ກອງ​ປະ​ຊຸມ​ຫົວ​ຂໍ້​ສະ​ເພາະ​10+3​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ​ອາ​ຊີ​ອອກ​ຖະ​ແຫຼງ​ການ​ຈົງ​ກິງ

(GMT+08:00) 2011-10-11 17:48:43     cri
ຕາມ​ຂ່າວCRI:ວັນ​ທີ11​ຕຸລາ​ນີ້,ຢູ່​ນະຄອນຈົງ​ກິ​ງຂອງ​ຈີນ,​ກອງ​ປະຊຸມເວທີ​ປຶກສາ​ຫາລື​ວັດ​ທະ​ນະ​ທຳ​ອາ​ຊີ​ຄັ້ງ​ປະ​ຖົມ​ມະ​ເລີກ​ໄດ້​ອັດ​ລົງ​.ຜູ່​ແທນ​ທີ່​ມາ​ຈາກ​ອົງ​ການ​ຄົ້ນ​ຄວ້າ​ສິ​ລະ​ປະ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ,​ເຊັ່ນ:​10​ປະ​ເທດ​ອາ​ຊຽນ,​ຈີນ,​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫຼີ​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້,​ແລະ​​ໄດ້​ຮ່ວມ​ກັນ​ເຊັນ​ຖະ​ແຫຼງ​ການ​ຂອງ​"ກອງ​ປະ​ຊຸມ​​ຫົວ​ຂໍ້​ສະ​ເພາະ​10+3​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ​ອາ​ຊີ".

ຖະ​ແຫຼງການ​ສະໜັບສະໜູນ​ເວທີ​ປຶກສາ​ຫາລື​ວັດທະນະທຳ​ອາຊີ​ກາຍ​ເປັນ​ເວທີ​ປະຈຳ​ທີ່ ແລກປ່ຽນ​ຮອບ​ດ້ານ​ລະ​ຫວ່າງ​ວົງ​ການ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ຂອງ​ອາ​ຊີ,​ແລະ​ນຳ​ໃຊ້​ເວ​ທີ​ແຫ່ງ​ນີ້,​ດຳ​ເນີນ​ການ​ຄົ້ນ​ຄວ້າ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້​ສຳ​ຄັນ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ຂອງ​ອາ​ຊີ​ເປັນ​ເວ​ລາ​ປະ​ຈຳ.​ໃນ​ໄລ​ຍະ​ປະ​ຊຸມ,​ຜູ່​ແທນ​ແລະ​ຜູ່​ຊ່ຽວ​ຊານ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ໄດ້​ຄົ້ນ​ຄວ້າ​ຫາ​ລື​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຫົວ​ຂໍ້​ທີ່​ວ່າ:​"ການ​ແລກ​ປ່ຽນ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ວັດ​ທະ​ນະ​ທຳ​ສີ​ລະ​ປະ​ຂອງ​ອາ​ຊີ​ກັບ​ການ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ກັນ​ຂອງ​ວັດ​ທະ​ນະ​ທຳ​ອາ​ຊີ"​ແລະ"ການ​ອະ ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ຂອງ​ເຂດ​ອາ​ຊີ​ປາ​ຊິ​ຟິກ​ກັບ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ຂອງ​ວັດ​ທະ​ນະ​ທຳ​ອາ​ຊີ"
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ