ບາງ​ປະ​ເທດສະ​ເໜີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຢ່າງ​ເຄັ່ງ​ຂັດ​ຕໍ່​ຈີນ​ດ້ວຍ​ເລື່ອງ​ຮັບ​ຮອງ​ຖາ​ນະ​ເສດ​ຖະ​ກິດ​ຕະ​ຫຼາດ​ຂອງ​ຈີນ​ນັ້ນ​ແມ່ນ​ບໍ່​ມີ​ເຫດ​ຜົນ

(GMT+08:00) 2011-09-27 19:47:03     cri
ຕາມ​ສະຖິຕິ​ຂອງ​ກະຊວງ​ການ​ຄ້າ​ຈີນ,ນັບ​ມາ​ຮອດ​ປະຈຸ​ບັນ​ນີ້,​ໃນ​ທົ່ວ​ໂລກ,​ໄດ້​ມີ81​ປະ​ເທດ​ຊຶ່ງ​ລວມ​ທັງ​ຣັດ​ເຊຍ,​ເບຼ​ຊິນ,​ນູ​ແວນ​ເຊ​ລັງ,​ສະ​ວິສ​ແລະ​ອົສ​ຕຼາ​ລີ​ໄດ້​ຮັບ​ຮອງ​ຖານະ​ເສດ​ຖະ​ກິດ​ຕະ​ຫຼາດ​ຂອງ​ຈີນ.​ແຕ່​ອາ​ເມ​ລິ​ກາ,​ສະ​ຫະ​ພາບ​ເອີ​ຣົບ​ແລະ​ຍີ່​ປຸ່ນ​ພັດ​ຍັງ​ບໍ່​ທັນ​ໄດ້​ຮັບ​ຮອງ​ເທື່ອ.​ທີ່​ຈິງ​ແລ້ວ,​ອີງ​ຕາມ​ລະ​ບຽບ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ຫຼື​WTO, ​ເມື່ອ​ຈີນ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​WTO15​ປີ​ແລ້ວ,ກໍ່​ຄື​ໃນ​ປີ2016,ຈີນ​ກໍ່​ຈະ​ໄດ້​ກາຍ​ເປັນ​ຖາ​ນະ​ເສດ​ຖະ​ກິດ​ຕະ​ຫຼາດ​ສົມ​ບູນ​​ໂດຍ​ອັດ​ຕະ​ໂນ​ມັດ.​ດຣ.​ກູ້​ຊິ່ງ​ຢາງ​ຂອງ​ສະ​ຖາ​ບັນນະ​ໂຍບາຍ​ສາທາລະນະ​ຫຼີກວນ​​ຢູຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ​ກ່າວ​ວ່າ,​ການ​ຮັບ​ຮອງ​ຖາ​ນະ​ເສດ​ຖະ​ກິດ​ຕະ​ຫຼາດ​ຂອງ​ຈີນ​ກ່ອນ​ເວລາ​ກຳນົດ,​ແມ່ນ ການສະ​ແດງ​ຄວາມ​ເປັນ​ມິດ​ຕໍ່​ຈີນ.

ໃນ​ບັນດາ​ປະ​ເທດ​ອາ​ຊຽນ,ສິງກະ​ໂປ​ໄດ້​ນຳ​ໜ້າຮັບຮອງ​ຖານະ​ເສດຖະກິດ​ຕະຫຼາດຂອງ​ຈີນ​ໃນ​ປີ2004.ຕໍ່​ຈາກ​ນັ້ນ​ມາ,​ປະ​ເທດ​ອາ​ຊຽນ​ອື່ນ​ອີກ​9​ປະ​ເທດກໍ່​ໄດ້​ຮັບ​ຮອງ​ຢ່າງ​ເປັນ​ລຳ ດັບ.​ດຣ.​ກູ້​ຊິ່ງຢາງ​ກ່າວ​ວ່າ,ອາ​ຊຽນກັບ​ຈີນ​ມີ​ທີ່​ຕັ້ງພູມ​ສັນ​ຖານ​ໃກ້​ຄຽງ​ກັນ,​ມີ​ໂຄງ​ປະ​ກອບ​ຜະ​ລິດ​ຕະ​ກຳ​ຕ່າງ​ຝ່າຍ​ຕ່າງ​ຊ່ວຍ​ເຫຼືອກັນ.​ສິງ​ກະ​ໂປ​ແລະ​ປະ​ເທດ​ອາ​ຊຽນອື່ນໆ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ນຳ​ຖາ​ນະ​ບົດ​ບາດ​ຂອງ​ຈີນ​ທີ່​ເປັນ​​ແມ່​ແຮງ​ທາງ​ດ້ານເສດຖະກິດ​ຕະຫຼາດ,​ແລະ​ຮັບ​ຮູ້​ວ່າ,ຈີນ​ມີທ່ວງທ່າ​ທີ​ຫັນ​ເປັນ​​ຕະ​ຫຼາດ​ນັ້ນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ.ປະ​ເທດ​ອາ​ຊຽນຮັບຮອງ​ຖານະ​ເສດຖະກິດ​ຕະຫຼາດຂອງ​ຈີນ​ໂດຍ​ໄວນັ້ນ​​ແມ່ນ​ເລື່ອງທີ່​ດີ​ແລະ​ເປັນ​ການ​ສະ​ແດງ​ເຖິງ​ຄວາມ​ເປັນ​ມິດ​ຕໍ່​ຈີນ,​ແມ່ນ​ການ​ຄັດ​ເລືອກ​ທີ່​ມີ​ການ​ປະຕິບັດ​ຕົວ​ຈິງ,​ແລະ​ມີ​ຜົນປະ​ໂຫຍ​ດ​ຕໍ່​ອາ​ຊຽນ​ໂດຍ​ກົງ​ອີກ​ດ້ວຍ.

ທ່ານ​ຈ່ວງ​ເຊິ​ນຈົ່ງ,ຮອງນັກ​ເສດຖະສາດຜູ່​ທີ​ໜຶ່ງຂອງ​ທະນາຄານ​ພັດທະ​ນາ​ອາຊີ​ກ່າວວ່າ, ປະ​ເທດ​ອາ​ຊຽນຊົມ​ເຊີຍ​ຈີນ​ທີ່​ຈະ​​ໄດ້​ຮັບ​ຖືກ​ຮັບ​ຮອງ​ເປັນ​ເສດ​ຖະ​ກິດ​ຕະ​ຫຼາດ​ຈາກ​ບັນ​ດາ ປະ​ເທດ​ຫຼາຍ​ກວ່າ​ເກົ່າ​.ສິ່ງ​ທີ່​ປະຕິ​ເສດ​ບໍ່​ໄດ້​ແມ່ນ,​ຜະ​ລິດ​ຕະ​ພັນ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນມີ​ການແກ່ງ​ແຍ່ງ​ກັນ​ໃນ​ຕະຫຼາດສາກົນ.​ແຕ່​ປະ​ເທດ​ອາ​ຊຽນກັບ​ຈີນມີ​ການ​ພົວ​ພັນ​ທາງ​ດ້ານ​ການ​ຄ້າ​ຢ່າງ​ແໜ້ນ​ແຟ້ນ,​ຮູບ​ການ​ການ​ຄ້າ​ລະ​ຫວ່າງ​ກັນ​ຕົ້ນ​ຕໍ​ແມ່ນ​ການ​ຄ້າ​ປຸງແຕ່ງ, ​ເປັນຕົ້ນ​ແມ່ນປະ​ເທດ​ອາ​ຊຽນ​ໄດ້​ສະ​ໜອງ​ວັດ​ຖຸ​ດິບ​ແລະ​ເຄື່ອງ​ຊີ້ນ​ສ່ວນ​​ຕ່າງໆໃຫ້​ແກ່​ອຸດ ສາ​ຫະ​ກຳ​ປຸງ​ແຕ່ງ​ຂອງ​ຈີນ.​ເມື່ອ​ຈີນ​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ເພີ່ມ​ຫຼາຍ​ຂຶ້ນ,​ກໍ່​ຈະ​ເພີ່ມ​ການ​ນຳ​ເຂົ້າ​ວັດ​ຖຸ​ດິບ​ຈາກ​ປະ​ເທດ​ອາ​ຊຽນ​ຫຼາຍ​ຂຶ້ນ​ເຊັ່ນ​ດຽວ​ກັນ.ສະນັ້ນ,​ເມື່ອ​ເວົ້າ​ລວມ​ແລ້ວ,​ນີ້​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ສະຫະພາບ​ເອີ​ຣົບ​ແລະ​ອາ​ເມ​ລິ​ກາ​​ບໍ່​ຍອມຮັບ​ຮອງ​ຖານະທາງ​ດ້ານ​ເສດຖະກິດ​ຕະຫຼາດ​ສົມບູນຂອງ​ຈີນ.​ມີ​ນັກ​ວິ​ເຄາະ​ກ່າວ​ວ່າ,​ສະ​ຫະ​ພາບ​ເອີ​ຣົບ​ແລະ​ອາ​ເມ​ລິ​ກາ​ເຮັດ​ແນວ​ນີ້,​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ບໍ່​ໄດ້​ເຫັນ​ທ່ວງ​ທ່າ​ພັດ​ທະ​ນາ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ,​ແຕ່​ແມ່ນ​ຢາກ​ໃຊ້​ເລື່ອງ​ນີ້​ເປັນ​ຂໍ້​ອ້າງ​ເພື່ອ​ບັງ​ຄັບ​ໃຫ້​ຈີນ​ຜ່ອນ​ຜັນ​ສັ້ນ​ຍາວ​ໃນ​ບັນ​ຫາ​ອື່ນໆ.

ດຣ.​ກູ້​ຊິ່ງ​ຢາງ​ກ່າວ​ວ່າ,​ເມື່ອ​ໄດ້​ເຂົ້າ​ເປັນ​ສະມາ​ຊິກ​ຂອງ​WTO​ແລ້ວ,​ຖານະ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເຖິງ​ຖອງ.​ໃນ​ລະ​ດັບ​ຫັນ​ເປັນ​ຕະ​ຫຼາດ​ແລະ​ການ​ພົວ​ພັນ​ກັບ​ເສດ​ຖະ​ກິດ​ສາ​ກົນ,​ຈີນ​ໄດ້​ສະ​ແດ​ງ​ໃຫ້​ເຫັນ​ລັກ​ສະ​ນະ​ພິ​ເສດ​ຂອງ​ເສດ​ຖະ​ກິດ​ຕະ​ຫຼາດ​ເສ​ລີ.​ນອກ​ນີ້,​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ນັບ​ສຳຄັນ​ໃນ​ການ​ຄ້າ​ກັບ​ຕ່າງ ປະ​ເທດ.​ກົງ​ກັນ​ຂ້າມ,​ມີ​ບາງ​ປະ​ເທດ​ຕາ​ເວັນ​ຕົກ,​ດ້ານ​ໜຶ່ງ​ເປັນ​ຜູ່​ວາງ​ລະບຽບ​ການ​ທາງ​ດ້ານ​ເສດ​ຖະ​ກິດ​ຕະ​ຫຼາດ,​ອີກ​ດ້ານ​ໜຶ່ງ​ພັດ​ເປັນ​ຜູ່​ທຳ​ລາຍ​ລະ​ບຽບ​ການ​ນີ້​ຢ່າງ​ຮຸນ​ແຮງ​ທີ່​ສຸດ,​ເມື່ອ​ເປັນ​ຄື​ແນວ​ນັ້ນ,​ໃນ​ຄວາມ​ເປັນຈິງ​ແລ້ວ​ແມ່ນ​ເພື່ອ​ປະ​ຕິ​ບັດ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຂອງ​ເຂົາ​ເຈົ້າ​ເອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ