ຈີນ​ກັບ​ອາ​ຊຽນ​ໄດ້​ຮັບຄວາມ​ຮັບ​ຮູ້​ຄືນ​ກັນ​ໂດຍ​ທົ່ວ​ໄປ​ຕໍ່ການ​ສ້າງ​ກົນ​ໄກ​ກອງ​ປະຊຸ​ມລັດຖະມົນຕີ​ວັດທະນະທຳ

(GMT+08:00) 2011-10-10 16:20:46     cri

ຕາມ​ຂ່າວCRI: ວັນ​ທີ 10 ຕຸລາ​ນີ້, ກອງ​ປະຊຸ​ມ​ລັດຖະມົນຕີ​ວັດທະນະທຳ​ຈີນ-​ອາ​ຊຽນ ຫຼື 10+1​ ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຈົງ​ກິ່ງ​ຂອງ​ຈີນ. ທ່ານ​ຊ້າຍ​ອູ ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ​ຈີນ ​ແລະ ລັດຖະມົນຕີ​ວັດທະນະທຳ ​ແລະ ຜູ່​ຕາງໜ້າ​ລັດຖະມົນຕີ​ຂອງ​ 10 ປະ​ເທດ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມເທື່ອ​ນີ້, ​ແລະ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຕໍ່ການສ້າງ​ກົນ​ໄກ​ກອງ​ປະຊຸ​ມລັດຖະມົນຕີ​ວັດທະນະທຳ.

ກອງ​ປະຊຸມ​ໄດ້​ຫວນ​ຄືນ​ຂະ​ບວນການ​ສົນທະນາ ​ແລະ ຮ່ວມມື​ໃນ​ຂົງ​ເຂດ​ວັດທະນະທຳ​ນັບ​ແຕ່​ຈີນ ກັບ ອາ​ຊຽນສ້າງ​ການ​ພົວພັນ​ຄູ່​ເຈລະຈາເປັນ​ເວລາ 20 ປີ​ມາ​ນີ້, ລົງ​ເລິກຫາລື​ຄວາມ​ຈຳ​ເປັນ​ທີ່​ສ້າງ​ກົນ​​ໄກ​ກອງ​ປະຊຸມ​ລັດຖະ​ມົນຕີ​ວັດທະນະທຳ​ລະຫວ່າງ​ສອງ​ຝ່າຍ​ພາຍ​ໃຕ້​ສະຖານະ​​ການ​ປັດຈຸບັນ. ທ່ານ​ຊ້າຍ​ອູ​ກ່າວ​ວ່າ, ການ​ສົນທະນາ ​ແລະ ຮ່ວມ​ມື​ດ້ານ​ວັດທະນະທຳ​ແມ່ນ​ພື້ນ​ຖານ​ທີ່ສ້າງສະຕິ​ຮ່ວມ​ກັນ​ ​ແລະ ສ້າງ​ການ​ພົວພັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນຂອງ​ພາກ​ພື້ນ, ການ​ສ້າງ​ກົນ​ໄກ​ກອງ​ປະຊຸມ​ລັດຖະມົນຕີ​ວັດທະນະທຳ​ຈີນ-​ອາ​ຊຽນຈະ​ປັບປຸງ​ກົນ​​ໄກ​ສົນ​ທະນາ ​ແລະ ຮ່ວມ​ມື​​ໃຫ້​ສົມບູນ​ຂຶ້ນ​ຕື່ມ​ອີກ, ຊຸກ​ຍູ້​ສອງ​ຝ່າຍ​ເພິ່ມທະວີ​ການ​ແລກປ່ຽນ​ກັນ ​ແລະ ປະສາ​ນງານ​ກັນ, ຍົກ​ສູງ​ກຳລັງ​​ແຂ່ງຂັນ​​ສັງ​ລວມດ້ານ​ວັດທະນະທຳ​ຂອງ​ພາກ​ພື້ນ,​ເພິ່ມທະວີ​ການ​ເຂົ້າ​ຮ່ວມ​ດ້ານ​ວັດທະນະທຳ​ພາກ​ພື້ນ ​ແລະ ການ​ສົນ​ທະນາ ​ແລະ ການ​ຮ່ວມມືລະຫວ່າງ​ຊາດ.

ໃນ​ຖານະ​ທີ່​ເປັນ​ໝາກຜົນ​ສຳຄັນ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້, ລັດຖະມົນຕີ​ທີ່​ຮ່ວມ​ປະຊຸມ​ໄດ້​ຮັບ​ຄວາມ​ຮັບ​ຮູ້​ຄື​ກັນ​ໂດຍ​ທົ່ວ​​ໄປ​ຕໍ່​ການສ້າງກົນ​ໄກ​ກອງ​ປະຊຸ​ມລັດຖະມົນຕີ​ວັດທະນະທຳ, ​ແລະ​ຕົກລົງ​ໃນເບື້ອງ​ຕົ້ນ​ວ່າ​ຈະ​ຈັດ​ກອງ​ປະຊຸມ​ເທື່ອ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ​ຢູ່​ສິງກະ​ໂປ​ໃນ​ປີ2012.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ