ສື່​ມວນ​ຊົນ​ຫຼາຍ​ປະ​ເທດ​​ໃຫ້​ຄວາມສົນ​ໃຈ​ຫຼາຍ​ນຳ​ການ​ສົ່ງຍານ​ອະວະກາດ"ທຽນ​ກົ່ງ​"ເລກ1ຂອງ​ຈີນ

(GMT+08:00) 2011-09-30 19:53:56     cri
ຍານ​ອະວະກາດ​ "ທຽນ​ກົ່ງ"​ເລກ1 ​ເຊິ່ງ​ເປັນ​ຫ້ອງ​ທົດ​ລອງ​ອາ​ວະ​ກາດ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ໄດ້​ຖືກ​ສົ່ງ​ຂຶ້ນ​ສູ່​ອາວະກາດ​ຢ່າງ​ສຳ​ເລັດ​ຜົນ​ໃນ​ເວລາ 21​ໂມງ16ນາທີ​ຂອງ​ວັນ​ທີ29ກັນຍາ​​ນີ້. ສື່​ມວນ​ຊົນ​ຕ່າງປະ​ເທດລ້ວນ​ແຕ່ມີ​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​ເລື່ອງ​ນີ້,​ແລະ​ກ່າວ​ວ່າການ​ສົ່ງ​ຍານ​ອາວະກາດ​ "ທຽນ​ກົ່ງ"​ເລກ1ຂຶ້ນ​ສູ່​ອະວະກາດ​ຢ່າງ​ສຳ​ເລັດ​ຜົນ​ແມ່ນ​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ຂອງ​ຈີນ.

ຕາມ​ການ​ລາຍ​ງານ​ຂອງ​ເວ​ບ​ໄຊ​ຂ່າວ​ຂອງອາວະກາດ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ: ຫ້ອງທົດ​ລອງ​ອາ​ວະ​ກາດ "ທຽນ​ກົ່ງ"ຂອງ​ຈີນ​ຈະດຳ​ເນີນ​ການ​ທົດ​ລອງ​ເຕັກນິກເຊື່ອມ​ ​ກັບຍານ​ອະວະກາດ"​ເສີນ​ໂຈ່​ວ",ນີ້​ແມ່ນ​ບາດກ້າວ​ທີ່​ສຳຄັນຂອງ​ຈີນ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ທີ່​ສ້າງ​ສຳ​ເລັດ​ສະຖານີ​ອາວະກາດ​ບັນທຸກ​ມະນຸດ. ການ​ສົ່ງ​ພາກສ່ວນ​ທີ່ທົດ​ລອງ​ຢູ່​ໃນ​ຫ້ອງ​ທົດ​ລອງ​ເທິງ​ອະ​ວະ​ກາດ​ແຫ່ງ​ທຳ​ອິດ​ແມ່ນຂີດ​ໝາ​ຍປະ​ຫວັດ​ສາດອັນໃຫຍ່​ຫຼວງ​ຂອງ​ແຜນການ​​ໃນ​ໂຄງການ​ອາ​ວະ​ກາດ​ຂອງ​ຈີນ.

ບົດ​ຄວາມ​ຂອງ​ຂ່າວ​ສານ​ລອຍ​ເຕີ​ຂຽນ​​ວ່າ, ຈີນ​ສົ່ງ​ຍານ​ອາວະກາດ"ທຽນ​ກົ່ງ"​ເລກ1ຂຶ້ນ​ສູ່​ອາວະກາດ​ຢ່າງ​ສຳ​ເລັດ​ຜົນ, ​ໄດ້​ສ້າງ​ເສັ້ນທາງ​​ໃຫ້​ແກ່​ການ​ສ້າງ​ສະຖານີ​ອາ​ຍະ​ກາດ​ແຫ່ງ​ທຳ​ອິດ, ຫຼຸດ​ຄວາມຜິດ​ໂຕນ​ກັນ​ລະຫວ່າງຈີນ​ທີ່​ເປັນ​ປະ​ເທດ​​ໃຫຍ່​ຂອງ​ອາຊີ​ທີ່​ຫາ​ກໍ່​ຈະ​ເລີ​ນຂຶ້ນ​ກັບ​ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ໃນ​ຂົງ​ເຂດ​ການບິ​ນອາວະກາດ​ບັນທຸກ​ມະນຸດ,ນີ້​​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຕົວ​ຈິງ​ທາງ​ດ້ານ​ອາວະກາດ​ຂອງ​ຈີນ​ທີ່​ເຂັ້ມ​ແຂງ​ຂຶ້ນ.

ຕາມ​ບົດ​ຄວາມຂ່າວສານDPAລາຍ​ງານ​ວ່າ,ນີ້​ໝາຍ​ເຖິງ​ຈີນ​ໄດ້​ຢ່ວງ​ບາດກ້າວ​ທີ່​ສຳຄັນ​ໃນ​ກາ​ນບັນລຸ​ເປົ້າ​ໝາຍ​ທີ່​ສ້າງ​ສະຖານີ​ອາວະກາດ​ຖາວອນ​ໃນ10ປີ​ຂ້າງ​ໜ້າ. ບົດ​ຄວາມ​ຍັງ​ໄດ້​ນຳ​ເອົາ​ຄຳ​​ເວົ້າ​ຂອງນັກ​ວິ​ເຄາະ​ອົສຕາ​ລີ​ມາລາ​ຍງານ​ວ່າ,ນີ້​ມີ​ຜົນ​ດີ​ຕໍ່​ການ​ຍົກ​ສູງ​ຄວາມ​ພາກພູມ​ໃຈຂອງປະຊາ​ຊົນ​ແລະ​ຄວາມ​ເຊື່ອ​ໝັ້ນຕໍ່​ລັດຖະບານ​ໃນ​ໄລຍະ​ຄວາມຫຍຸ້ງຍາກ.

ຕາມ​ໜັງສືພິມ​ຊັນ​ເກອີ ຊິ​ມບຸນຂອງ​ຍີ່ປຸ່ນ​ລາຍ​ງານ​ວ່າ, ຖ້າວ່າຍານ​ອາ​ວະ​ກາດ​ເສີນ​ໂຈ່​ວ​ເລກ8ຂອງ​ຈີນທີ່​ຈະຖືກ​ສົ່ງ​ຂຶ້ນ​ສູ່​ອາວະກາດ​ໃນ​ເດືອນ​ພະຈິກ​ປີ​ນີ້ສາມາດ​ເຊື່ອມ​ຕໍ່​ກັບ​ຍານ​ອາວະກາດ"ທຽນ​ກົ່ງ"​ເລກ1ຢ່າງ​ສຳ​ເລັດ​ຜົນ,ວຽກ​ງານ​ການ​ບິນ​ອາວະກາດ​ຂອງ​ຈີນ​ຈະ​ກ້າວ​ຂຶ້ນ​ສູ່​ຂັ້ນ​ໄດ.

ຕາມ​ໜັງສືພິມ​ລາຍ​ວັນຂອງ​ສ​.​ເກົາຫຼີ​ລາຍ​ງານ​ວ່າ, ການ​ສົ່ງ​ຍານ​ອາວະກາດ"ທຽນ​ກົ່ງ"​ເລກ1ຂຶ້ນ​ສູ່​ອາວະກາດ​ແມ່ນ​ບາດ​ກ້າວ​ທີ່​ສຳຄັນ​ໃນ​​ໂຄງການ​ອາວະກາດ​ຂອງ​ຈີນ,ຖັດຈາກ​ອາ​ເມ​ລິ​ກາ​ແລະຣັດ​ເຊຍ,ຈີນ​ກໍ່ມີ​ຄວາມ​ກ້າວໜ້າ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ທີ່​ສ້າງ​ "ສະຖານີອາ​ວະ​ກາດ​ດ້ວຍ​ຄວາມ​ເປັນ​ເຈົ້າ​ຕົນ​ເອງ".

​ເວ​ບ​ໄຊ​ສະຖານີ​​​ໂທລະພາບRede Globo​ບຼາຊິນ​ລາຍ​ງານ​ວ່າ, ການ​ສົ່ງ"ທຽນ​ກົ່ງ"​ເລກ1ຢ່າງ​ສຳ​​ເລັດ​ຜົນ​ແມ່ນ​ບາດກ້າວ​ບາດ​ທຳ​ອິດ​ຂອງ​ຈີນໃນ​ການ​ສ້າງ​ສະຖານີ​ອາວະກາດ​ດ້ວຍ​ຄວາມເປັນ​ເຈົ້າ​ການ​ກ່ອນ​ຫຼື​ຫຼັງປີ2020,ໜ້າ​ທີ່​ຕົ້ນ​ຕໍ​ແມ່ນ​ເພື່ອ​ຖອດຖອນ​ບົດຮຽນ​​ໃຫ້​ແກ່​ການ​ເຊື່ອມ​ຕໍ່ກັນ​ຂອງ​ຍານ​ອາວະກາດ​ໃນ​ອາວະກາດ​ໃນ​ອະນາຄົດ. ຈີນ​ພວມ​ຫຼຸດ​ຄວາມ​ຜິດ​ໂຕນ​ກັນ​ກັບ​ອາ​ເມ​ລິ​ກາ​ແລະຣັດ​ເຊຍ​​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ດ້ານ​ອາວະກາດ​​ເທື່ອ​ລະ​ກ້າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ