ແຜ່ນດິນ​ໃຫຍ່​ຈີນ, ​ໄຕ້​ຫວັນ​ຈີນ​ຮ່ວມ​ກັບ 8 ປະ​ເທດ​ຂອງ​ອາ​ຊຽນ​ໄດ້​ທຳລາຍສອງ​ກຸ່ມ​ຕົ້ມ​ຕຸນທາງ​ໂທລະສັບ​ຂ້າມ​ຊາດ

(GMT+08:00) 2011-09-29 17:31:11     cri
ວັນ​ທີ 28 ກັນຍາ​ນີ້, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຈີນ​ໄດ້​ຊີ້​ນຳພາ​ກສ່ວນ​ປ້ອງ​ກັນ​ຄວາມ​ສະຫງົບ​ຈາກ 10 ​ເຂດ​ແຂວງຂອງ​ແຜ່ນດິນ​ໃຫຍ່​ຈີນ, ​ໄດ້ຣ່ວມມື​ກັບ​ຕຳຫລວດຂອງ ​ໄຕ້​ຫວັນ​ຈີນ,​ແລະອີກ 8 ປະ​ເທດ​ອາ​ຊຽນຄື:ລາວ,ອິນ​ໂດ​ເນ​ເຊຍ,ກຳປູ​ເຈຍ, ຟິລິບ​ປິນ, ຫວຽດນາມ, ​ໄທ, ມາ​ເ​ລ​ເຊຍ,ສິງກະ​ໂປ​ເຄື່ອນ​ໄຫວ​ພ້ອມ​ດຽວ​ກັນ,​ໄດ້​ທຳລາຍ​ສອງກຸ່ມ​ຕົ້ມ​ຕຸນ​ທາງ​ໂທລະສັບ​ຂ້າມ​ຊາດ,ຈັບ​​ຜູ່​ຕ້ອງ​ຫາ​ໄດ້ 828 ຄົນ, ​ໃນ​ນັ້ນມີ​ຜູ່​ຕ້ອງ​ຫາ​ຈາກແຜ່ນດິນ​​ໃຫຍ່​ຈີນ 532 ຄົນ, ຜູ່​ຕ້ອງ​ຫາ​ຈາກໄຕ້​ຫວັນຈີນ 284 ຄົນ, ອີກ 12 ຄົນ​ແມ່ນ​ມີ​ສັນຊາດ​ຂອງ​ບັນດາປະ​ເທດ​ອາ​ຊຽນ,​ເຊິ່ງ​ມີ​ສ່ວນ​ພົວ​ພັນ​ກັບ​​ເງິນ 220 ລ້ານ​ຢວນ.

​ເລີ່​ມ​ແຕ່​ຕົ້ນ​ປີ​ນີ້​ມາ, ຢູ່​ແຂວງ​ກວາງຕຸ​ງ​ແລະ​ແຫ່ງ​ອື່ນໆ​ຂອງ​ຈີນ​ໄດ້​ເກີດ​ຄະດີ​ຫລອກ​ຕົ້ມ​ເງິນ​ໂດຍ​ຜ່ານ​ທາງ​ໂທລະສັບ​​ໂດຍ​ຖື​ເອົາ​ການ​ໃຫ້​ເງິນ​ກູ້​ຢືມ​ຈຳນວນ​ຫນ້ອຍ. ​ເມື່ອ​ຜ່ານ​ການ​ກວດກາ​ແລ້ວ,ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ເຫັນ​ວ່າ,ບ່ອນ​ຫລອກ​ຕົ້ມ​ແຫ່ງ​ທີ​ຫນຶ່ງ​ແມ່ນ​ຕັ້ງ​ຢູ່​​ແຜ່ນດິນ​ໃຫຍ່​ຈີນ, ​ໄຕ້​ຫວັນຈີນ, ​ຟິລິບ​ປິນ, ​ໄທ,ຫວຽດນາມ,​ແລະ​ອິນ​ໂດ​ເນ​ເຊຍ,ບ່ອນ​ຫລອກ​ຕົ້ມ​ແຫ່ງ​ທີ​ສອງ​ຕັ້ງ​ຢູ່​ອິນ​ໂດ​ເນ​ເຊຍ, ກຳປູ​ເຈຍ, ຟິລິບ​ປິນ,ຫວຽດນາມ, ​ໄທ,ລາວ, ມາ​ເລ​ເຊຍ​ແລະ​ສິງກະ​ໂປ, ​ເຊິ່ງການ​ຫລອກ​ຕົ້ມ​ເຫລົ່າ​ນີ້​ແມ່ນ​ແນ​ໃສ່​ປະຊາຊົນ​ຢູ່​ແຜ່ນດິນ​ໃຫຍ່​ຈີນ​ແລະ​ໄຕ້​ຫວັນ​ຈີນ, ​ຕ່າງກໍ່​ມີ​ສ່ວນ​ພົພວັນ​ກັບເງິນ ຈຳນວນ 120 ລ້ານ​ຢວນ​ແລະ 100 ກວ່າ​ລ້ານ​ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ