ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ:ຈີນ​ມຽນມາ​ຄວນ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ຮ່ວມ​ມື​ກັນ​ດ້ວຍ​ການ​ປຶກສາ​ຫາລື​ກັນ​ຢ່າງ​ມີ​ໄມຕີ​ຈິດ

(GMT+08:00) 2011-10-10 15:50:36     cri
​ເນື່ອງ​ໃນ​ໂອກາດ​ທີ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ມຽນມາ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຍ້ອນ​ມຽນມາ​ປະກາດ​ແຕ່​ຝ່າຍ​ດຽວ​ວ່າ​ຈະ​ໂຈະ​ໄວ້​ໂຄງການ​ຮ່ວມ​ມື​ສ້າງ​ເຂື່ອນໄຟຟ້າ​ມິດ​ຊົງ,ວັນ​ທີ 10 ຕຸລາ​ນີ້,ຢູ່​ນະຄອນຫລວງ​ປັກ​ກິ່ງ,ທ່ານ​ຊີ​ຈິ້ນຜິ​ງ,ຮອງ​ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານວຸນນາ ມາວ​ວິນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມຽນມາ​ທັງ​ເປັນ​ທູດ​ພິ​ເສດ​ຂອງ​ປະທານາທິບໍດີ​ມຽນມາ.ທ່ານ​ຊີ​ຈິ້ນ​ຜິ​ງກ່າວ​ວ່າ, ກ່ຽວ​ກັບ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ມຽນມາ, ຫວັງ​​ໃຫ້​ສອງ​ຝ່າຍ​ແກ້​ໄຂ​ຢ່າງ​ເຫມາະ​ສົມ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ, ​ເພື່ອ​ຮັບປະກັນ​ການ​ພົວພັນ​ຮ່ວມ​ມື​ກັນ​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ຈີນ​ກັບ​ມຽນມາ​ຂະຫຍາຍຕົວ​ໄປ​ຫນ້າ​​ເປັນ​ຢ່າງ​ດີ.

ທ່ານ​ວຸນນາ ມາວ​ວິນມາ​ຢ້ຽມຢາມ​ຈີນ​ເທື່ອ​ນີ້​ຍັງໄດ້​ນຳ​ເອົາ​ຈົດຫມາຍ​ທີ່​ ​ທ່ານ​ເຕັນ​​ເຊັນ ປະທານາທິບໍດີ​ມຽນມາຝາກ​ໄປ​ຍັງ​ທ່ານ​ປະທານ​ຫູຈີນ​ທາວ.

ທ່ານ​ຊີ​ຈິ້ນ​ຜິ​ງກ່າວ​ວ່າ:ຈີນ​ແລະ​ມຽນມາ​ຄວນ​ຖະຫນຸຖະຫນອມ​ສະພາບການ​ທີ່​ດີ​ໃນ​ປັດຈຸບັນ​ທີ່​ໄດ້​ມາ​ບໍ່​ແມ່ນ​ງ່າຍ, ​ແລະ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ເດັດດ່ຽວ​ຫນຽວ​ແຫນ້ນ,​ເພື່ອ​ບັນລຸ​ການ​ພັດທະນາ​ຮ່ວມ​ກັນ, ​ແລະ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ວຸນນາ ມາວ​ວິນ​ກ່າວ​ວ່າ,ທ່ານ​ເຕັນ​ເຊັນ, ປະທານາທິບໍດີ​ມຽນມາ​ກັບ​ລັດຖະບານ​ມຽນມາ​ສຸດ​ທີ່​ຖະຫນຸຖະຫນອມ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ມຽນມາ​ກັບ​ຈີນ,​ເອົາ​ໃຈ​ໃສ່​ຢ່າງ​ສູງນຳ​ບັນຫາ​ທີ່​ຈີນ​ເປັນ​ຫ່ວງ,​ມຽນມາ​ຍິນ​ດີ​ປະສານ​ງານ​ກັບ​ຈີນ​ຢ່າງ​ໃກ້ຊິດ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເພີ່ມ​ເນື້ອ​ໃນ​ໃ​ໃຫມ່ຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ມຽນມາ​ກັບ​ຈີນ​ເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ