ບຸ​ກຄົນ​ວົງ​ການ​ຕ່າງໆ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຕໍ່​ການ​ເຖິງ​ແກ່​ກໍ​າ​ຂອງ​ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ​ແອັບ​ເປີ​ນອາ​ເມ​ລິ​ກາ

(GMT+08:00) 2011-10-07 16:43:39     cri

ຫຼັງຈາກທ່ານ​ສະ​ແຕັບ ຈອບ​ສ໌, ໜຶ່ງ​ໃນຜູ້​ກໍ່ຕັ້ງບໍລິສັດ​ແອັບ​ເປີ​ນອາ​ເມ​ລິ​ກາ​ໄດ້​ເຖິງ​ແກ່​ກຳ​ໃນ​ວັນ​ທີ 6 ຕຸລານີ້, ທ່ານ​ບັນ​ກີ​ມູນ, ​ເລຂາທິການ​ໃຫຍ່​ອົງການສະຫະ​ປະຊາ​ຊາດ ​ແລະ​ເຈົ້າໜ້າ​ທີ່ລັດຖະບານ, ຜູ້​ຊ່ຽວຊານ​ໃນ​ວົງ​ການ ​ແລະ ມວນ​ຊົນ​ຂອງຫຼາຍປະ​ເທດ​ເອີ​ລົບ ​ໄດ້​ສະ​ແດງ​ຄວາມ​ໄວ້ອາ​ໄ​ລຕໍ່​ທ່ານທີ່​ເຖິງ​ແກ່​ກໍາ.

ວັນ​ທີ 6 ຕຸລາ​ນີ້, ທ່ານ​ບັນ​ກີ​ມູນ, ​ເລຂາທິການ​ໃຫຍ່ ສປຊ ​ໄດ້​ອອກ​ຖະ​ແຫຼງການວ່າ, ທ່ານ​ຈອບ​ສ໌ ​ໄດ້​ປະດິດ​ສ້າງ "ພາ​ຫະ​ນະ" ທີ່​ຄົນ​ທັງ​ຫຼາຍ​ສາ​ມາດ​ນຳ​ໃຊ້, "ພາຫະນະ" ​ເຫຼົ່ານີ້​ໄດ້​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຮົາ, ​ແລະ​ກໍ​​ເຮັດ​ໃຫ້​ທົ່ວ​ໂລກມີ​ການ​ປ່ຽນ​​ແປງ. ທ່ານ​ນີ​ໂກ​ລັສ ຊາ​​ໂກ​ຊີ, ປະທາ​ນາ​ທິ​ບໍ​ດີ​ຝຣັ່ງ ກ່າວ​ວ່າ, ທ່ານ​ຈອບ​ສ໌ ​ແມ່ນ​ບຸກຄົນ​ທີ່​ເປັນ​ສັນຍາ​ລັກ​ຂອງ​ຍຸກ​ປັດຈຸບັນ, ທ່ານ​ເຕັມ​ໄປ​ດ້ວຍ​​ແຮງ​ບັນດານ​ໃຈ ​ແລະ​ມີ​ການ​ປະດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແມ່ນ​ນັກທຸລະກິດ​ແລະ​ຜູ້​ປະດິດ​ສ້າງ​ທີ່​ຍິ່ງ​ໃຫຍ່, ກໍ​ແມ່ນ​ບຸກຄົນ​ນຳ​ໜ້າ​ໃນ​ການ​ປະຕິວັດ​ດີ​ຈີ​ຕອນ. ທ່ານ​ດາ​ວິດ ກຳ​ເມີຣອນ, ນາຍົກລັດຖະມົນຕີອັງກິດ ກ່າວ​ວ່າ, ທ່ານ​ຈອບ​ສ໌ ​ແມ່ນອັດ​ສະ​ລິ​ຍະ​ບຸກຄົນທີ່​ມີຫົວຄິດ​ປະດິດ​ສ້າງ, ພວກ​ເຮົາ​ຈະ​ລະ​ລຶກ​ທ່ານຢ່າງ​ເສົ້າສະຫຼົດ​ໃຈ.

ນອກ​ນີ້, ທ່ານ ​ແອັນ​ດາ ​ແກັນ​ນີ, ນາຍົກລັດຖະມົນ​ຕີ​ອຽກລັງ ​ໂຄສົກ​ລັດຖະບານ​ເຢຍລະ​ມັນ ​ແລະ​ບຸກຄົນ​ວົງ​ການ IT ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ແລະ​ການ​ປະກອບສ່ວນ​ຂອງ​ທ່ານ​ຈອບ​ສ໌.

ວັນ​ດຽວ​ກັນ, ຢູ່​ຕໍ່ໜ້າ​ປະຕູຮ້ານ​ຂາຍ​ເຄື່ອງ​ບໍລິສັດ​ແອັບ​ເປີ​ນຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ, ມີຫຼາຍຄົນ​ໄດ້​ວາງ​ດອກ​ໄມ້​ແລະ​ບັດ​ລະ​ລຶກ​ແດ່​ທ່ານ​ຈອບ​ສ໌. ນອກ​ນີ້​ຂ່າວ​ແຈ້ງວ່າ, ປື້​ມບັນທຶກຊີວະ​ປະຫວັດ​ຂອງທ່ານ​ຈອບ​ສ໌ ຈະ​ພິມ​ຈຳໜ່າຍ​ກ່ອນ​ເວລາກຳນົດ​ ຄື ​ໃນ​ວັນ​ທີ 24 ຕຸລານີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ