ແຫ່ງ​ຕ່າງໆ​ຂອງ​ຈີນ​ສະ​ເຫຼີ​ມສະຫຼອງ​ວັນຊາດ​ສປ​ຈີນ​ຄົບ​ຮອບ62​ປີ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ

(GMT+08:00) 2011-10-02 16:13:19     cri
ວັນ​ທີ1​ຕຸລາ​ນີ້​ແມ່ນ​ວັນ​ລະ​ລຶກສປຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ62​ປີ.ຕອນ​ເຊົ້າ​ມື້​ດຽວ​ກັນ, ​ທ່ານ​ຫູ​ຈິນທາວ ທ່ານ​ອູ​ປ່າງ​ໂກະ​,​ທ່ານ​ເວິ່ນ​ເຈ່ຍ​ປາວ​​ແ​ລະຜູ່​ນຳ​ຈີນ​ທ່ານ​ອື່ນໆໄດ້​ໄປ​ຮອດ​ສະໜາມ​ຫຼວງ​ທຽນ​ອ່ານ​ເມີນ​ນະຄອນຫຼວງ​ປັກ​ກິ່ງ​ພ້ອມ​ກັນ​ກັບ​ຜູ່​ແທນ​ວົງ​ການ​ຕ່າງໆ​ຂອງ​ນະຄອນຫຼວງ​ປັກ​ກິ່ງ​ມອບ​ກະຕ່າ​ດອກ​ໄມ້​ແດ່​ອະນຸສາວະລີ​ວິລະ​ຊົນ​ປະຊາຊົນ​ເພື່ອ​​ໄວ້​ອາ​ໄລ​ຢ່າງ​ສຸດ​ຊຶ້ງ​ເຖິງ​ນັກ​ປະ​ຕິ​ວັດ​ຜູ່​ເສຍ​ສະ​ຫະ.

ພ້ອມ​ດຽວ​ກັນ​ນັ້ນ,​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ​ກໍ່​ໄດ້​ຈັດ​ກິດຈະກຳ​ທີ່​ອຸດົມສົມບູນ​ແລະ​ມີ​ຫຼາກ​ຫຼາຍສີສັນ​ເພື່ອ​ສະ​ແດງ​ຄວາມ​ອວຍ​ພອນ​ຕໍ່​ມາຕຸພູມ​ປະ​ເທດ​ຊາດ.ຢູ່​ນະຄອນ​ເຊ້ຍ​ເມີນ ​ແຂວງ​ຟູ​ຈ້ຽນ,ນັກຮຽນ​ປະຖົມ​ແລະ​ມັດ​ທະ​ຍົມ​ເກືອບ​200​ຄົນ​ໄດ້​ຈັດ​ກິດ​ຈະ​ກຳ​ຍ້ອງ​ຍໍ​ສັນ​ລະ​ເສີນ​ປະ​ເທດ​ຊາດ​ດ້ວຍ​ຈິດ​ໃຈ​ເດັກ​ທີ່​ບໍລິສຸດ​ຢູ່​ສວນ​ອະ​ນຸ​ສາ​ວະ​ລີ​ຜູ່​ເສຍ​ລະ​ຫຼະ​ເພື່ອ​ປະ​ເທດ​ຊາດ,​ເດັກ​ນ້ອຍ​ທັງ​ຫຼາຍ​ໄດ້​ຈັດ​ພິທີ​ຊັກ​ທຸງຊາດ​ຂຶ້ນ​ສູ່​ຍອດ​ເສົາ,ຮ້ອງ​ເພງ​ຊາດ,ຟ້ອນ​ລຳ​ທຳ​ເພງ​ເພື່ອ​ສະ​ແດງ​ຈິດ​ໃຈ​ຮັກຫອມປະ​ເທດ​ຊາດ.​ໃນ​ງານ​ເອັສ​ໂປ​ພືດ​ແລະ​ດອກ​ໄມ້​ໂລກທີ່​ຈັດ​ຂຶ້ນຢູ່​ນະຄອນ​ຊີ່​ອ່ານ​ທີ່​ເປັນ​ເມືອງ​ເກົ່າ​ແກ່​ບູຮານ​ຂອງ​ແຂວງ​ສ້າ​ນຊີ່,ຝ່າຍ​ຈັດ​ກິດ​ຈະ​ກຳ​ໄດ້​ຈັດ​ໃຫ້​ມີ​ລາຍ​ການ​ສະ​ແດງ​ສິລະ​ປະ​ວັນ​ນະ​ຄະ​ດີ​ຫຼາຍ​ຮອບ​ໃນ​ຍາມ​ພັກ​ວັນຊາດ​ຈີນ​ເຊັ່ນ​ລະຄອນ​ດົນຕີ​,ການ​ແຂ່ງ​ຂັນ​ເຕັ້ນ​ລຳ​ແລະ​ອື່ນໆ​ເພື່ອ​ສ້າງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ໃຫ້​ແກ່​ປະຊາຊົນ​ໃນ​​ໄລຍະ​ສະຫຼອງ​ວັນຊາດ​ຈີນ.ຢູ່​ນະຄອນ​ສາງ​ຊຸນ​ແຂວງ​ຈີ​ລີ​ນ,ຄົນ​ທັງ​ຫຼາຍ​ໃສ່​ຊຸດ​ປະ​ຈຳ​ເຜົ່າ​ຮ້ານ, ​ຖື​ທຸງ​​ແດງ​ນ້ອຍ,ຮ້ອງ​ເພງ​ມູນ​ເຊື້ອ​ລວມໝູ່​ຢ່າງ​ເປັນ​ເຈົ້າ​ການ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ