ຈີນ​ຈະ​ເພີ່ມ​ທະວີ​ການ​ນຳ​​ເຂົ້າ​ສິນຄ້າ​,ຊຸກ​ຍູ້​ໃຫ້​ການ​ຄ້າ​ພັດທະນາ​ຢ່າງ​ກົມ​ກຽວ​ກັນ

(GMT+08:00) 2011-10-02 15:44:44     cri
ໃນ​ເວທີ​ປຶກສາ​ຫາລື​ການ​ນຳ​​ເ​ຂົ້າສິນຄ້າຂອງ​ຈີນປີ2011​ທີ່​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້​ໃນ​ຫວ່າງ​ມໍ່ໆ​ມາ​ນີ້,ທ່ານ​ຈົ່ງຊ່ານ ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຈີນ​ທັງ​ເປັນ​ຮອງ​ຜູ່​ຕາງໜ້າ​ຈີນ​ໃນ​ການ​ເຈ​ລະ​ຈາ​ການ​ຄ້າ​ສາ​ກົນ​ກ່າວ​ວ່າ,​ປະ​ຈຸ​ບັນ,ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ທີ່​ໃຫ້​ຄວາມ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ການ​ຄ້າ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ໄປ​ພ້ອມ​ກັນ,​ໃນ​ຕໍ່​ໜ້າ,​ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ນຳ​ເຂົ້າ​ສິນ​ຄ້າ,​ຊຸກ​ຍູ້​ໃຫ້​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ກັນ.

ທ່ານ​ຈົ່​ງຊ່ານ​ຊີ້​ອອກ​ວ່າ,ນັບ​ຕັ້ງ​ແຕ່​​ເຂົ້​າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຫຼືWTO​ມາ​ນີ້,ລະບຽບ​ກົດໝາຍ​ທາງ​ດ້ານ​ການ​ຄຸ້ມ​ຄອ​ງການ​ນຳ​ເຂົ້າຂອງ​ຈີນ​ນັບ​ມື້​ນັບ​ສົມບູນ​ຂຶ້ນ,ລະດັບ​ການ​​ເປີດ​ຕະຫຼາດ​ໄດ້​ຍົກ​ສູງ​ຂຶ້ນ​ເລື້ອຍໆ,ການ​ຄ້າ​ນຳ​ເຂົ້າ​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ,​ແຕ່​ການ​ຄ້າ​ນຳ​ເຂົ້າ​ຍັງ​ມີ​ບັນຫາ​ຫຼາຍ​ຢ່າງ​ເຊັ່ນ​ໂຄງ​ປະກອບ​ການ​ຄ້າ​ແລະ​ນະ​ໂຍບາຍ​ຍັງ​ບໍ່​ສົມບູນ​ປານ​ໃດ, ຄວາມ​ສະດວກ​ໃນ​ດ້ານ​ການ​ຄ້າ​ຍັງ​ບໍ່​ຫຼາຍ​ປານ​ໃດ​ແລະ​ອື່ນໆ.​ໃນ​ຕໍ່ໜ້າ,ພາກ​ລັດ,ອົງການສື່​ກາງ​ການ​ຄ້າຂາ​ເຂົ້າຂາ​ອອກ​ພ້ອມ​ດ້ວຍ​ວິ​ສາ​ຫະກິດ​ຄວນ​ຮ່ວມ​ມື​ກັນ​ຊຸກ​ຍູ້​ການ​ເປີດ​ກວ້າງ​ການ​ນຳ​ເຂົ້າ.ລັດຖະບານ​ຈີນ​ຈະ​ປັບປຸງ​ນະ​ໂຍບາຍ​ການ​ນຳ​ເຂົ້າ​ທີ່​ກ່ຽວຂ້ອງ​ໃຫ້ດີ​ຂຶ້ນ,ສ້າງ​ສະພາບ​ແວດ​ລ້ອມ​ການ​ຄ້າ​ທີ່​ມີ​ຜົນ​ດີ​ຕໍ່​ການ​ນຳ​ເຂົ້າ,​ເພີ່ມ​ຄວາມ​ແຮງ​ໃນ​ການ​ຊຸກ​ຍູ້​ການ​ຄ້າ.

ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ລະຫວ່າງ​ປີ2002​ຫາ2010,ປະລິ​ມານ​ການ​ນຳ​​ເຂົ້າຂອງ​ຈີນ​ໄດ້​ເພີ່ມຂຶ້ນ3,7​ເທົ່າ,ມີ​ລຳດັບ​ໃນ​ທົ່ວ​ໂລກ​ສູງ​ຂຶ້ນ​ຄື​ຈາກ​ອັນ​ດັບ​ທີ6​ຂຶ້ນ​ເປັນອັນ​ດັບ​ທີ2,ກາຍ​ເປັນ​ປະ​ເທດ​​ສຳຄັນ​ໃນ​ດ້ານ​ການ​ຄ້າ​ນຳ​ເຂົ້າຂອງ​ໂລກ​ແລະ​ຍັງ​ກາຍ​ເປັນ​ຕະຫຼາດ​ສຳຄັນ​ສຳລັບ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ປະ​ເທດ​ໃຫຍ່​ທາງ​ດ້ານ​ການ​ຄ້າ​ເຊັ່ນ​ເອີ​ລົບ,ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ