ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,​ຈີນ​ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ​ທຳ​ຄວາມ​ພະ​ຍາ​ຍາມ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ຮ່ວມ​ກັນ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບດ້ານ

(GMT+08:00) 2011-10-11 19:07:44     cri
ຕອນ​ບ່າຍ​ວັນ​ທີ11​ຕຸລາ​ນີ້,ການ​ພົບ​ປະ​ເປັນ​ປະຈຳ​ຄັ້ງທີ16ລະ​ຫວ່າງ​ນາຍົກ​ຈີນຣັດ​ເຊຍ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.​ກ່ອນ​ການ​ເຈ​ລະ​ຈາ​ວົງ​ກວ້າງ,​ທ່ານ​ເວີ່ນ​ເຈ່ຍ​ປາວ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ,​ໃນ​ການ​ເຈ​ລະ​ຈາ​ວົງ​ແຄບ​ທີ່​ຫາ​ກໍ່​ອັດ​ລົງ,​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຫຼາຍ​ບັນ​ຫາ​ສຳ​ຄັນ​ທີ່​ສົນ​ໃຈ​ຮ່ວມ​ກັນ,​ແລະ​ໄດ້​ບັນລຸ​ຄວາມ​ເ​ຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ຢ່າງ​ກວ້າງ​ຂວາງ.​ລັດ​ຖະ​ບານ​ຈີນ​ຍິນ​ດີ​ຮ່ວມ​ກັບ​ລັດ​ຖະ​ບານ​ຣັດ​ເຊຍ​ທຳ​ຄວາມ ພະ​ຍາ​ຍາມ​ຫຼາຍ​ກວ່າ​ເກົ່າ,​ຮ່ວມ​ກັນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ປະ ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ທີ່​ສະ​ເໝີ​ພາບ​ກັນ,​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ສະ​ໜັບ​ສະ​ໜູນ​​ເຊິ່ງ ກັນ​ແລະ​ກັນ,ຈະ​ເລີນ​ຮ່ວມ​ກັນ,​ແລະ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ທຸກ​ເຊັ່ນ​ຄົນ.

ທ່ານ​ປູ​ຕິນ,ນາຍົກລັດຖະມົນຕີຣັດ​ເຊຍ​ກ່າວ​ວ່າ,ຈີນຣັດ​ເຊຍ​ບໍ່​ມີ​ບັນຫາ​ຫຍັງ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເມືອງ​ແລະ​ວັດ​ທະ​ນະ​ທຳ,​ເພາະ​ວ່າ,​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ເຫຼົ່າ​ນີ້​ໄດ້​ບັນລຸ​ລະດັບ​ສູງ​ທີ່​ບໍ່​​ເຄີຍ​ມີ​ມາ​ກ່ອນ.​ທ່ານ​ປູ​ຕິນ​ຍັງ​ກ່າວ​ວ່າ,​ຍ້ອນ​ວ່າ​ສອງ​ປະ​ເທດ​ມີ​ຂະ​ໜາດ​ການ​ຮ່ວມ​ມື​ຢ່າງ​ໃຫຍ່,​ສະ​ນັ້ນ​ຈຶ່ງ​ມັກ​ມີ​ບັນ​ຫາ​ທີ່​ຕ້ອງ​ການ​ແກ້​ໄຂ​ໃນ​ບາງ​ຄັ້ງ​ບາງ​ຄາວ.​ຣັດ​ເຊຍ​ຍິນ​ດີ​ຮ່ວມ​ກັບ​ຈີນ​ຊອກ​ຫາ​ແຜນ​ການ​ແກ້​ໄຂ​ອັນ​ໃໝ່​ໃນ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ