ຊາວ​ຈີນ​ຕ່າງ​ດ້າວ​ຕີ​ລາຄາ​ຢ່າງ​ສູງ​ຕໍ່​ຄຳ​ປາ​ໃສ​ຂອງ​ທ່ານ​ຫູ​ຈີນ​ທາວ​ທີ່​ກ່າວ​ໃນງານ​ລະ​ລຶກການ​ປະຕິວັດ​ຊິ່ນ​ຮາ​ຍຄົບຮອບ 100 ປີ

(GMT+08:00) 2011-10-10 15:52:52     cri

ຕາມ​ຂ່າວ cri: ງານ​ລະ​ລຶກການ​ປະຕິວັດ​ຊິ່ນ​ຮາ​ຍຄົບຮອບ 100 ປີ​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ປັກ​ກິ່ງ​ໃນ​ວັນ​ທີ 9 ຕຸລາ​ນີ້,ທ່ານ​ຫູ​ຈີນ​ທາວ, ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​​​ໃສ​ທີ່​ສຳຄັນ. ຊາວ​ຈີນ​ຕ່າງ​ດ້າວ​ເຫັນ​ວ່າ, ຄຳ​ປາ​ໃສ​ຂອງ​ທ່ານ​ປະທານ​ຫູ​ຈີນ​ທາວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫມາຍ​ຕົວ​ຈິງ​ຂອງ​ການ​ປະຕິບັດ​ຊິ່ນ​ຮາ​ຍ, ​ໄດ້​ສົ່ງ​ຕໍ່​ຄວາມ​ປາຖະຫນາ​ຮ່ວມ​ທີ່​ຊຸກ​ຍູ້​ການ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ກັນ​ແລະ​ສ້າງ​ປະຊາ​ຊາດ​ຈີນ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ.

ທ່ານ​ຢາງ​ເວີນ​ຄາຍ, ບັນນາທິການ​ໃຫຍ່​ທັງ​ເປັນຫວົຫນ້າ​ສຳນັກງານ​ຫນັງສືພິມ ຈົ່ງ​ເວີນ​ຕາວ​ປ້າວ​ຂອງ​ຍີ່​ປຸ່ນ​ເວົ້າ​ວ່າ,ຄຳປາ​ໃສ​ຂອງ​ທ່ານ​ປະທານ​ຫູ​ຈີນ​ທາວ​ເຮັດ​ໃຫ້​ຄົນ​ຟັງ​ແລ້ວ​ປະ​ທັບ​ໃຈ​ຫລາຍ, ຊາວ​ຈີນ​ທີ່​ອາ​ໃສ​ຢູ່​ຕ່າງປະ​ເທດ​ໄດ້​ມີ​ກຳລັງ​ໃຈ​ຫລາຍ​ຕໍ່​ອະນາຄົດ​ຂອງ​ປະຊາ​ຊາດ​ຈີນ​ໃນ​ການ​ຟື້ນ​ຕົວ​ຄືນ​ໃຫມ່,​ແລະ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງວ່າ​ພີ່ນ້ອງ​ຮ່ວມ​ຊາດ​ຢູ່​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ແມ່ນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ທີ່​ມີ​ສາຍ​ເລືອດ​ຕິດ​ຕໍ່​ກັນ.

ທ່ານ​ອີ້​ມ້າ​ຍ​ເຟິ່ງ, ປະທານ​ເວທີປຶກສາ​ຫາລື​ອິນ​ໂດ​ເນ​​ເຊຍ​ຈີນ​ເວົ້າ​ວ່າ,ຈີນ​ຈັດ​ກິດຈະກຳ​ລະ​ລຶກການ​ປະຕິວັດ​ຊິ່ນ​ຮາ​ຍຄົບຣອບ 100 ປີ​ມີ​ຄວາມ​ຫມາຍ​ເລິກ​ເຊິ່ງຫລາຍ. ​ໂດຍ​ມີ​ການ​ນຳພາ​ອັນ​ຖືກຕ້ອງ​ຂອງ​ພັກ​ກອມ​ມູນິດຈີນ, ພັກ​ປະຊາທິປະ​ໄຕ​ຕ່າງໆ​ໄດ້​ຕັ້ງຫນ້າ​ເຂົ້າ​ຮ່ວມ​ການ​ເມືອງ​ແລະ​ປຶກສາ​ການ​ເມືອງ, ​ເຮັດ​ໃຫ້​ຈີນ​ນັບ​ມື້​ນັບ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະມັ່ງ​ຄັ່ງ​ເຂັ້ມ​ແຂງ​.

ທ່ານ​ທຽນ​ເຟີ​ຍ, ຮອງ​ປະທານ​ສະມາຄົມ​ຊຸກ​ຍູ້​ການ​ໂຮມ​ປະ​ເທດ​ຈີນເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ​ຂອງອົສຕຼາລີ​ກ່າວ​ວ່າ, ຄຳ​ປາ​ໃສ​ຂອງ​ທ່ານ​ປະທານ​ຫູ​ຈີນ​ທາວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫມາຍ​ຕົວ​ຈິງ​ຂອງ​ການ​ປະຕິວັດຊິ່ນ​ຮາ​ຍ, ນັ້ນ​ຄື:ລູກ​ຫລານ​ປະຊາ​ຊາດ​ຈີນ​ຢູ່​ໃນ​ທົ່ວ​ໂລກ​ຄວນ​ສາມັກຄີ​ກັນ​ເຂົ້າ, ຮ່ວມ​ກັນ​ບາກ​ບັ່ນ​ສູ້​ຊົນ​ເພື່ອ​ບັນລຸ​ການ​ໂຮມ​ປະ​ເທດ​ຈີນ​ເປັນ​ເອກະ​ພາບ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ