ຈີນ​ສະ​ເໜີ​ໃຫ້​ຫຼາຍ​ປະ​ເທດ​ຮ່ວມ​ກັນ​ຮ້ອງ​ຂໍ​ເຂົ້າ​"ບັນ​ຊີ​ລາຍ​ຊື່​ມໍ​ລະ​​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ໂລກ"

(GMT+08:00) 2011-10-09 17:59:10     cri
ວັນ​ທີ8​ກັນຍາ​ນີ້,ທ່ານ​ໄຊ​ຫວູ,ລັດຖະມົນຕີ​ວ່າ​ການ​ກະຊວງ​ວັດທະນະທຳ​ຈີນ​ກ່າວ​ວ່າ,ກ່ຽວ​ກັບ​ໂຄງ​ການ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ທີ່​ຂຶ້ນ​ກັບ​ສອງ​ປະ​ເທດ​ຫຼື​ຫຼາຍ​ປະ​ເທດ,​ຈີນ​ສະ​ເໜີ​ໃຫ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ປະ​ສົມ,​ຮ່ວມ​ກັນ​ຮ້ອງ​ຂໍ​ເຂົ້າ ​"ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດຖຸຂອງ​ໂລກ​".

ໃນ​ເວລາ​ເຂົ້າຮ່ວມ"ງານ​ສົນທະນາ​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ​ຂອງ​ອາຊີ"ຢູ່​ຮົງ​ກົງ,ທ່ານ​ໄຊ​ຫວູ​ກ່າວ​ວ່າ,​ຈີນ​ແລະ​ປະ​ເທດ​ອາ​ຊີ​ລ້ວນ​ແຕ່​ມີ​ພື້ນ​ຖານ​ວັດ​ທະ​ນະ ທຳ​ອັນ​ເລິກ​ເຊິ່ງ​ແລະ​ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ​ທຳ​ອັນ​ອຸ​ດົມ​ສົມ​ບູນ,​ຫຼາຍ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ຈີນ​ແມ່ນ​ຮ່ວມ​ກັນ​ຊົມ​ໃຊ້​ກັບ​ປະ​ເທດ​ໃກ້​ຄຽງ,​ຈີນ​ສະ​ເໜີ​ໃຫ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ທີ່​ກ່ຽວ​ຂ້ອງ,​ເພີ່ມ​ທະ​ວີ​ການ​ຮ່ວມ​ມື,​ຮ່ວມ​ກັນ​ຮ້ອງ​ຂໍ,​ຮ່ວມ​ກັນ​ອະ​ນຸ​ລັກ,​ຊຸກ​ຍູ້​ການ​ສືບ​ທອດ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ.​ທ່ານ​ຍັງ​ສະ​ເໜີ​ໃຫ້​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ອາ​ຊີ​ສອງ​ປີ​ລະ​ເທື່ອ​ໜຶ່ງ,​ເພື່ອ​ຊຸກ​ຍູ້​ວຽກ​ງານ​ອະ​ນຸ​ລັກ​ແລະ​ສືບ​ທອດ​ໃນ​ຂົງ​ເຂດ​ນີ້​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ