ສ້າງ​ໂຄງ​ປະ​ກອບ​ຄວາມ​ປອດ​ໄພ​ອາ​ຊີ​ອັນ​ໃໝ່​ດ້ວຍ​ແນວ​ຄິດ​ຮ່ວມ​ມື​ທີ່​ສະ​ຫຼາດ​ຫຼັກ​ແຫຼມ

(GMT+08:00) 2011-09-28 19:36:43     cri
ປີ​ນີ້​ແມ່ນຄົບຮອບ60​ປີ​ຂອງການ​ລົງ​ລາຍ​ເຊັນ​ໃນ"ສົນທິສັນຍາ​ສັນຕິພາບ​ກັບ​ຍີ່ປຸ່ນ"ທີ່​ແຊັນ​​ແຟຼນຊິ​ສ​ໂກ.​ບາງ​ສື່​ມວນ​ຊົນ​ຕາ​​ເວັນ​ຕົກ​ເຫັນ​ວ່າ,​ໂຄງ​ປະ​ກອບ​ຂອງ​ປະ​ເທດ​ພັນ​ທະ​ມິດ​ອາ​ຊີ​ໂດຍ​ຖື​ເອົາ​ອາ​ເມ​ລິ​ກາ​ເປັນ​ຜູ່​ນຳ​ພາ​ທີ່​ຈໍ່​ຕົວ​ຂຶ້ນ​ພາຍ​ຫຼັງ​ນັ້ນ​ມາ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ຫຍັງ.​ໂຄງ​ປະ​ກອບ​ນີ້​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ໝັ້ນ​ຄົງ​ກວ່າ​ເກົ່າ​ໃນ​ໄລ​ຍະ​ສົງ​ຄາມ​ເຢັນ,​ແລະ​ໄດ້​ມີ​ການ​ສືບ​ທອດ​ພາຍ​ຫຼັງ​ສົງ​ຄາມ​ເຢັນ​ສິ້ນ​ສຸດ​ລົງ​ຍ້ອນ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ຂອງ​ຈີນ.

ສິ່ງ​ທີ່​ປະຕິ​ເສດ​ບໍ່​ໄດ້ນັ້ນກໍ​ແມ່ນ,ປະ​ເທດ​ອາຊີ​​ຈຳນວນ​ໜຶ່ງມີ​ຄວາມ​ຮູ້ສຶກ​ວ່າ​ຈະບໍ່​ມີ​ຄວາມ​ປອດ​ໄພ​ໃນ​ລະດັບ​ໃດ​ໜຶ່ງ​ຍ້ອນ​​ຈີນ​ເຂັ້ມ​ແຂງ​ຂຶ້ນ​ຢ່າງ​ວ່ອງ​ໄວ,​ໂດຍ​ສະ​ເພາະ​ແມ່ນ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ,​ກຳ​ລັງ​ທາງ​ທະ​ຫານ​ຂອງ​ຈີນ​ເຂັ້ມ​ແຂງ​ຂຶ້ນ​ຈະ​ທຳ​ລາຍ​ຄວາມ​ກ້ຳ​ເກີ່ງ​ກັນ​ທີ່​ອາ​ເມ​ລິ​ກາ​ໄດ້​ສ້າງ​ຂຶ້ນ​ແລະ​ຮັກ​ສາ​ຢ່າງ​ລະ​ອຽດ​ເປັນ​ເວລາ​ດົນ​ນານ​ມາ​ນີ້.​ແຕ່​ວ່າ,​ທຽບ​ໃສ່60​ປີ​ກ່ອນ,​ໃນ​ທຸກ​ມື້​ນີ້,​ອາ​ຊີ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​​ແລ້ວ.

ອົງ​ກອນ​ເສດຖະກິດ​ທີ່​ຈະ​ເລີນ​ໃໝ່​ໄດ້​ກາຍ​ເປັນ​ກຳລັງ​ອັນສຳຄັນ​​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​​ໂລກ.​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ຈີນ​ໄດ້​ປະ​ກອບ​ສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາ​ຊີ​ຢ່າງ​ແຂງ​ແຮງ.ປະ​ເທດ​ຕ່າງໆ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ພັດ​ທະ​ນາ​ຂອງ​ຈີນ​ໂດຍ​ທົ່ວ​ໄປ.​ບັນ​ດາ​ປະ​ເທດ​ອາຊີ​ພວມ​ຫຍັບ​ເຂົ້າ​ໃກ້​ກັນ,​ຫາກ​ບໍ່​ແມ່ນ​ອອກ​ຫ່າງ​​ໄກ​ກັນ.ການ​ຈໍ່​ຕົວ​ຂຶ້ນ​ເປັນ​ສອງ​ກຸ່ມ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ຄືນ​ໃໝ່​ນັ້ນ​ແມ່ນ​ເລື່ອງ​ທີ່​ເປັນ​ໄປ​ບໍ່​ໄດ້.​ອາ​ຊີ​ໄດ້​ກ້າວ​ອອກ​ຈາກ​ສົງ​ຄາມ​ເຢັນ​ແລ້ວ.​ແນວ​ຄິດ​ທີ່​ຢາກ​ຕັດ​ແຍກ​ຈີນ​ອອກ​ໄປ​ເປັນ​ອີກ​ກຸ່ມ​ໜຶ່ງ​ນັ້ນ​ແມ່ນ​ແນວ​ຄິດ​ທີ່​ບໍ່​ສະ​ຫຼາດ​ຫຼັກ​ແຫຼມ​ຈັກ​ໜ້ອຍ​ເລີຍ.​ຈີນ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ກັບ​ບາງ​ປະ​ເທດ​ໃນ​ບັນ​ຫາ​ອະ​ທິ​ປະ​ໄຕ​ຢູ່​ເໜືອ​ຜືນ​ແຜ່ນ​ດິນ​ແລະ​ນ່ານ​ທະ​ເລ.​ໃນ​ຫຼາຍ​ປີ​ມາ​ນີ້,​ຈີນ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ນີ້​ໂດຍ​ສັນ​​ຕິ​ຢ່າງ​ບໍ່​ຢຸດ​ຢັ້ງ.​ໃນ​ບັນ​ຫາ​ທະ​ເລ​ຈີນ​ໃຕ້,​ຈີນ​ພວມ​ພະ​ຍາ​ຍາມ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ວຍ​ສັນ​ຕິ​ວິ​ທີ,​ຊຸກ​ຍູ້​ການ​ຮ່ວມ​ກັນ​ພັດ​ທະ​ນາ​ທະ​ເລ​ຈີນ​ໃຕ້​.

ມີ​ບາງ​ປະ​ເທດບໍ່​ເຂົ້າ​ໃຈ,ຈົນ​ວ່າມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ.ນີ້​ບໍ່​ແມ່ນ​ເລື່ອງ​ແປກ.​ບາງ​ປະ​ເທດ​ໃຊ້​ວິ​ທີ​ປ້ອງ​ກັນ​ຫຼື​ຕ້ານ​ຢັນ​ກັບ​ຈີນ​ຍ້ອນ​ມີ​ຄວາມ​ວິ​ຕົກ​ກັງ ວົນ​,ຈີນກໍ່​ບໍ່​ຮູ້ສຶກ​ກະ​ຕຸ້ນ​​ເສັ້ນ,​ແລະ​ຈະ​ບໍ່​ປ່ຽນ​ແປງ​ທິດ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ຕົນ.

ປະຈຸ​ບັນ​ນີ້,ຢູ່​ອາຊີ​ຍັງ​ມີພື້ນຖານ​ສຳລັບ​ການ​ເຕີບ​ໂຕ​ຂອງ​ຈິນຕະນາການສົງຄາມ​ເຢັນ. ສະນັ້ນ,​ຕ້ອງ​ລະ​ມັດ​ລະ​ວັງ​ຄວາມ​ອັນ​ຕະ​ລາຍ​ສາມ​ຢ່າງ,​ຄື:​ໜຶ່ງ,​ບາງ​ປະ​ເທດ​ທີ່​ເຂັ້ມ​ແຂງ ຢາກ​ນຳ​ເອົາ​ຄວາມ​ເຂັ້ມ​ແຂງ​ຂອງ​ຈີນ​ແລະ​ເງື່ອນ​ໄຂ​ທາງ​ປະ​ຫວັດ​ສາດ​ເປັນ​ຂໍ້​ອ້າງ,​ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ດ້ານ​ການ​ທະ​ຫານ​ກັບ​ອາ​ຊີ​ແລະ​ມີ​ຈຸດ​ປະ​ສົງ​ທີ່​ແນ​ໃສ່​ຈີນ;​ສອງ,​ມີ​ບາງ​ສື່​ມວນ​ຊົນ​ຕາ​ເວັນ​ຕົກ​ຕັ້ງ​ແກ້ງ​ເວົ້າ​ໂຍກ​ເກີນ​ຄວາມ​ເປັນ​ຈິງ​ກ່ຽວ​ກັບ​ບັນ​ຫາ​ທີ່​ໄດ້​ຜ່ອນ​ຄາຍ​ແລ້ວ,​ເວົ້າ​ໂຍກ​ກ່ຽວ​ກັບ​ຄວາມ​ຂັດ​ແຍ່ງ​ກັນ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ໃດ​ໜຶ່ງ ເປັນ​ການ​ປະ​ທະ​ກັນ​ໃນ​ທົ່ວ​ພາກ​ພື້ນ;​ສາມ,​ມີ​ບາງ​ປະ​ເທດ​ຢາກ​ສວຍ​ໃຊ້​ກຳ​ລັງ​ທາງ​ທະ​ຫານ​ຂອງ​ອາ​ເມລິ​ກາ​ເພື່ອ​ສະກັດ​ກັ້ນ.

ເວົ້າສຳລັບການ​ສ້າງ​ໂຄງ​ປະກອບ​ຄວາມ​ປອດ​ໄພ​ອາຊີ​ອັນ​​ໃໝ່,ການ​ຄັດ​ເລືອກທີ່​ດີ​ທີ່​ສຸດ​ແມ່ນ​ກ້າວ​​ເດີນໄປ​ໜ້າ.ການ​ກ້າວ​ເດີນ​ໄປ​ໜ້າ​ຕ້ອງ​ການ​​ໃຫ້ຝ່າຍ​ຕ່າງໆ​ມີ​ທັດ​ສະ​ນະ​ທີ່ ສ້າງ​ສັນ,​ມີ​ຄວາມ​ໃຈ​ກວ້າງ​ແລະ​ມີ​ແນວ​ຄິດ​ປະ​ດິດ​ສ້າງ​ທີ່​ຢາກ​ລື່ນ​ກາຍ​ປະ​ເພ​ນີ,​ສະ​ເໜີ​ຂໍ້​ລິ​ເລີ່ມ​ຫຼາຍ​ກວ່າ​ເກົ່າ​ທີ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ,​ປັບ​ປຸງ​ຊ່ອງ​ທາງ​ການ​ແລກ ປ່ຽນ​ແລະ​ປະ​ສານ​ງານ​ໃຫ້​ລຸ​ລ່ວງ​ຕື່ມ​ອີກ.​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້,​ຝ່າຍ​ຕ່າງໆ​ຄວນ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ປະ​ຕິ​ບັດ​"ຖະ​ແຫຼງ​ການ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້"​ແລະ​ທິດ​ທາງ​ຊີ້​ນຳ​ການ​ປະ​ຕິ​ບັດ​ຕໍ່​ໄປ,​ຕັ້ງ​ຫົວ​ຂໍ້​ພິ​ຈາ​ລະ​ນາ​ຫຼາຍ​ກວ່າ​ເກົ່າ​​ເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້,ສ້າງ​ໂຄງ​ປະ​ກອບ​ຄວາມ​ປອດ​ໄພ​ອາ​ຊີ​ອັນ​ໃໝ່​ດ້ວຍ​ແນວ​ຄິດ​ຮ່ວມ​ມື​ທີ່​ສະ​ຫຼາດ​ຫຼັກ​ແຫຼມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ