ປະ​ລິ​ມານ​ການ​ຄ້າ​ອັນ​ໃຫຍ່​ຫຼວງ​ຢູ່​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ພາ​ໃຫ້​ກຸ່ມ​ຄົນ​ບໍ່​ດີ​ສົນ​ໃຈ​ນຳ

(GMT+08:00) 2011-10-10 17:30:12     cri
ເຫດການ​ກ່ຽວ​ກັບລູ​ກ​ເຮືອ​ຈີນ​ຖືກ​ປຸ້ນ​ຈີ້​ສັງຫານ​ຢູ່​ແມ່​ນ້ຳຂອງ​ໄດ້​ພາ​ໃຫ້​ທົ່ວ​ໂລກ​ເອົາ​ໃຈ​ໃສ່​ນຳ.ນັກວິ​ເຄາະ​ເຫັນ​ວ່າ,​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້,ປະລິມານ​ການ​ຄ້າ​ສົນ​ສົ່ງ​ສາກົນ​ຕາມແມ່​ນ້ຳ​ລ້ານ​ຊ້າງ​-​ແມ່​ນ້ຳຂອງ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ,ມູນ​ຄ່າ​ການ​ຄ້າ​ອັນ​ໃຫຍ່​ຫຼວງ​ໄດ້​ພາ​ໃຫ້​ກຸ່ມ​ຄົນ​ບໍ່​ດີ​ສົນ​ໃຈ​ນຳ.

ໃນບໍ່​ເທົ່າ​ໃດ​ປີ​ມາ​ນີ້,ຢູ່​ຊາຍ​ແດນ​ມຽນມາ​ກັບ​ລາວ​ຕາມ​ແມ່​ນ້ຳຂອງ,ທິດ​ຈັງຫວັດ​ຊຽງ​ໄໝ່ຂອງ​ໄທ,​ພາກ​ເໜືອເຂດ​ນ້ຳ​ສາມ​ຫຼ່ຽມຄຳ​​ໄດ້​ເກີດ​ເຫດການ​ເຮືອ​ໄວ​ຖື​ປືນປຸ້ນ​ຈີ້​ເຮືອ​ການ​ຄ້າ​ເລື້ອຍໆ.

ເດືອນ​ເມສາ​ປີ​ນີ້,ກຸ່ມ​ປະກອບ​ອາວຸດ​ກຸ່ມ​ໜຶ່ງ​ໄດ້​ຕິດຕາມ​ເຮືອ​ການ​ຄ້າ3​ລຳ,ຊຶ່ງ​ເຮືອ​ເຫຼົ່າ​ນີ້​ແມ່ນ​ໂຮງກາ​ຊີ​ໂນ​ແຫ່ງ​ໜຶ່ງ​ທີ່​ຢູ່​ເຂດ​ສາມ​ຫຼ່ຽມ​ຄຳໃຊ້​​ເພື່ອ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຈີນ.​ພວກ​ປະກອບ​ອາວຸດ​ໄດ້​ຈີ້​ຕົວ​ກັບ​ຕັນ​ແລະ​ລູກ​ເຮືອ​29​ຄົນ​ເປັນ​ຕົວ​ປະ​ກັນ​ແລະ​ຮຽກ​ຮ້ອງ​ໃຫ້​​ໂຮງ​ກາ​ຊີ​ໂນ​ຈ່າຍ​ຄ່າ​ໄ​ຖ່3​ແສນ​ບາດ,​ພາຍຫຼັງ​ຕໍ່​ລາຄາ​ແລ້ວ​ໃນທີ່​ສຸດ​ໄດ້​ຕົກ​ລົງ​ຄ່າ​ໄຖ່​ເປັນ1​ແສນ5​ໝື່ນ​ບາດ.

ວັນ​ທີ22​ສິງຫາ​ປີ​ນີ້,ຄະນະ​ທ່ອງ​ທ່ຽວຂອງ​ບໍລິສັດ​ທ່ອງ​ທ່ຽວຄ່າງ​ຮຸ່ຍ​ຢຸນນານ​ຈີນ​ຈຳນວນນັກ​ທ່ອງ​ທ່ຽວ17​ຄົນ​ເດີນທາງ​ດ້ວຍ​ເຮືອ​ຜ່ານ​ເຂດ​ນ້ຳ​ແມ່​ນ້ຳຂອງ​ຊຶ່ງ​ເປັນ​ເຂດ​ຊາຍ​ແດນຕິດ​ຕໍ່​ກັນ​ລະຫວ່າງ​ໄທ,ລາວ,ມຽນມາ,​ໄດ້​ຖືກ​ຜູ່​ປະກອບອາວຸດ​ທີ່​ບໍ່​ຮູ້​ຖານະ​ປຸ້ນ​ຈີ້, ການ​ປຸ້ນ​ຈີ້​ແກ່ຍາວ​ເປັນ​ເວລາປະມານ50​ນາທີ,ພາຍຫຼັງ​ເຂົາ​ເຈົ້າ​ປຸ້ນ​ເອົາ​ຊັບ​ສິນ​ຢູ່​ເທິງ​ເຮືອ​ໃຫ້​ໝົດ​ກ້ຽງ​ແລ້ວ​ຈິ່ງ​ປ່ອຍ​ຄົນ​ແລະ​ເຮືອ.

ໂດຍ​ພິຈາລະນາ​ເຖິງ​ສະຖານະ​ການ​ຄວາມ​ປອດ​ໄພ​ຢູ່ທາງ​ນ້ຳ​ແມ່ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ,ປະ​ເທດ​ທີ່​ກ່ຽວຂ້ອງ​ໄດ້​ເພີ່ມ​ທະວີ​ການ​ປະຕິບັດ​ງານ​ຮ່ວມ​ກັນ.​ແຕ່​ຕົ້ນ​ປີ​ນີ້​ມາ,​ໄທ,ມຽນມາ​ແລະ​ລາວ​ໄດ້​ເຊັນ​ສັນຍາ​​ໂດຍ​ຕົກລົງ​ຮ່ວມ​ກັນ​ເພີ່ມ​ກຳລັງ​ປະກອບ​ອາວຸດ​ໃນ​ການ​ລາດຕະ​ເວນ​ເພື່ອ​ຄຸ້ມ​ຄອງ​ເຮືອ​ການ​ຄ້າ​ແລະ​ເຮືອ​ທ່ອງ​ທ່ຽວ​ທີ່​ໄປມາຕາມ​ເສັ້ນທາງ​ເດີນ​ເຮືອ​ໄທ-ມຽນມາ-ລາວ-ຈີນ​ຢູ່​ເຂດ​ນ້ຳ​ສາມ​ຫຼ່ຽມ​ຄຳ​ຂອງ​ແມ່​ນ້ຳຂ​ອງ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຂອງ​ເຮືອ​ການ​ຄ້າ.ຈີນ​ກໍ່​ໄດ້​ຍື່ນ​ຮ່າງ​ແຜນການ​ປະສານ​ງານ​ຮັບ​ມື​ແກ້​ໄຂ​ເຫດການ​ທີ່​ເກີດ​ຂຶ້ນ​ກະທັນຫັນ​ໃນ​ການ​ຂົນ​ສົ່ງ​ທາງນ້ຳ​ແມ່ນ​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງຈີນ-ລາວ-ມຽນມາ-​ໄທ​ໃຫ້​ແກ່​ລາວ,ມຽນມາ​ແລະ​ໄທ​ແລ້ວ,​ແລະ​ພະຍາຍາມ​ສ້າງ​ຕັ້ງ​ກົນ​ໄກ​ປະສານ​ງານ​ຮັບ​ມື​ກັບ​ເຫດການ​ສຸ​ກ​ເສີນ​ໃນ​ການ​ຂົນ​ສົ່ງ​ສາກົນຕາມ​ແມ່​ນ້ຳຂອງ,​ເພື່ອ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ​ຄຸ້ມ​ຄອງ​ການ​ຂົນ​ສົ່ງ​ສາກົນ.ຈີນ​ຍັງ​ຈະ​ເລີ່​ມລົງມື​ປະຕິບັດ​ໂຄງການ​ກໍ່ສ້າງ​ສູນ​ຮັບ​ມື​ສຸກ​ເສີນ​ແລະ​ຊ່ວຍ​ກູ້​ໄພ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ​ໃນ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ