ຮອງ​ຜູ່​ບັນ​ຊາ​ການ​ໃຫຍ່​ໂຄງ​ການ​ການ​ບິນ​ອາ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ຂອງ​ຈີນ​ແນະ ນຳ​ຍານ​ອາ​ວະ​ກາດ​"ທ່ຽນ​ກົ່ງ​ເລກ​1"

(GMT+08:00) 2011-09-29 19:11:08     cri
ໃນ​ເວລາ​ກ່ອນ​ຍານ​ອາ​ວະ​ກາດ"ທ່ຽນ​ກົ່​ງ​ເລກ1"ຈະ​ຖືກ​ສົ່ງ​ຂຶ້ນ​ສູ່​ອາ​ວະ​ກາດ​ໃນ​ຕອນ​ຄ່ຳ​ວັນ​ທີ​29​ກັນ​ຍາ​ນີ້,​ຢູ່​ສູນ​ສົ່ງ​ດາວ​ທຽມ​"ຈິວ​ຊວນ"​ຂອງ​ຈີນ,​ທ່ານ​ນິວ​ຮົງ​ກວ່າງ,​ຮອງ​ຜູ່​ບັນ​ຊາ​ການ​ໃຫຍ່​ໂຄງ​ການ​ການ​ບິນ​ອາ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ຂອງ​ຈີນ​ໄດ້​ແນະ​ນຳ​ວຽກ​ງານ​ເຊື່ອມ​ຕໍ່​ລະ​ຫວ່າງ​ຍານ​ອາ​ວະ​ກາດ​"ທ່ຽນ​ກົງ​ເລກ​1"​ກັບ​ຍານ​ອາ​ວະ​ກາດ​"​ເຊິນ​ໂຈ່​ວ​ເລກ8"ທີ່​ມີ​ອິດ​ທິ​ພົນ​ຕໍ່​ຕ່າງ​ປະ​ເທດ​ເປັນ​ເທື່ອ​ທຳ​ອິດ.

ທ່ານ​ນິວຮົງ​ກວ່າ​ງກ່າວ​ວ່າ,ຍານ​ອາ​ວະ​ກາດ"ທ່ຽນ​ກົ່ງ​ເລກ1"​ແມ່ນ​ຮູບ​ຈຳລອງ​ຂອງ ຫ້ອງ​ທົດ​ລອງ​​ອາ​ວະ​ກາດ​ຂອງ​ຈີນ.​ທ່ານ​ກ່າວ​ວ່າ:​"ຍານ​ອາ​ວະ​ກາດ"ທ່ຽນ​ກົ່ງ​ເລກ1"​ແມ່ນ​ຍານ​ອາ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ທີ່​ຄົ້ນ​ຄວ້າ​ຜະ​ລິດ​ໃໝ່,​ແມ່ນ​ຍານ​ອາ​ວະ​ກາດ​ບິນ​ຕາມ​ວົງ​ໂຄ ຈອນ​ຕ່ຳ​ທີ່​ມີ​ອາຍຸ​ການ​ນຳ​ໃຊ້​ດົນ​ກວ່າ​ໝູ່​ຂອງ​ຈີນ,​ອາດ​ເວົ້າ​ໄດ້​ວ່າ,​ແມ່ນ​ຫ້ອງ​ທົດ​ລອງ​ອາ​ວະ​ກາດ​ແບບ​ງ່າຍ​ດາຍ."

ຍ້ອນ​ວ່າ​ຍານ​ອາ​ວະ​ກາດນີ້ມີ​ຮູບຊົງ​ບັ້ງ,ສະນັ້ນ,ມັນ​ເຄີຍ​ຖືກ​ເອີ້ນ​ວ່າ​ແມ່ນ"ລູກ​ຕຸ້ຍ" ທີ່​ມີ​ນ້ຳ​ໜັກ​ເກີນ​8​ໂຕນ.​ທ່ານ​ນິວ​ຮົງ​ກວ່າງ​ໄດ້​ແນະ​ນຳ​ຍານ​ອາ​ວະ​ກາດ​ນີ້​ດ້ວຍ​ຕົວ​ເລກ​ຢ່າງ​ລະອຽດ.​ທ່ານ​ກ່າວ​ວ່າ:​"ຍານ​ອາ​ວະ​ກາດ​"ທ່ຽນ​ກົງ​ເລກ​1"ປະ​ກອບ​ດ້ວຍ​ຫ້ອງ​ທົດ​ລອງ​ແລະ​ຫ້ອງ​ຊັບ​ພະ​ຍາ​ກອນ,​ຍາວ​ທັງ​ໝົດ10,4​ແມັດ,​ເສັ້ນ​ຜ່າ​ກາງ​ຂອງ​ບ່ອນ​ກວ້າງ​ທີ່​ສຸດ​ແມ່ນ 3,35​ແມັດ,​ມີ​ນ້ຳ​ໜັກ​8​ໂຕນ​ເຄິ່ງ.​ຕາມ​ການ​ອອກ​ແບບ,​ອາ​ຍຸ​ການ​ນຳ​ໃຊ້​ຕາມ​ວົງ​ໂຄ​ຈອນ ຂອງ​ຍານ​ອາ​ວະ​ກາດ​ນີ້​ແມ່ນ​2​ປີ.​​ໃນ​ນັ້ນ,​ນັກ​ບິນ​ອາ​ວະ​ກາດ​2-3​ຄົນ​ຈະ​ສາມາດ​ປະ​ຈຳ​ການ​ໄດ້​ໃນ​ຫ້ອງ​ທົດ​ລອງ,​ຢູ່​ທາງ​ໜ້າ​ໄດ້​ຕິດ​ຕັ້ງ​ເຄື່ອງ​ເຊື່ອມ​ຕໍ່​ເພື່ອ​ສຳ​ເລັດ​ວຽກ​ງານ​ເຊື່ອມ​ຕໍ່​ກັບ​ຍານ​ອາ​ວະ​ກາດ​ອື່ນ;​ຫ້ອງ​ຊັບ​ພະ​ຍາ​ກອນ​ມີ​ຈຸດ​ປະ​ສົງ​ສະ​ໜອງ​ແມ່​ແຮງ​ແລະ​ພະ​ລັງ​ງານ​ໃຫ້​ແກ່​ຍານ​ອາ​ວະ ກາດ."

ທ່ານ​ນິວຮົງ​ກວ່າ​ງບອກ​ໃຫ້​ຮູ້​ວ່າ,ຍານ​ອາ​ວະ​ກາດ"​ທ່ຽນ​ກົ່ງເລກ1"​ແມ່ນ​ຍານ​ອາ ວະ​ກາດ​ທີ່​ໃຫຍ່​ກວ່າ​ໝູ່​ແລະ​ໜັກ​ກວ່າ​ໝູ່​ຂອງ​ຈີນ​ໃນ​ປະ​ຈຸ​ບັນ​ນີ້.​ເພື່ອ​​ສົ່ງ​ຍານ​ອາ​ວະ​ກາດ​ນີ້​ຂຶ້ນ​ສູ່​ອາ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ,​ຈະ​ຫຼວດ​ສົ່ງ​ຍານ"ຊາງ​​ເຈິ່ງ​ເລກ​2​FT1"​ທີ່​ຮັບ​ຜິດ ຊອບ​ວຽກ​ງານ​ສົ່ງ​ນັ້ນ​ກໍ່​ໄດ້​ຮັບ​ການ​ດັດ​ແປງ​​ເພື່ອ​ວຽກ​ງານ​ນີ້.

ທ່ານ​ນິວຮົງ​ກວ່າ​ງຍັງ​ໄດ້​ແນະນຳ​ວຽກ​ງານ​ຕົ້ນ​ຕໍ​ໃນ​ການ​ບິນ​ເທື່ອ​ນີ້​ຂອງ​ຍານ​ອາ​ວະ​ກາດ"ທ່ຽນ​ກົ່ງ​ເລກ1".​ທ່ານ​ກ່າວ​ວ່າ: "ໜ້າ​ທີ່​ຕົ້ນ​ຕໍ​ຂອງ​ວຽກ​ງານ​ການ​ບິນ​ຂອງ​ຍານ​ອາ​ວະ​ກາດ​"ທ່ຽນ​ກົ່ງ​ເລກ1"​ແມ່ນ​​ເພື່ອ​ສຳ​ເລັດ​ການ​ທົດ​ລອງ​ແລະ​ກຳ​ກັບ​ເຕັກ​ນິກ​ໃນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຍານ​ອາ​ວະ​ກາດ​ກັບ​ຍານ​ອາ​ວະ​ກາດ.​ສ້າງ​ເວ​ທີ​ທົດ​ລອງ​ບັນ​ທຸກ​ຄົນ​ຢູ່​ອາ​ວະ​ກາດ​ທີ່​ບິນ​ຕາມ​ວົງ​ໂຄ​ຈອນ​ຢ່າງ​ເປັນ​ອິດ​ສະລະ​ເປັນ​ເວລາ​ດົນ​ນານ​ແລະ​ມີຄົນ​ດູ​ແລ​ເປັນ​ໄລ​ຍະ​ສັ້ນ,​ດຳ​ເນີນ​ການ​ທົດ​ລອງ​ທີ່​ໃຫ້​ນັກ​ການ​ບິນ​ອາ​ວະ​ກາດ​ປະ​ຈຳ​ຢູ່​ອາ​ວະ​ກາດ​ເພື່ອ​ສະ​ສົມ​ບົດຮຽນ​ແກ່​ການ​ຄົ້ນ​ຄວ້າ​ສ້າງ​ຕັ້ງ​ສະ​ຖາ​ນີ​ອາ​ວະ​ກາດ.​ແລະ​ຍັງ​ມີ​ໜ້າ​ທີ່​ດຳ​ເນີນ​ການ​ກວດ​ກາ​ວັດ​ແທກ​ຕໍ່​ສິ່ງ​ແວດ​ລ້ອມ​ອາ​ວະ​ກາດ,​ດຳ​ເນີນ​ການ​ທົດ​ລອງ​ທາງ​ດ້ານ​ວິ​ທະ​ຍາ​ສາດ,​ແພດ​ສາດ​ແລະ​ເຕັກ​ນິກ​ອາ​ວະ​ກາດ​ຢູ່​ໃນ​ອາ​ວະ​ກາດ​."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ