ອຳນາດ​ການ​ປົກຄອງ​ຂອງ​ລີ​ບີ​ກ່າວ​ໄດ້​ພົບ​ເຫັນ​ຮ່ອງ​ຮອຍ​ຂອງ​ລູກ​ຊາຍ ​ທ່ານ​ກັດ​ດາ​ຟີ2ຄົນ

(GMT+08:00) 2011-09-29 16:51:20     cri
ຕາມ​ຂ່າ​ວສານ​ຊີ​ນຮວາ: ວັນ​ທີ28ກັນຍາ​ນີ້, ຢູ່ນະຄອນຫຼວງຕຣີ​ໂປ​ລີ, ​ໂຄສົກ​ຕຳຫຼວດ​ຂອງ​ອຳນາດ​ການ​ປົກຄອງ​ລີ​ບີ​ກ່າວ​ວ່າ, ປະຈຸ​ບັນ, ​ໄດ້​ຊອກ​ພົບ​ຮ່ອງຮອຍ​ຂອງ​ລູກ​ຊາຍ​ຜູ້​ທີ2​ແລະ​ລູກ​ຊາຍ​ຜູ້​ທີ4​ຂອງ​ທ່ານ​ກັດ​ດາ​ຟີຄື:ທ້າວ​ເຊ​ວຟອານ​ອິສລາມ​ແລະ​ທ້າວມູຕາສຊິ​ມກັດ​ດາ​ຟີ,​ແຕ່​ຍັງ​ບໍ່​ຮູ້​ຮ່ອງ​ຮອຍ​ຂອງ​ທ່ານ​ກັດ​ດາ​ຟີ​ເທື່ອ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ຕຣີ​ໂປ​ລີ,ທ່ານ​ອາ​ເມັດ ​ໂອ​ມາບ​ານີກ່າ​ວວ່າ, ປະຈຸ​ບັນ,ທ້າວເຊ​ວຟ ​ອານ​ອິສລາມໄດ້​ລີ້​ຊ່ອນ​ຢູ່​ບາ​ນີ ວະ​ລິດ​ທີ່​ຫ່າງ​ຈາກ​ທິດຕາ​ເວັນ​ອອກສຽງ​ໃຕ້​ຂອງຕຣີ​ໂປ​ລີ​ປະມານ 180​ກິ​ໂລ​ແມັດ, ສ່ວນທ້າວມູຕາສຊິ​ມ ກັດ​ດາ​ຟີ​ໄດ້​ລີ້ຊ່ອນຢູ່​ເມືອງ​ເຊີດ​ທ໌ຫ່າງຈາກພາກ​ຕາ​ເວັນ​ອອກ​ຂອງຕຣີ​ໂປ​ລີ​ປະມານ 450ກິ​ໂລ​ແມັດ.

ທ່ານ​​ອາ​ເມັດ ​ໂອ​ມາບ​ານີກ່າວ​ວ່າ, ປະຈຸ​ບັນ, ອຳນາດ​ການ​ປົກຄອງ​ ​ລີ​ບີ​ບໍ່​ໄດ້​ສົນ​ໃຈ​ວ່າ​ທ່ານ​ກັດ​ດາ​ຟີ​ໄປ​ລີ້​ຢູ່​ໃສ, ​ແຕ່ສິ່ງ​ທີ່ສຳຄັນແມ່ນປົດ​ປ່ອຍ​ລີ​ບີ,​ແລະ​ຮັບປະ​ກັນ​ຄວາມ​ໝັ້ນຄົງ​ຂອງ​ເມືອງ​ທີ່​ໄດ້​ຮັບ​ການ​ປົດ​ປ່ອຍ. ຫຼັງ​ຈາກ​ນັ້ນ, ອຳນາດ​ການ​ປົກຄອງ​ຂອງ​ລີບີ​ຈະ​ອອກ​ແຮງຊອກ​ຈັບ​ທ່ານ​ກັດ​ດາ​ຟີ. ທ່ານ​ບາ​ນີກ່າວ​ເນັ້ນ​ວ່າ, ບໍ່​ວ່າ​ທ່ານ​ກັດ​ດາ​ຟີຈະ​​ໄປ​ຫຼົບ​ຢູ່​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ໃດກໍ່ຕາມ,ອຳນາດ​ການ​ປົກຄອງລີ​ບີ​ກໍ່​ຈະ​ສືບ​ຕໍ່​ຊອກ​ຫາ​ໃຫ້​ພົບ​ຈົນ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ