ແຫ່ງ​ຕ່າງໆ​ຂອງ​ຈີນ​ຈັດ​ກິດຈະກຳ​ຕ່າງໆ​ເພື່ອ​ລະ​ລຶກ​ການ​ປະ​ຕິ​ວັດ​ຊິ່ນ​​ໄຮ້ ຄົບ​ຮອບ 100 ປີ

(GMT+08:00) 2011-10-09 16:32:56     cri

ວັນ​ທີ 8 ຕຸລາ​ນີ້, ​ຢູ່ແຫ່ງ​ຕ່າງໆ​ຂອງ​ຈີນໄດ້​ຈັດ​ກິດຈະກຳ​ຕ່າງໆ​ເພື່ອ​ລະ​ລຶກການ​ປະຕິວັດ​ຊິ່ນ​ໄຮ້​ຄົບຮອບ 100 ປີ.

ຢູ່​ນະຄອນ​ເສິງ​ຕູ່ ​ເທດ​ສະບາ​ນ​ແຂວງ​ເສ​ສວນ ​ໄດ້​ຈັດ​ກອງ​ປະຊຸມ​ລະ​ລຶກການ​ປະຕິວັດ​ຊິ່ນ​ໄຮ້​ແລະ​ການ​ເຄື່ອນ​ໄຫວປົກ​ປັກ​ຮັກສາ​ທາງລົດ​ໄຟ​ແຂວງ​ເສ​ສວນຄົບຮອບ 100 ປີ.

ຢູ່​ນະຄອນ​ອູ​ຮ້ານ ​ເທດ​ສະບາ​ນ​ແຂວງ​ຫູ​​ເປີ​ຍ ​ໄດ້​ຈັດ​ກອງ​ປະຊຸມ​ລະ​ລຶກການ​ລຸກ​ຮື​ຂຶ້ນຄັ້ງທຳ​ອິດ​ຢູ່​ເມືອງອູ​ຊ່າງ ​ເຊິ່ງ​ເປັນ​ການ​ເລິ່ມຕົ້ນການ​ປະຕິວັດ​ຊິ່ນ​ໄຮ້ ຄົບຮອບ 100 ປີ, ຜູ້​ແທນ​ວົງ​ການ​ຕ່າງໆ​ຂອງ​ແຂວງ​ຫູ​ເປີ​ຍຈຳນວນ 1000 ກວ່າ​ຄົນ​ເຂົ້າຮ່ວມ. ນອກ​ນີ້, ​ໃນ​ວັນ​ດຽວ​ກັນ, ຫໍພິພິດທະພັນ​ການ​ປະຕິວັດ​ຊິ່ນ​ໄຮ້​ທີ່​ເກັບ​​ໂຮມ​ວັດຖຸ​ຈາກ​ທົ່ວ​ໂລກ ​ແລະ ຜ່ານ​ການ​ກໍ່ສ້າງ​ເປັນ​ເວລາ 2 ປີຢູ່​ນະຄອນ​ອູ​ຮ້ານ ​ກໍ​ເລີ່​ມເປີດ​ປະຕູຕ້ອນຮັບ​ຄົນ​ເຂົ້າຊົມຢ່າງ​ເປັນ​ທາງ​ການ​, ນີ້​ແມ່ນ​ຫໍພິພິດທະພັນ​ປະຫວັດ​ການປະຕິວັດ​ຊິ່ນ​ໄຮ້​ທີ່​ໃຫຍ່​ກວ່າ​ໝູ່​ພາຍ​ໃນ​ປະ​ເທດ​ຈີນ.

ຢູ່​ນະຄອນ​ກວາງ​ໂຈ່​ວ, ຫໍ​ລະ​ລຶກການ​ປະຕິວັດ​ຊິ່ນ​ໄຮ້​ທີ່​ໃກ້ກັບ​ຫໍລະ​ລຶກໂຮງຮຽນ​ທະຫານ​ຫວງ​ຜູ ກໍ​ເລີ່​ມ​ເປີດ​ປະຕູ​ໃຫ້​ຄົນ​ເຂົ້າຊົມ.

ຢູ່​ນະຄອນ​ໜານ​ກິ່ງ, ​ໄດ້​ຈັດ​ກອງ​ປະຊຸມ​ລະ​ລຶກການ​ປະຕິວັດ​ຊິ່ນ​ໄຮ້​ຄົບຮອບ 100 ປີແຂວງ​ຈ່ຽງຊູ່​ແລະ​ນະຄອນ​ໜານ​ກິ່ງ. ທ່ານຫຼໍຈື້ຈຸ່ນ, ​ເລຂາ​ພັກ​ແຂວງ​ຈ່ຽງຊູ່ ກ່າວ​ວ່າ, ການ​ລະ​ລຶກການ​ປະຕິວັດ​ຊິ່ນ​ໄຮ້​ຄົບຮອບ 100 ປີ, ຕ້ອງຈື່​ຈຳ​ໃຫ້​ແໜ້ນ​ກ່ຽວ​ກັບ​ອຸດົມ​ການ​ທີ່ສ້າງ​ປະ​ເທດ​ຈີນ​ໃຫ້​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຂອງ​ນັກ​ປະຕິວັດ​ໃນ​ຄາວ​ນັ້ນ, ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ການ​ປະດິດ​ສ້າງ, ສ້າງສາ​ສັງຄົມ​ທີ່​ອິ່ມໜຳສຳລານ​ຂຶ້ນສູ່​ລະດັບ​ສູງ​ກວ່າ​ເກົ່າ​ຢ່າງຮອບດ້ານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ