ທາງ​ລົດ​ໄຟ​ຈີນ​ຂົນ​ສົ່ງ​ຜູ່​ໂດຍສານ​ໄດ້​ສ້າງ​ສະຖິຕິ​ເທື່ອ​ໃໝ່

(GMT+08:00) 2011-10-02 15:40:45     cri
ວັນ​ທີ1​ຕຸລາ​​ນີ້​​ແມ່ນ​ວັນຊາດ​ຈີນ​ທັງ​ເປັນວັນທຳ​ອິດ​ຂອງ​ຍາມ​ພັກ​ວັນຊາດ​ຈີນ​ເປັນ​ເວລາ7​ວັນ.​ໂດຍ​ລວມ​ແລ້ວ,ຄວາມ​ປອດ​ໄພ​ທາງ​ດ້ານ​ການ​ຂົນ​ສົ່ງ​ທາງ​ລົດ​ໄຟ​ຂອງ​ຈີນ​ມີ​ຄວາມ​ໝັ້ນ​ທ່ຽງ,​ໄດ້​ຂົນ​ສົ່ງ​ຜູ່​ໂດຍສານ8​ລ້ານ9​ແສນ2​ໝື່ນ8000​ຄົນ,​ເພີ່ມ​ຂຶ້ນ​6​ແສນ3​ໝື່ນ5000​ຄົນ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ຄື​ເພີ່ມ​ຂຶ້ນ7,7%,ຊຶ່ງ​ໄດ້​ສ້າງ​ສະຖິຕິ​ສູງ​ສຸດ​ໃນ​ການ​ຂົນ​ສົ່ງ​ຜູ່​ໂດຍສານ​ໃນ​ມື້​ດຽວ​ຂອງ​ທາງ​ລົດ​ໄຟ​ຈີນ.

ວັນ​ທີ1​ຕຸລາ​ນີ້,ພາກສ່ວນທາງ​ລົດ​ໄຟ​ຈີນ​ໄດ້​ເພີ່ມ​ຂະ​ບວນລົດ​ໂດຍສານ​ຊົ່ວ​ຄາວ310​ຂະ​ບວນ,ຜູ່​ໂດຍ​ສານ​ຖ້າ​ລົດ,ຂຶ້ນ​ແລະ​ລົງ​ລົດ​ແລະ​ວຽກ​ງານ​ການຈຳໜ່າຍ​ປີ້​ລົດ​ໄດ້​ດຳ​ເນີນ​ໄປຢ່າງ​ມີ​ຄວາມເປັນ​ລະບຽບ​ຮຽບຮ້ອຍ,ສະຖານີ​ລົດ​ໄຟ​ຕ່າງໆ​ລ້ວນ​ແຕ່​ບໍ່​ມີ​ຜູ່​ໂດຍ​ສານ​ຖືກ​ຕິດ​ຄ້າງ​ຢູ່​ສະຖານີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ