ຈີນ​ເຮັດ​ວຽກ​ຂອງ​ຕົນ​ເອງ​ໃຫ້​ດີກໍ່​​ເປັນການ​ປະກອບສ່ວນໃຫ້​ແກ່​ໂລກ

(GMT+08:00) 2011-09-29 17:29:27     cri

ທ່ານ​ຫລີ​ເຄີ້ຊຽງ, ຮອງ​ນາຍົກລັດຖະມົນຕີຈີນກ່າວ​ຢູ່​ນະຄອນຫລວງ​ປັກ​ກິ່ງ​ໃນ​ວັນ​ທີ 28 ກັນຍາ​ນີ້​ວ່າ: ລັດຖະບານ​ຈີນ​ຈະ​ສືບ​ຕໍ່​ຖືການ​ເຮັດ​ໃຫ້​ລະດັບ​ລວມຂອງ​ລາຄາ​ສິນຄ້າ​ມີ​ຄວາມຫມັ້ນທ່ຽງ​ເປັນ​ຫນ້າ​ທີ່​ສຳຄັນ​ອັນ​ດັບ​ຫນຶ່ງ​ຂອງ​ການ​ດັດສົມ​ທາງມະຫາ​ພາກ,​ເລັ່ງລັດ​ການ​ຫັນປ່ຽນຮູບ​ແບບການ​ພັດທະນາທາງ​ດ້ານ​ເສດຖະກິດ,ຊຸກ​ຍູ້​ເສດຖະກິດ​​ໃຫ້​ມີ​ການພັດທະນາ​ຢ່າງ​ຫມັນທ່ຽງ​ແລະອ່າວໄວ​​ໃນ​ໄລຍະ. ຈີນ​ເຮັດ​ວຽກ​ຂອງ​ຕົນ​ເອງ​ໃຫ້​ດີ​ກໍ່​ແມ່ນ​ເປັນ​ການ​ປະກອບສ່ວນ​ໃຫ້​ໂລກ.

​   ທ່ານ​ຫລີ​ເຄີ້ຊຽວ​ໄດ້​ກ່າວ​ຄຳ​ເວົ້າ​ດັ່ງກ່າວໃນ​ເວລາ​ຕ້ອນຮັບ​ຜູ່​ຮັບຜິດຊອບ​ຂອງ​ອົງ ການ​ວາງ​ແຜນ​ແລະ​ສະຖິຕິ​ 28 ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງສາກົນ​ຂອງ​ກອງ​ປະຊຸມເວທີ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຕິດຕາມ​ການ​ພັດທະນາ​ຂອງ​ປະ​ເທດ:ບັນຫາ​ກັບ​ສິ່ງ​ທ້າ​ທາຍ.ທ່ານ​ກ່າວ​ວ່າ, ປັດຈຸບັນ, ສະພາບ​ແວດ​ລ້ອມ​ທາງ​ເສດຖະກິດ​ສາກົນ​ມີ​​ເງື່ອນ​ໄຂ​ທີ່​ບໍ່​ຫມັ້ນ​ທ່ຽງ​ແລະ​ບໍ່​​ແນ່ນອນ​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.​ພາຍໃຕ້​ສະພາບ​ການ​ຄືແນວ​ນີ້,ການ​ເພີ່ມ​ທະວີທາງ​ດ້ານສະຖິຕິ​ແລະການ​ຕິດຕາມ​ກວດກາ, ສະຫນອງ​ຂໍ້​ມູນ​ຂ່າວສານ​ທີ່​ແທ້​ຈິງ, ຄົບ​ຖ້ວນ​ແລະ​ທັນ​ການ​ນັ້ນ, ກໍ່​ແມ່ນ​ການ​ສ້າງ​ເງື່ອນ​ໄຂ​ທີ່​ອຳນວຍ​ຄວາມ​ສາມາດ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ວິ​ເຄາະ​ສະຖານະ​ການ​ຢ່າງ​ຖືກຕ້ອງ,​ແລະ​ວາງ​ນະ​ໂຍບາຍ​ຕາມ​ຫລັກ​ວິທະຍາສາດທີ່ມີ​ຜົນ​ດີ​ຕໍ່​ບັນດາ​ຝ່າຍ​ເພີ່ມ​ຄວາມ​ຮັບ​ຮູ້​ຄື​ກັນ, ຊຸກ​ຍູ້​ປະທດ​ຕ່າງໆ​ຮ່ວມ​ມື​ກັນ​​ໃນ​ການ​ນຳ​ໃຊ້​ນະ​ໂຍບາຍ, ຊຸກ​ຍູ້​ເສດຖະກິດ​ໂລ​ກ​ໃຫ້ຟື້ນ​ຕົວຢ່າງ​ຫມັ້ນທ່ຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ