ທ່ານ​ຫູ​ຈິ​ທາວ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຫງວຽນ​ຟູ​ຈອງ,ຈີນ​ຫວຽດນາມ​​ເຊັນ​ສັນຍາ​ຫຼັກການ​ພື້ນຖານ​ກ່ຽວ​ກັບ​ບັນຫາ​ທາງ​ທະ​ເລ

(GMT+08:00) 2011-10-12 15:17:18     cri

ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຫວງຽນຟູ​ຈອງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​​ໃນ​ວັນ​ທີ11​ຕຸລາ​ນີ້​ຢູ່ນະຄອນຫຼວງ​ປັກ​ກິ່ງ.ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນຫາ​ທາງ​ທະ​ເລ​ລະຫວ່າງ​ສອງ​ປະ​ເທດ,​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ສັນຍາ​ຫຼັກການ​ພື້ນຖານ​​ໃນ​ການ​​ແກ້​ໄຂ​ບັນຫາ​ທາງ​ທະ​ເລ​ຈີນ-ຫວຽດນາມ,​ເຫັນ​ວ່າ​ສັນຍາ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ​ໃນ​ການ​ຊີ້​ນຳ​ການ​ແກ້​ໄຂ​ບັນຫາ​ທາງ​ທະ​ເລ​ຢ່າງ​ເໝາະ​ສົມ.

ທ່ານຫູຈິນທາວ(ຂວາ)ຕ້ອນຮັບທ່ານຫງວຽນຟູຈອງທີ່ມາຢ້ຽມຢາມ

ທ່ານ​ສີ​ຈິ້ນ​ພິງ ກຳມະການ​ປະຈຳ​ກົມ​ການ​​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ຮອງ​ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ດັ່ງກ່າວ​ພ້ອມ​ດ້ວຍ​ກິດຈະກຳ​ທີ່​ກ່ຽວຂ້ອງ.

ທ່ານ​ຫູ​ຈິນທາວ ຊີ້​ອອກ​ວ່າ,ກ່ອນ​ຄວາມ​ຂັດ​ແຍ່ງ​ທາງ​ທະ​ເລ​​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ທີ່​ສຸດ,ບໍ່​ຄວນ​ໃຊ້​ການ​ກະທຳ​ທີ່​ເຮັດ​ໃຫ້​ຄວາມ​ຂັດ​ແຍ່ງ​ສັບ​ສົນ​ແລະ​ເປີດ​ກວ້າງ​ອອກ,ຄວນ​ໃຊ້​ທ່າ​ທີ​ໃຈ​ເຢັນ​ແລະ​ມີ​ລັກສະນະ​ສ້າງສັນ​​ໃນ​ການ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ,ບໍ່​ໃຫ້​ບັນຫາ​ທີ່​ກ່ຽວຂ້ອງ​ກະທົບກະ​ເທືອ​ນ​ເຖິງ​ການ​ພົວພັນ​ສອງ​ພັກ​ສອງ​ລັດ​ຈີນ-ຫວຽດນາມ​ແລະ​ສັນຕິ​ພາບ,ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້.ສອງ​ຝ່າຍ​ຄວນ​ຕັ້ງໜ້າ​ຄົ້ນຄວ້າ​ແລະ​ປຶກສາ​ຫາລື​ບັນຫາ​ການ​ຮ່ວມ​ກັນ​ພັດທະນາ​ທະ​ເລ​ຈີນ​ໃຕ້​ໃຫ້​ມີ​ບາດກ້າວ​ຕົວ​ຈິງ​ໂດຍ​ໄວ.

ທ່ານ​ຫງວຽນ​ຟູ​ຈອງ​ກ່າວ​ວ່າ,ຫວຽດນາມ​ຍິນ​ດີ​ຮ່ວມ​ກັບ​ຈີນ​ຕັ້ງໜ້າ​ຜັນ​ຂະຫຍາຍ​ສັນຍາ​ຫຼັກການ​ພື້ນຖານ​ກ່ຽວ​ກັບ​ບັນຫາ​ທາງ​ທະ​ເ​ລ,ຍຶດໝັ້ນ​ຫຼັການ​ທີ່​ປຶກສາ​ຫາລື​​ແລະ​​ເຈລະຈາກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ,​ແກ້​ໄຂ​ບັນຫາ​ຢ່າງ​ເໝາະ​ສົມ,ບໍ່​ໃຫ້​ບັນຫາ​ທີ່​ກ່ຽວ​ຂ້ອງ​ກະ​ທົບ​ກະ​ເທືອ​ນ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ-ລັດ,ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ແລະ​ສັນຕິພາບ,ສະຖຽນ​ລະ​ພາບ​ທາງ​ທະ​ເລ.

ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ປີ​ນີ້​ແມ່ນ​ການພົວພັນ​ຈີນ-ຫວຽດນາມ​ຫັນ​ເປັນ​ປົກກະຕິ​ຄົບຮອບ20​ປີ,ຈີນ​ຍິນ​ດີຮ່ວມ​ກັບ​ຫວຽດນາມ​ປົກ​ປັກ​ຮັກສາ​ແລະ​​ເສີມ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ຫວຽດນາມ​ໃຫ້​ກ້າວ​ໄປ​ໜ້າ​ດ້ວຍ​ດີ.

ທ່ານ​ຫງວຽນ​ຟູ​ຈອງກ່າວ​ວ່າ​ຫວຽດນາມ​ຈະ​ຖື​ການ​ຂະຫຍາຍ​ການ​ພົວພັນ​ກັບ​ຈີນ​​ໄວ້​ຢູ່​ໃນ​ຖານະ​ບູລິ​ມະ​ສິດ​ໃນ​ການ​ພົວພັນ​ຕໍ່​ຕ່າງປະ​ເທດ​ຂອງ​ຫວຽດນາມ,ຈະ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-ຈີນ​ໃຫ້ຍົກ​ສູງ​ຂຶ້ນ​ສູ່​ລະດັບ​ໃໝ່.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ