ສຳນັກງານ​ຜູ່​ຕາງໜ້າທັງ​ເປັນ​ຫ້ອງ​ອັດ​ລາຍການ​ຂອງCRI​ທີ່​ວຽງ​ຈັນ​ຂອງ​ລາວ​ແຂວນ​ປ້າຍ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2011-10-10 16:52:25     cri
CRI​ລາຍ​ງານ​ວ່າ: ສຳນັກງານ​ຜູ່​ຕາງໜ້າ​ທັງ​ເປັນ​ຫ້ອງ​ອັດ​ລາຍການ​ຂອງວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນCRI​ທີ່ວຽງ​ຈັນ​ຂອງ​ລາວ​ແຂວນ​ປ້າຍ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ10​ຕຸລາ​ນີ້​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ.

ທ່ານ​ເຈືອງ​ສົມບູນ​ຂັນ ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ຄະນະເລຂາທິການສູນກາງພັກ​, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ,ທ່ານ​ບົວ​ເງິນ ຊາ​ພູ​ວົງ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ວັດທະນະທຳ​ຖະ​ແຫຼ​ງຂ່າວ​ແລະ​ການ​ທ່ອງ​ທ່ຽວ​ລາວ,​ທ່ານ​ນາງ​ປູ້​ຈ້ຽນ​ໂກ​ວ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ,​ທ່ານ​ວາງ​ມິ​ງຮວາ ຮອງ​ຫົວໜ້າ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ແຂວນ​ປ້າຍ.

ທ່ານ​ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ​ຖະ​ແຫຼ​ງຂ່າວ​ແລະ​ການທ່ອງທ່ຽວ​ລາວກ່າວຄຳ​ປາ​ໃສ​ໃນ​ພິທີ​ວ່າ, ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ​​ຂອງCRI​ອອກ​ອາກາດ​ເປັນ​ເວລາ55​ປີ​ມາ​ນີ້,​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​​ເພີ່ມທະວີ​ມິດຕະພາບ​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ລາວ-ຈີນ,ກາຍ​ເປັນ​ປ່ອງຢ້ຽມ​ສຳຄັນ​ສຳ​ລັບ​ປະ​ຊາ​ຊົນ​ລາວ​ເພື່ອ​ຊອກ​ຮູ້​ຂ່າວ​ຈີນ​ແລະ​ຂ່າວ​ໂລກ​ໂດຍ​ສະ​ເພາະ​ນັບ​ແຕ່​ວິທະຍຸCRI FM 93 Mhz​ເລີ່​ມອອກ​ອາກາດ​ໃນ​ທ້າຍ​ປີ​2006​ເປັນ​ຕົ້ນ​ມາ,​ເຮັດ​ໃຫ້CRI​ໄດ້​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ່​ຟັງ​ລາວ.ສາມາດ​ເວົ້າ​ໄດ້​ວ່າ,​ໃນ​ບັນດາ​ສື່​ມວນ​ຊົນ​ຂອງ​ຈີນ, CRI​ແມ່ນ​ສື່​ໜຶ່ງ​ທີ່​ເຂົ້າ​ໃກ້ຊິດ​ກັບ​ຜູ່​ຟັງ​ລາວ​ທີ່​ສຸດ.

ທ່ານ​ສີພາ ນົງ​ລາດ ຫົວໜ້າ​ວິທະຍຸ​ກະຈາ​ຍສຽງ​ແຫ່ງ​ຊາດ​ລາວ​​ໄດ້​ກ່າວ​ຄຳ​ປາ​ໃສ​ໃນ​ພິທີ​ວ່າ,ການ​ຕັ້ງ​ວິທະຍຸCRI​ສາຂາ​ລາວ​ແມ່ນ​ມີ​ຜົນ​ດີ​ຕໍ່CRI​ເຂົ້າ​ໃກ້ຊິດ​ກັບ​ຜູ່​ຟັງ​ລາວ​ຕື່ມ​ອີກ,ມີ​ຜົນ​ດີ​ຕໍ່​ການ​ຍົກ​ລະດັບ​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງສື່​ມວນ​ຊົນ​ສອງ​ປະ​ເທດ​ລາວ​-ຈີນ​ໃຫ້​ສູງ​ຂຶ້ນ.

ໃນ​ພິທີ​​ແຂວນ​ປ້າຍ,ທ່ານ​ວາງ​ມິ​ງຮວາ ຮອງ​ຫົວ​ໜ້າ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນCRI​ກ່າວ​ວ່າ, ວິທະຍຸCRI FM 93 Mhz​​ເປັນ​ໝາກຜົນ​ທີ່​ດີ​​ເລີດ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ຈີ​ນ-ລາວ.ການ​ຮ່ວມ​ມື​ຢ່າງ​ຈິງ​ໃຈ​ລະຫວ່າງ CRIກັບ​ວິທະຍຸ​ກະຈາ​ຍສຽງ​ແຫ່​ງຊາດ​ລາວ​ໄດ້​ກາຍ​ເປັນ​ແບບຢ່າງ​ທີ່​ດີ​ໃນ​ການ​ຮ່ວມ​ມື​ລະຫວ່າງສື່​ມວນ​ຊົນ​ຂອງປະ​ເທດທີ່​ຕ່າງ​ກັນ.

ເລີ່​ມ​ແຕ່​ປີ2006​ເປັນ​ຕົ້ນ​ມາ, ວິທະຍຸສາກົນ​ແຫ່ງ​ປະ​ເທດ​ຈີນCRI​ເລີ່​ມສ້າງ​ຕັ້ງ​ວິທະຍຸ​ລະບົບFM​ໃນ​ເມືອງ​ຕ່າງໆ​​ໃນ​ທົ່ວ​ໂລກ,​ໂດຍ​ໄດ້​ອອກ​ອາກາດ​ລາຍການ​ດ້ວຍ​ຫຼາຍ​ພາສາ​ທາງ​ລະບົບFM​ຫຼື​ຄື້ນກາງ.ນັບ​ມາ​ຮອດ​ວັນ​ທີ1ກໍລະກົດ​ປີ2011​ນີ້, CRI​ໄດ້​ສ້າງ​ຕັ້ງ​ວິທະຍຸ FM​62​ແຫ່ງ​ຢູ່​ຕ່າງປະ​ເທດ,​ແຕ່​ລະ​ມື້​ອອກ​ອາກາດ​ລາຍການ​1200ກວ່າ​ຊົ່ວ​ໂມງ​ດ້ວຍ41​ພາສາ​ໃນ5​ທະວີບ​ຂອງ​ໂລກ​ຊຶ່ງ​ປົກ​ຄຸມ60​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ