄວ້າ​ຍັດ​ຕິ​ສະ​ບັບ​ດັ່ງ​ກ່າວ​ຂອງ​ຟິ​ລິບ​ປິນ​ໃນ​ເດືອນ​ກັນ​ຍາ​ນີ້​ເອງ.

ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ແຕ່​ວັນ​ທີ​22​ຫາ​ວັນ​ທີ​23​ກັນ​ຍາ​ເທື່ອ​ນີ້​ກໍ່​ແມ່ນ​ຈັດ​ຂຶ້ນ​ດ້ວຍ​ເຫດ​ຜົນ​ດັ່ງ​ກ່າວ.​ທີ່​ຈິງ​ແລ້ວ,ມັນ​ເປັນ​ກອງ​ປະ​ຊຸມ​ຄົ້ນ​ຄວ້າ​ຂອງ​ຜູ່​ຊ່ຽວ​ຊານ​ພາຍ​ໃນ​ອາ​ຊຽນ,​ບໍ່​ສາ​ມາດ​ຕາງ​ໜ້າ​ສັນ​ຍາ​ຮ່ວມ​ແລະ​ຄວາມ​ເຫັນ​ທາງ​ການ​ຂອງ​ອາ​ຊຽນ,​ແຕ່​ວ່າ​ພັດ​ຖືກ​ບາງ​ສື່​ມວນ​ຊົນ​ຂອງ​ຟິ​ລິບ​ປິນ​ແລະ​ປະ​ເທດ​ຕາ​ເວັນ​ຕົກ​ເວົ້າ​ໂຍກ​ເກີນ​ເປັນ​ຈິງ​ເປັນ​ການ​ກະ​ທຳ​ຮ່ວມ​ຂອງ​ອາ​ຊຽນ​ທີ່​ມີ​ຈຸດ​ປະ​ສົງ​ແນ​ໃສ່​ຈີນ.

ໜັງສືພິມ​​ເດ​ລີ ຕີຣບູນຂອງ​ຟິລິບ​ປິນສະບັບ​ວັນ​ທີ24​ພິມ​ບົດ​ວິຈານ​ໂດຍ​ຂຽນ​ວ່າ, ຜູ່​ຊ່ຽວຊານ​ທີ່​ຮ່ວມ​ປະຊຸມ​ບໍ່​ໄດ້​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ,ບໍ່​ໄ​ດ້ອະນຸມັດ​​ຂອບ​ຂອງ​"​ເຂດ​ການຮ່ວມ​ມື"ທີ່​ສະ​ເໜີ​ໂດຍ​ຟິລິບ​ປິນ,ກໍ່​ບໍ່​ໄດ້​ຮັບ​ຮອງ​ຄວາມ​ຊອບ​ດ້ວຍ​ກົດ ໝາຍສາກົນ​ຂອງ​ຍັດຕິ​ສະບັບ​ນີ້.ລາວ​ແລະ​ກຳປູ​ເຈຍ​ລ້ວນ​ແຕ່​ບໍ່​ໄດ້​ສົ່ງ​ຜູ່​ຊ່ຽວຊານ​​ເຂົ້າ​ຮ່ວມ ກອງ​ປະຊຸມ​ເທື່ອ​ນີ້,ນີ້​ສະ​ແດງ​ໃຫ້​ເຫັນ​​ແລ້ວວ່າ,ອາ​ຊຽນບໍ່​ມີ​ຄວາມ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ບັນ ຫາ​ນີ້.

ຍັດຕິ​ຂອງ​ຟິລິບ​ປິນສະບັບ​ນີ້ມີ​ເນື້ອ​ໃນ​ຫຍັງ​ແດ່?ສັງ​ເກດ​ຈາກ​ຂ່າວສານ​ທີ່​ສື່​ມວນ​ຊົນ​ຟິລິບ​ປິນ​ເປີດ​ເຜີຍ​ຢ່າງ​ບໍ່​ຢຸດ​ຢັ້ງ​ຮູ້​ໄດ້​ວ່າ,​ໃນ​ຍັດ​ຕິ​ສະ​ບັບ​ນີ້,​ຟິ​ລິບ​ປິນ​ໄດ້​ຂີດ​ແບ່ງ​ອັນ​ທີ່​ວ່າ "​ເຂດ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ"​ແລະ"​ເຂດ​ທີ່​ບໍ່​ມີ​ຄວາມ​ຂັດ​ແຍ່ງ​ກັນ".​ຟິ​ລິບ​ປິນ​ກ່າວ​ວ່າ,​ຢູ່​ບາງ ​"​ເຂດ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ"​ຢູ່​ໝູ່​ເກາະ​ນານ​ຊ່າ​ແລະ​ໝູ່​ເກາະ​ຊີ່​ຊ່າ,​ສາ​ມາດ​ເຮັດ​ໃຫ້​ບັນ​ດາ ປະ​ເທດ​ທີ່​ຮຽກ​ຮ້ອງ​ອະ​ທິ​ປະ​ໄຕ​ນັ້ນ​ຮ່ວມ​ກັນ​ພັດ​ທະ​ນາ.​ສ່ວນ​"​ເຂດ​ທີ່​ບໍ່​ມີ​ຄວາມ​ຂັດ​​ແຍ່ງ​ກັນ",​ຄື:​ຫາດ​ຊາຍ​ຫຼີ​ຢຸ້ຍ​ທ່ານ​ຢູ່​ເທິງ​ໝູ່​ເກາະ​ນານ​ຊ່າ​ຂອງ​ຈີນ (ຊຶ່ງ​ຟິ​ລິບ​ປິນ​ເອີ້ນ​ເປັນ​ຫາດ ຊາຍ​ເຣັກ​ໂຕ)​ທີ່​ຢູ່​ພາຍ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​200​​ໄມທະ​ເລ​ຂອງ​ຟິລິບ​ປິນ​ນັ້ນ,​ຄວນ​ໃຫ້​ຟິ​ລິບ​ປິນ​ຄວບ​ຄຸມ​ໂດຍ​ກົງ.

ນັກວິ​ເຄາະ​ຊີ້​ອອກ​ວ່າ,ການ​ກະທຳ​ຂອງ​ຟິລິບ​ປິນ​ໄດ້​ຝ່າຝືນກັບ"ຖະ​ແຫຼງການກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້"​ແລະ​ທິດ​ທາງ​ຊີ້​ນຳ​ການ​ກະ​ທຳ​ຕໍ່​ໄປ​ທີ່​ຫາ​ກໍ່​ລົງ​ລາຍ​ເຊັນ​ນັ້ນ​ຢ່າງ​ຮຸນ​ແຮງ.​ສິ່ງ​ສຳ​ຄັນ​ໃນ​ປະ​ຈຸ​ບັນ​ນີ້​ແມ່ນ​ຄວນ​ຮ່ວມ​ກັນ​ຕັ້ງ​ໜ້າ​ຊຸກ​ຍູ້​ໃຫ້​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ເດີນ​ຕາມ​ເສັ້ນ​ທາງ​ທີ່​ກຳນົດ​ໄວ້​ໃນ "ຖະ​ແຫຼງ​ການ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້"​ແລະ​ທິດ​ທາງ​ຊີ້​ນຳ​ການ​ກະ​ທຳ​ຕໍ່​ໄປ,​ການ​ກະ​ທຳ​ໃດໆ​ທີ່ ມີ​ຈຸດ​ປະ​ສົງ​ຕ່າງ​ກັນ​ນັ້ນ​ມີ​ແຕ່​ຈະ​ເຮັດ​ໃຫ້​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ມີ​ຄວາມ​ຫຍຸ້ງ​ຍາກ​ສັບ​ສົນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ