ຈີນ​ອາ​ຊຽນ​ປຶກສາ​ຫາລື​ການພັ​ດທະນາ​ຂອງ​ວັດທະນະທຳ​ອາ​ຊີ​ຢູ່​ນະ​ຄອນ​ຈຸ່ງ​ກິ່ງ

(GMT+08:00) 2011-10-11 17:31:49     cri
ງານ​ສິລະ​ປະ​ອາຊີ​ຄັ້ງ​ທີ12​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ10​ຕຸລານີ້​ຢູ່​ນະຄອນ​ຈຸ່ງ​ກິ່ງຂອງ​ຈີນ​.​ໃນ​ງານ​ສິລະ​ປະ​ອາຊີ​ຄັ້ງ​ນີ້,​ກະ​ຊວງ​ວັດ​ທະ​ນະ​ທຳ​ຈີນ​ໄດ້​ເຊື້ອ​ເຊີນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ວັດ​ທະ​ນະ​ທຳ​ຫຼື​ຜູ່​ຕາງໜ້າ​ຂອງ10​ປະ​ເທດ​ອາ​ຊຽນພ້ອມ​ດ້ວຍ​ຜູ່​ຕາງ​ໜ້າ​ຂອງ​ກອງ​ເລຂາ​ອາ​ຊຽນ​ເພື່ອ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ວັດ​ທະ​ນະ​ທຳ​ອາຊີ​ຢູ່​ນະຄອນ​ຈຸ່ງ​ກິ່ງ.

ໃນ​ພິທີ​ໄຂ​ງານ​ສິລະ​ປະອາຊີ​ຄັ້ງ​ທີ12,ທ່ານ​ອາ​ກຸສ ຊາ​ໂທ​ໂນ ລັດຖະມົນຕີ ຊ່ວຍ​ວ່າການກະຊວງ​ວຽງ​ງານ​ປະສານ​ງານ​ເພື່ອ​ສະຫວັດດີ​ການ​ຂອງ​ປະ ຊາຊົນຂອງອິນ​ໂດ​ເນ​ເຊຍ​ຊຶ່ງ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ປະຈຳ​ປີ2011​ຂອງ​ອາ​ຊຽນ​ໄດ້​ໃຫ້​ຄວາມ​ຢືນຢັນ​ຢ່າງ​ເຕັມ​ສ່ວນຕໍ່​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ທາງ​ດ້ານ​ວັດທະນະທຳ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ,ທ່ານ​ກ່າວ​ວ່າ:

"​ໃນ20​ປີ​ຜ່ານ​ມາ,ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ທາງ​ດ້ານ​ຍຸດ​ທະ​ສາດ​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.ພ້ອມ​ດຽວ​ກັນ​ນັ້ນ,ກໍ່​ໄດ້​ຮ່ວມ​ກັນ​ຊົມ​ໃຊ້​ແລະ​ແລກປ່ຽນກັນ​ທາງ​ດ້ານ​ວັດທະນະທຳ​ນັບ​ມື້​ນັບ​ຕັ້ງໜ້າ​ກວ່າ​ເກົ່າຊຶ່ງ​ໄດ້​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດຕະພາບ​ລະ​ຫວ່າງ​ປະຊາຊົນ​ສອງ​ຝ່າຍ."

ໃນ​ກອງ​ປະຊຸມ​ລັດຖະມົນ​ຕີ​ວັດ​ທະ​ນະ​ທຳ​ຈີນ​-ອາຊຽນຫຼື​ອາ​ຊຽນ​ບວກ1​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ10​ຕຸລາ​ນີ້,ທ່ານ​ຊ້າຍ​ອູ ລັດຖະມົນຕີ​ວ່າ​ການ​ກະ​ຊວງ​ວັ​ດ​ທະ​ນະ​ທຳ​ຈີນ​ເຫັນ​ວ່າ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ທາງ​ດ້ານ​ວັດທະນະທຳ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ແມ່ນ​ພື້ນ​ຖານ​ຂອງ​ການ​ຮ່ວມ​ມື​ທາງ​ດ້ານ​ວັດ​ທະ​ນະ​ທຳ​ໃນ​ພາກ​ພື້ນ​ອາຊີ.ການ​ສ້າງ​ສະພາບ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ,​ສ້າງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສະຕະວັດ​ທີ21,​ເວົ້າ​ໃນ​ລະດັບ​ໃດ​ໜຶ່ງ​ແລ້ວ​ແມ່ນ​ອີງ​ອາ​ໃສ​ຄວາມ​ເລິກ​ແລະ​ຄວາມ​ກວ້າງ​ແຫ່ງ​ການ​​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ວັດທະນະ​ທຳ.

ໃນ​ຈຳນວນ11ກົນ​ໄກ​ກອງ​ປະຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຈີນ-ອາ​ຊຽນທີ່​ມີ​ຢູ່​ໃນ​ປະ​ຈຸ​ບັນ,​ຍັງ​ບໍ່​ທັນ​​ໄດ້​ສ້າງ​ກົນ​ໄກ​ກອງ​ປະຊຸມ​ລັດ​ຖະ​ມົນ​ຕີ​ວັດ​ທະ​ນະ​ທຳ​ເທື່ອ.​ການ​ຍົກ​ລະ​ດັບ​ກົນ​ໄກ​ສົນ​ທະ​ນາ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງທາງ​ດ້ານ​ວັດ​ທະ​ນະ​ທຳ​ຢ່າງ​ຮອບ​ດ້ານ​ໄດ້​ກາຍ​ເປັນ​ບັນ​ຫາ​ຮີບ​ດ່ວນ​ທີ່​ທັງ​ສອງ​ຝ່າຍ​ປະ​ເຊີນ​ໜ້າ.​ເດືອນ​ຕຸ​ລາ​ປີ​2009,​ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມ​ໃນ​ເວລາ​ທ່ານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນ​ຄັ້ງ​ທີ12​ວ່າ,ຈີນ​ກັບ​ອາ​ຊຽນ​ຄວນ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ສັງ​ຄົມ,​ຄົ້ນ​ຄວ້າ​ການ​ສ້າງ​ຕັ້ງ​ກົນ​ໄກ​ສົນ​ທະ​ນາ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ວັດ​ທະ​ນະ​ທຳ​ຂອງ​ສອງ​ຝ່າຍ.

ທ່ານ​ຊ້າຍ​ອູ ລັດຖະມົນຕີ​ວ່າການ​ກະຊວງ​ວັດ​ທະ​ນະ​ທຳ​ຈີນ​ກ່າວ​ວ່າ,ຈີນ​ມີ​ຂໍ້​ລິ​ເລີ່​ມ​ໃຫ້​ສ້າງ​ຕັ້ງ​ກົນ​ໄກ​ສົນທະນາ​ລະຫວ່າງ​ລັດ​ຖະ​ມົນ​ຕີ​ວັດ​ທະ​ນະ​ທຳ​ຈີນ-ອາ​ຊຽນ​ແມ່ນ​ຍ້ອນ​ພິຈາລະນາ​ເຖິງ​ສາ​ເຫດ3​ດ້ານ:"ອັນ​ທີ​ໜຶ່ງ​ແມ່ນ​ເພື່ອ​ຍົກ​ລະດັບ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ທາງ​ດ້ານ​ວັດທະນະທຳ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ສູງ​ຂຶ້ນ,​ເພີ່ມ​ທະວີ​ການ​ປະ​ສານ​ງານ​ເປັນ​ເອກະ​ພາບ​ກັນ,ສ້າງ​ແຜນການ​ຍຸດ​ທະ​ສາດ​ທີ່​ດີ,ອັນ​ທີ​ສອງ​ແມ່ນ​ຊຸ​ກຍູ້​ການ​ສ້າງ​ໂຄງການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ກົນ​ໄກ​ຍາວ​ນານ​ໃຫ້​ຫຼາຍ​ກວ່າ​ເກົ່າ,​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ສອງ​ຝ່າຍ,ປັບປຸງ​ແລະ​ເປີດ​ກວ້າງ​ພື້ນຖານ​ທາງ​ດ້ານ​ປະຊາ​ມະຕິ​ໃນ​ການ​ຮ່ວມ​ມື​ຈາກ​ດ້ານ​ຍຸດ​ທະ​ສາດ,ອັນ​ທີ​ສາມ​ແມ່ນ​ຮ່ວມ​ກັນ​ຊົມ​ໃຊ້​ອຸ​ປະ​ກອນ​ແລະ​ເງິນ​ທຶນ​ຂອງ​ກັນ,ຊ່ວຍ​ຊູ​ຍູ້​ໜູ​ກັນ​ດ້ວຍ​ທ່າ​ແຮງ​ຂອງ​ໃຜ​ລາວ,​ເພີ່ມ​ຄວາມ​ສາມາດ​ແກ່ງ​ແຍ່ງ​ໂດຍ​ລວມຂອງ​ວັດ​ທະ​ນະ​ທຳ​ໃນ​ພາກ​ພື້ນ."

ພາຍຫຼັງ​ໄດ້ສື່ສານ​ແລກປ່ຽນກັນ​ຢ່າງ​ເຕັມ​ສ່ວນ​ແລ້ວ,ລັດຖະມົນຕີ​ວ່າ​ການ​ກະ​ຊວງ​ວັດ​ທະ​ນະ​ທຳ​ປະ​​ເທດ​ຕ່າງໆ​ທີ່​ຮ່ວມ​ປະຊຸມ​ໄດ້​ມີ​ຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ໂດຍ​ທົ່ວ​ໄປ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກົນ​ໄກ​ກອງ​ປະຊຸມ​ລັດຖະມົນຕີ​ວັດທະນະ​ທຳ​ຈີນ-ອາ​ຊຽນ,​ແລະ​ຕົກລົງ​ໃນ​ເບື້ອງ​ຕົ້ນ​ວ່າ​ຈະ​ຈັດ​ກອງ​ປະຊຸມ​ເທື່ອ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ​ຢູ່​ສິງກະ​ໂປ​ໃນ​ປີ2012.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ