ຜູ້​ຊ່ຽວຊານ​ອາ​ເມ​ລິ​ກາ​ເຕືອນວ່າ​ຖ້າ​ລົງ​ໂທດ​ຈີນ​​ໃນ​ບັນ​ຫາ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈະ​ພາ​ໃຫ້​ເກີດ​ສົງ​ຄາມ​ການ​ຄ້າ

(GMT+08:00) 2011-10-11 16:03:34     cri

ສະພາ​ສູງ​ອາ​ເມ​ລິ​ກາ​ຈະ​ລົງ​ຄະ​ແນນ​ສຽງ​ຕໍ່ອັນ​ທີ່​ວ່າ "ມະຕິ​​ຕິດຕາມ​ການ​ປະຕິ​ຮູບ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ປີ 2011" ​ໃນວັນ​ທີ  11 ຕຸລາ​ນີ້. ຖ້າ​ມະຕິ​ດັ່ງກ່າວ​ໄດ້​ຮັບ​ຜ່ານ​ໃນ​ສອງ​ສະພາ ​ແລະ ທ່ານ​ປະທານາ​ທິ​ບໍ​ດີ​ໂອ​ບາ​ມາລົງ​ນາມ​​ໃນ​ມະຕິ​ດັ່ງກ່າວແລ້ວ, ລັດຖະບານ​ອາ​ເມ​ລິ​ກາ​ກໍ​ສາມາດ​​ເກັບ​ພາສີລົງ​ໂທດ​ແຕ່​ຝ່າຍ​ດຽວ​ຕໍ່​ສິນ​ຄ້າ​ຫຼາຍ​ປະ​ເພດ​ທີ່​ນຳ​ເຂົ້າຈາກ​ຈີນ.

ວັນ​ທີ 10 ຕຸລາ​ນີ້, ທ່ານ​ຄານ ​​ແວັນ​ເບິ​ກ, ຫົວໜ້າ​ນັກ​ເສດຖະສາດ​ສະມາ​ຄົມ​ຂ່າວຄາວ​ເສດຖະກິດຄວາມ​ຖີ່​ສູງ​ອາ​ເມ​ລິ​ກາ ກ່າວ​ວ່າ, ມະຕິ​ດັ່ງກ່າວ​ແມ່ນ​ປັ່ນ​​ເລື່ອງ​ເກົ່າ, ​​ເພື່ອຊອກ​ຫາ​ແກະ​ຮັບ​ບາບ​ໃຫ້​ແກ່​ສະພາບ​ເສດຖະກິດ​ຖົດຖອຍ​ແລະ​ອັດຕາ​ຫວ່າງ​ງ​ານສູງ​ຂອງ​ອາ​ເມ​ລິ​ກາ​ໃນ​ປັດຈຸບັນ.

ທ່ານ​ກ່າວ​ວ່າ, ຖ້າການ​ກະທຳ​ຂອງອາ​ເມ​ລິ​ກາພາ​ໃຫ້​ຈີນ​ມີ​ການ​ກະທຳ​ຄ້າຍຄື​ກັນ​ເພື່ອແກ້​ແຄ້ນ​ແລ້ວ, ກໍ​ຈະ​ຫຼີກ​ບໍ່​ພົ້ນ​ການ​ເກີດສົງຄາມ​ການ​ຄ້າ, ​ແລະ​ກະທົບກະ​ເທືອ​ນ​ເຖິງການ​ສົ່ງ​ອອກ​ແລະ​ການ​ປະກອບ​ອາຊີບ​ຂອງ​ສອງ​ປະ​ເທດ. ​​ໃນ​ນັ້ນມີ​ຈຸດ​ໜຶ່ງ​ຕ້ອງ​ເນັ້ນໜັກ​ເຖິງ, ນັ້ນກໍ​ຄື​ ສົງຄາມ​ການ​ຄ້າ​ຈະ​ທຳລາຍ​ການ​ເຕີບ​ໂຕ​ຂອງ​ສອງ​ປະ​ເທດ​ທີ່​ເປັນ​ອົງ​ກອນ​ເສດຖະກິດ​ໃຫຍ່​ກວ່າ​ໝູ່​ຂອງໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ