ເຈົ້າ​ໜ້າ​ທີ່​ລີ​ບີ​ເລື່ອນ​ເວລາ​ໃນ​ການ​ສ້າງ​ຕັ້ງ​ລັດຖະບານ​ຊົ່ວຄາວ

(GMT+08:00) 2011-09-30 16:46:35     cri
ທ່ານ​ມາ​ມຸດ ຈີບຼີນ ປະທານ​ຄະນະ​ບໍລິຫານ​ງານ​ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ປະກາດ​ໃນ​ວັນ​ທີ29​ກັນຍາ​ນີ້​ຢູ່​ນະ​ຄອນ​ຫຼວງ​ຕຼີ​ໂບລີ​ວ່າ,​ເຈົ້າ​ໜ້າ​ທີ່​ລີ​ບີ​ຕົກລົງ​ເລື່ອນ​ເວລາ​ໃນ​ການ​ປະຕິບັດ​ແຜນການ​ຈັດ​ຕັ້ງ​ລັດຖະບານ​ຊົ່ວຄາວອອກ​ໄປ​ອີກ​ແລະ​ໃນ​ໄລຍະ​ນີ້ຄະນະ​ບໍລິຫານ​ງານ​ຈະ​ສືບ​ຕໍ່​​ປະຕິບັດ​ໜ້າ​ທີ່​ບໍລິຫານ​ງານຕໍ່​ໄປ.

ທ່ານ​ຈີ​ບຼີນກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ29​ກັນຍານີ້​ວ່າ,ພາຍຫຼັງຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ຕົກ​ລົງ​ເລື່ອນ​ເວ​ລາ​ໃນ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ​ຊົ່ວ​ຄາວ​ແລ້ວ,ປະຈຸ​ບັນ,ການ​ປຶກສາ​ຫາລື​ທີ່​ກ່ຽວຂ້ອງ​ທັງ​ໝົດ​ລ້ວນ​ແຕ່​ໄດ້​ຢຸດຕິ​ແລ້ວ,ມີ​ພຽງ​ແຕ່​ຄະນະ​ກຳ​ມະ​ການ​ຊົ່ວຄາວ​ແຫ່ງຊາດສາມາດ​ຄວບ​ຄຸມ ​ດິນ​ແດນ​ລີ​ບີທັງ​ໝົດ​ແລ້ວ,​ຈິ່ງ​ຈະ​ເລີ່​ມຈັດ​ຕັ້ງ​ລັດຖະບານ​ຊົ່ວຄາວ.​ກ່ອນ​ໜ້າ​ນີ້,​ຄະ​ນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ຕົກລົງ​ຈະ​ຮັກສາ​ໂຄງ​ຮ່າງ​ຂອງ​ຄະນະ​ບໍລິຫານ​ງານ​ເພື່ອ​ໃຫ້​ຄະນະ​ບໍລິຫານ​ງານ​ເສີມ​ຂະຫຍາຍ​ບົດບາດ​ທີ່​ເປັນ​ລັດຖະບານ​ຮັກສາ​ການ.ບາງຕຳ​ແໜ່​ງຂອງລັດຖະມົນຕີ​ໃນ​ຄະນະ​ບໍລິຫານ​ງານ​ຈະ​ມີ​ການ​ປັບປຸງ,​ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ປັບປຸງ​ຄະນະ​ບໍລິຫານ​ງານ​ຄືນ​​ໃໝ່.

ທ່ານຈີ​ບຼີນຍັງ​ກ່າວ​ວ່າ,ຄະນະ​ບໍລິຫານ​ງານ​ໄດ້​ສະ​ເໜີ​ໃຫ້​ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ເລີ່​ມຕົ້ນ​ປະຕິບັດ​ຕາມ​ຫຼັກ​ການ​ປະ​ຊາ​ທິປະ​ໄຕ​ໂດຍ​ໄວ,ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ຈະ​ປຶກສາ​ຫາລື​ຂໍ້​ສະ​ເໜີ​ດັ່ງກ່າວ​ໃນ​ອາ​ທິດ​ໜ້າ,​ແຕ່​ທ່ານ​ຈີບຼີນປະຕິ​ເສດ​ເປີດ​ເຜີຍ​ເນື້ອ​ໃນ​ລະອຽດ​ຂອງ​ຂໍ້​ສະ​ເໜີ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ