ທ່ານ​ໄຕ້​ປິງ​ກົວ​ກ່າວ​ເນັ້ນ​ວ່າ,​ເສັ້ນ​ທາງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ແມ່ນ​ການ​ຄັດ​ເລືອກ​ດ້ານ​ຍຸດ​ທະ​ສາດ​ຂອງ​ຈີນ

(GMT+08:00) 2011-09-27 18:55:24     cri
ວັນ​ທີ26​ກັນຍາ​ນີ້,ຢູ່​ລອນ​ດອນ,ທ່ານ​ໄຕ້​ປິງ​ກົວ,​ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ກ່າວ​ເນັ້ນວ່າ,ຈີນ​ຍຶດ ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ,​ນີ້​ແມ່ນ​ການ​ຄັດ​ເລືອກ​ດ້ານ​ຍຸດ​ທະ​ສາດ​ຂອງ​ຈີນ.​ຈີນ​ເດີນ​ຕາມ​ເສັ້ນ​ທາງ​ສາຍ​ນີ້​ແມ່ນ​ປາ​ສະ​ຈາກ​ຄວາມ​ເຂົ້າ​ໃຈ​ແລະ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຄົມ​ໂລກ ຊຶ່ງ​ໃນ​ນັ້ນ​ລວມ​ທັງ​ອັງ​ກິດ​ບໍ່​ໄດ້.​ຈີນ​ມີ​ຄວາມ​ຍິນ​ດີ​ຮ່ວມ​​ກັບ​ປະ​ຊາ​ຄົມ​ໂລກ,​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ດີກ​ວ່າ​​ເກົ່າ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ໂລກ.

ທ່ານ​ໄຕ້​ປິງກົວ​ກ່າວ​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ເວລາ​ຈັດການ​ສົນ​ທະ​ນາ​ທາງ​ດ້ານ​ຍຸດ​ທະ​ສາດ​ຈີນ​ອັງກິດ​ກັບ​ທ່ານ​ວິ​ລຽນ ​ເຮ​ເກີ,ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ​ໃນ​ວັນ​ທີ​26​ກັນ​ຍາ​ນີ້.

ທ່ານ​ໄຕ້​ປິງກົວ​ກ່າວ​ວ່າ,ຈີນ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ການ​ພັດທະນາ​ໂດຍ​ສັນຕິ​, ​ເອົາ​ໃຈ​ໃສ່​ໃນ​ການ​ພັດ​ທະ​ນາ​ຕົນ​ເອງ,​ໂດຍ​ຈະ​ບໍ່​ດຳ​ເນີນ​ການ​ຮຸກ​ຮານ​ແລະ​ແຜ່​ອຳ​ນາດ​ຢ່າງ​ເດັດ ຂາດ.​ຈີນ​ຍັງ​ແມ່ນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ,​ຍັງ​ມີ​ຄວາມ​ຜິດ​ໂຕນ​ກັນ​ຫຼາຍ​ກັບ​ປະ​ເທດ​ທີ່​ໄດ້​ພັດ​ທະ​ນາ​ແລ້ວ.​ຈີນ​ຈະ​ຕັ້ງ​ໜ້າ​ຮ່ຳ​ຮຽນ​ແລະ​ຖອດ​ຖອນ​ເອົາ​ບົດ​ຮຽນ​ທີ່​ມີ​ຜົນ​ດີຂອງ​ປະ​ເທດ​ອື່ນ,​ປະ​ຕິ​ບັດ​ຍຸດ​ທະ​ສາດ​​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ເຮ​ເກີ​ກ່າວ​ວ່າ,ອັງກິດ​ສະ​ແດງ​ຄວາມ​ເຄົາລົບ​ນັບ​ຖື​ຕໍ່​ຈີນ​ທີ່​ຍຶດໝັ້ນການ​ພັດ​ທະ​ນາ​ໂດຍ​ສັນ​ຕິ.​ອັງ​ກິດ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຈີນ​ທຳ​ຄວາມ​ພະຍາ​ຍາມ​,ສືບ​ຕໍ່​ປັບປຸງ​ການ​ພົວ​ພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ຜູ່​ຊ່ຽວ​ຊານ​ຂອງ​ອັງ​ກິດ​ໂດຍ​ທົ່ວ​ໄປກໍ່​ເຫັນ​ວ່າ,ປະຈຸ​ບັນ​ນີ້,​ໂລກ​ພວມ​ຢູ່​ໃນ​ຂະ​ບວນ​ການ​ອັນ​ສັບສົນ​ທີ່​ສະ​ແຫວງ​ຫາ​ຄວາມ​ກ້ຳ​ເກີ່ງ​ກັນ​ຄືນ​ໃໝ່.​ເສດ​ຖະ​ກິດ​ຂອງ​ຈີນ​ແລະ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ຈະ​ເລີນ​ໃໝ່​ຮັກ​ສາ​ທ່ວງ​ທ່າ​ເຕີບ​ໂຕ​ເປັນ​ຢ່າງ​ດີ,​ມີ​ການ​ປະ​ກອບ​ສ່ວນ​ນັບ​ມື້​ນັບ​ຫຼາຍ​ຕໍ່​ເສດ​ຖະ​ກິດ​ໂລກ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ