ຊີ​ຣີກ່າວ​ວ່າຈະ​ດຳ​ເນີນ​ການ​ປະຕິ​ຮູບ​ໃນ​ຂົງ​ເຂດ​ຕ່າງໆ

(GMT+08:00) 2011-10-06 18:53:45     cri
ວັນ​ທີ5ຕຸລາ​ນີ້, ທ່ານ​ນາງ ບຸດ​ທາ​ນາ ຊາ​ບານ, ທີ່​ປຶກສາ​ການ​ເມືອງ​ແລະ​ສື່​ມວນ​ຊົນ​ຂອງ​ປະທານາທິບໍດີ​ຊີຣີກ່າວ​ວ່າ, ຊີຣີຈະ​ດຳ​ເນີນ​ການ​ປະຕິ​ຮູບ​ໃນ​ຂົງ​ເຂດ​ການ​ເມືອງ​,​ເສດຖະກິດ,ວັດທະນະທຳ​,ການ​ສຶກສາ​ແລະ​ຂົງ​ເຂດ​ອື່ນໆ, ລັດຖະບານ​ຊີຣີຈະ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ເປີດ​ກວ້າງ​ປະຊາທິປະ​ໄຕ, ​ຊຶ່ງປະຊາທິປະ​ໄຕ​ຂອງ​ຊີຣີຈະ​ສອດຄ່ອງ​ກັບສະພາບຄວາມ​ເປັນຈິງ​ຂອງ​ປະ​ເທດ​ຕົນ.

ວັນ​ທີ4ຕຸ​ລາ​ນີ້, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້ລົງ​ຄະ​ແນ​ນສຽງ​ຕໍ່​ມະຕິ​ຕົກລົງສະບັບ​ຊຶ່ງກ່ຽວ​ກັບ​ບັນຫາ​ຊີຣີທີ່​ຝລັ່ງ,ອັງກິດ​​ແລະ​ປະ​ເທດ​ອື່ນໆ​ຍື່ນ​ໃຫ້​,​ແຕ່​ບໍ່​​ຖືກ​ຮັບ​ຮອງ​ຜ່ານ. ວັນ​ທີ5ຕຸລາ​ນີ້, ນາງບຸດ​ທາ​ນາ ຊາ​ບານກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ,ນີ້ຈະ​ມີ​ຜົນ​ດີ​ຕໍ່​ການ​ຟື້ນ​ຟູ​ຄວາມ​ໝັ້ນຄົງ​ແລະ​ສະຖຽນ​ລະ​ພາບ​ຂອງ​ຊີຣີ​ແລະ​ລົງ​ເລິກ​ການ​ປະຕິ​ຮູບ.

ນາງ ບຸດ​ທາ​ນາ ຊາ​ບານ​ກ່າວ​ວ່າ, ການ​ລົງ​ໂທດ​ຂອງ​ບາງ​ປະ​ເທດ​ທິດຕາ​ເວັນ​ຕົກ​ນັ້ນ​ເປັນ​ການ​ທຳລາຍ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ເຫຼົ່າ​ນັ້ນຕໍ່​ຊີຣີ​ແລະ​ປະ​ເທດ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ