ຍານ​ອາ​ວະ​ກາດ"ທ່ຽນ​ກົ່ງ​ເລກ1"ຈະ​ຍິງ​ສົ່ງ​ຂຶ້ນ​ສູ່​ອາ​ວະ​ກາດ​ໃນ​21​ໂມງ​16​​ນາ​ທີ​ຫາ​21​ໂມງ 31​ນາ​ທີ​ຂອງ​ວັນ​ທີ​29​ກັນ​ຍາ​ນີ້

(GMT+08:00) 2011-09-28 17:03:38     cri
ວັນ​ທີ28​ກັນຍາ​ນີ້,ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ"ຈິ​ວຊວນ"ຂອງ​ຈີນ,​ໂຄ​ສົກ​ຖະ​ແຫຼງ​ຂ່າວ​ຂອງ​ໂຄງ​ການ​ການ​ບິນ​ອາ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ຂອງ​ຈີນ​ປະ​ກາດ​ວ່າ,​ທີ່​ປະ​ຊຸມ​ຄັ້ງ​ທີ​3​ຂອງ​ກອງ​ບັນ ຊາການ​ໃຫຍ່​ຂອງ​ວຽກ​ງານ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຍານ​ອາ​ວະ​ກາດ​"ທ່ຽນ​ກົ່ງ​ເລກ​1"​ກັບ ຍານ​ອາ​ວະ​ກາດ"​ເຊິ​ນ​ໂຈ່​ວ​ເລກ8"​ໄດ້​ມີ​ການ​ຄົ້ນ​ຄວ້າ​ແລະ​ຕົກ​ລົງ​ວ່າ,​​ຍານ​ອາ​ວະ​ກາດ "ທ່ຽນ​ກົ່ງ​ເລກ​1"​ຈະ​ຍິງ​ສົ່ງ​ຂຶ້ນ​ສູ່​ອາ​ວະ​ກາດ​ໃນ​21​ໂມງ​16​ນາ​ທີ​ຫາ​21​ໂມງ​31​ນາ​ທີ​ຂອງ​ວັນ​ທີ​29​ກັນ​ຍາ​ນີ້.​ໃນ​ວັນ​ທີ​28​ກັນ​ຍາ​ນີ້,​ຈະ​ໃສ່​ນ້ຳ​ມັນ​ເຊື້ອ​ໄຟ​ໃຫ້​ຈະ​ຫຼວດ​ສົ່ງ​ຍານ​ໃຫ້​ພຽງ​ພໍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ