ຈີນ​ຮຽກຮ້ອງ​ອີກ​ເທື່ອ​ໜຶ່ງ​ໃຫ້​ອາ​ເມ​ລິ​ກາຍົກ​ເລີກການ​ຕັດສິນ​ໃຈທີ່​ບໍ່​ຖືກ​ຕ້ອງ​ໃນ​ການ​ຂາຍ​ອາວຸດ​ໃຫ້​ໄຕ້ຫວັນ

(GMT+08:00) 2011-09-27 17:34:55     cri
ວັນ​ທີ26ກັນຍາ​ນີ້,ທ່ານ​ຢາງ​ເຈ​ສື, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ພວມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດຢູ່ນິວຢອກ​ໄດ້​ຮຽກຮ້ອງອີກ​ເທື່ອ​ໜຶ່ງໃຫ້​ອາ​ເມ​ລິ​ກາຍົກ​​ເລີກການ​ຕັດສິນ​ໃຈທີ່​ບໍ່​ຖືກຕ້ອງ​ໃນ​ການ​ຂາຍ​ອາວຸດ​ໃຫ້​ໄຕ້ຫວັນ.

ມື້​ດຽວ​ກັນ, ​ໃນ​ເວລາ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ​ຮີ​ລາ​ຣີຄຼິນຕັນ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດອາ​ເມ​ລິ​ກາ,ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ,ການ​ກະທຳ​ທີ່​ບໍ່​ຖືກຕ້ອງ​ຂອງ​ອາ​ເມ​ລິ​ກາ​ໄດ້​ລ່ວງ​ລະ​ເມີດ​ແຈ້ງ​ການ​ຮ່ວມ​ຈີນ-ອາ​ເມ​ລິ​ກາ​3ສະບັບ​ຢ່າງ​ໜັກໜ່ວງ​ໂດຍ​ສະ​ເພາະ​ແມ່ນ​ຫຼັກການ​ຂອງ "​ແຈ້ງ​ການ17ສິງຫາ",​ໄດ້​ແຊກ​​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ໜັກໜ່ວງ,ທຳລາຍ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຈີນ​ຢ່າງ​ຮຸ່ນ​ແຮງ,​ແລະ​ທຳລາຍ​ວຽກ​ງານທ້ອນ​ໂຮມ​​ໂດຍ​ສັນຕິ​ຂອງ​ຈີນ​ແລະ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ.

ຈີນ​​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ແລະ​ປະຕິບັດ​ຕໍ່​ຫຼັກ​ໝັ້ນ​ອັນ​ເຄັ່ງຂຶມ​​ຂອງ​ຈີນ​ຢ່າງ​​ເຂັ້ມ​ງວດ, ​ແກ້​ໄຂ​ການ​ກະທຳ​ທີ່​ບໍ່​ຖືກຕ້ອງ​​ໃນ​ການ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ,ຍົກ​​​ເລີກ​ການ​ຕັດສິນ​ໃຈ​ທີ່​ບໍ່​ຖືກຕ້ອງ​ດັ່ງກ່າວ​ໂດຍ​ທັນທີ,ກຳຈັດ​ຜົນ​ກະ​ກົບ​ທີ່​ບໍ່​ດີ,ຢຸດຕິ​ການ​ຂາຍ​ອາວຸດ​ໃຫ້​​ໄຕ້​ຫວັນ​ແລະ​ການ​ຕິດ​ຕໍ່​ພົວພັນ​ທາງ​ການ​ທະຫານ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ໄຕ້ຫວັນ,​ຮັກສາ​ພາ​ກສ່ວນ​ໃຫຍ່​ການພົວພັນ​ລະຫວ່າ​ງຈີນ​ກັບ​ອາ​ເມ​ລິ​ກາ​ດ້ວຍ​ການ​ກະທຳ​ຕົວ​ຈິງ.

ຕໍ່​ເລື່ອງ​ນີ້, ທ່ານນາງຮີ​ລາ​ຣີ ຄຼິນຕັນກ່າວ​ວ່າ, ອາ​ເມ​ລິ​ກາ​​ປະຕິບັດນະ​ໂຍບາຍ​ຈີນ​ດຽວ, ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ແລະ​ປະຕິບັດ​ຕໍ່​ຫຼັກ​ໝັ້ນ​ແລະ​ຄວາມ​ສົນ​ໃຈຂອງ​ຈີນ​ຢ່າງ​ແທ້​ຈິງ​ກ່ຽວ​ກັບບັນຫາ​ອາ​ເມ​ລິ​ກາ​ຂາຍ​ອາວຸດ​ໃຫ້​​ໄຕ້​ຫວັນ. ອາ​ເມ​ລິ​ກາ​ຊົມ​ເຊີຍ​ແລະ​ສະໜັບ​ສະໜູນ​​ການ​ພົວພັນລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​​ໄດ້ພັດທະນາ​ໂດຍ​ສັນຕິ,ຈະ​ສືບ​ຕໍ່​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຊຸກຍູ້​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​​ຊ່ອງ​ແຄບ​ໄຕ້​ຫວັນ. ອາ​ເມ​ລິ​ກາ​ຍິນ​ດີ​ຮ່ວມ​ກັບ​ຈີນ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢ່າ​ງ​ເໝາະ​ສົມ, ຫຼີກ​ເວັ້ນຜົນ​ກະທົບ​ໃນ​ທາງ​ລົບຕໍ່​ການ​ຮ່ວມ​ມມື​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ