ຍີ່​ປຸ່ນຖືໂອກາດ​ທີ່​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄປ​ຢ້ຽມ​ຢາມ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເພື່ອ​ລົບ​ກວນ​ສະ​ຖາ​ນະ​ການ​ຢູ່​ທະ​ເລ​ຈີນ​ໃຕ້

(GMT+08:00) 2011-10-12 17:03:06     cri
​CRIລາຍ​ງານ​ວ່າ: ​ເລີ່​ມ​ແຕ່​ວັນ​ທີ​11ຕຸລາ​ນີ້​ເປັນ​ຕົ້ນ​ໄປ,ທ່ານ​ໂຄອູ​ອີ​ຊີ​ໂລ​ອູ​​ເກນ​ບາ ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ​ຍີ່​ປຸ່ນອອກ​ເດີນທາງໄປ​ຢ້ຽມຢາມສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄື​ສິງກະ​ໂປ,ມະ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ.​ເນື່ອງ​ຈາກ​ວ່າ​ກ່ອນ​ໜ້າ​ນີ້,ຍີ່​ປຸ່ນກັບ​ຟີ​ລິບ​ປິນຫາ​ກໍ່​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ທີ່​ມີ​ເນື້ອ​ໃນ​ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຮັກສາ​ຄວາມ​ໝັ້ນຄົງ​ຢູ່ທະ​ເລ​ຈີນ​ໃຕ້​ຊຶ່ງ​ມີ​ຈຸດປະສົງ​ເພື່ອ​ຖ່ວງດຶງ​ຈີນ​ທີ່​ມີ​ບົດບາດ​ນັບ​ມື້​ນັບ​ສູງ​ຂຶ້ນຢູ່ພາກ​ພື້ນ​ທະ​ເລ​ຈີນ​ໃຕ້.ສະ​ນັ້ນ,ການ​ທີ່​ທ່ານ​ໂຄ​ອູອີ​ຊີ​ໂລອູ ​ເກນ​ບາ​ໄປ​ຢ້ຽມຢາມ3​ປະ​ເທດ​ດັ່ງກ່າວ​ໃນ​​ເທື່ອ​ນີ້​ໄດ້​ພາ​ໃຫ້ຫາ​ງສຽງ​ສົນ​ໃຈ​ນຳ​ໂດຍ​ທົ່ວ​ໄປ​ອີກ​ເທື່ອ​ໜຶ່ງ.

ການ​ຢ້ຽມຢາມ​ຂອງທ່ານ​ໂຄອູ​ອີ​ຊີ​ໂລອູ​ເ​ກນ​ບາ​​ເທື່ອ​ນີ້​ຈະ​ດຳ​ເນີນ​ເປັນ​ເວລາ5​ວັນ,ມີ​ວາລະ​ການ​ຢ້ຽມຢາມດັ່ງ​ນີ້​ຄື:​ກ່ອນ​ອື່ນ​ໄປ​ຢ້ຽມ​ຢາມ​ສິງ​ກະ​ໂປ​ແລະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ລີ​ຊຽນ​ລູງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ,​ເພື່ອ​ແລກ​ປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ສົນ​ທິ​ສັນ​ຍາ​ການ​ພົວພັນ​ຄູ່​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ຍຸດ​ທະ​ສາດ​ບໍລິ​ເວນ​ມະຫາ​ສະໝຸດ​ປາຊີ​ຟິກຫຼືTPP.ຫຼັງ​ຈາກ​ນັ້ນ​ໄປ​ຢ້ຽມຢາມ​ມະ​ເລ​ເຊຍ​ແລະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາ​ຈິບ ທົນ ລາ​ຈັກ ນາຍົກລັດຖະມົນຕີມະ​ເລ​ເຊຍ​ເພື່ອ​ແນະນຳ​ເຕັກນິກ​ແລະ​ວິ​ສາ​ຫະກິດ​ຍີ່​ປຸ່ນ​ໃຫ້​ມະ​ເລ​ເຊຍ​ກ່ຽວກັບ​ບັນ​ຫາ​ນຳ​ໃຊ້​ພະ​ລັງ​ງານ​ໃໝ່​ທີ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ລຸ້ນ​ໃໝ່ໃນ​ການ​ກໍ່​ສ້າງ​ຕົວ​ເມືອງ​.​ສຸດ​ທ້າຍ,ທ່ານ​ໂຄອູ​ອີ​ຊີ​ໂລອູ ​ເກນບາ​ຈະ​ໄປ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ​ທີ່​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ເດືອນ​ໜ້າ,ຈະພົບ​ປະ​ເຈລະຈາ​ກັບທ່ານ​ມາຕີ ນາທາ​ເລ​ກາ​ວາ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ແລະ​ເຈົ້າ​ໜ້າ​ທີ່​ອື່ນໆ​ເພື່ອ​ທຳ​ຄວາມ​ເຂົ້າ​ໃຈ​ແລະ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບາງ​ຫຼັກ​ໝັ້ນ​ແລະ​ຈຸດ​ຢືນກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ​ແລະ​ບັນຫາ​ອື່ນໆ​ທີ່​ສອງ​ຝ່າຍ​ຈະ​ກ່າວ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ.

ມີ​ນັກວິ​ເຄາະ​ຊີ້​ອອກ​ວ່າ,​ ​ຈາກ​​ວາລະກາ​ນ​ເດີນທາງ​ຂອງທ່ານ​ໂຄ​ອູອີ​ຊີ​ໂລ ອູ​​ເກນ​ບາ​ ​ສາມາດ​​ເບິ່ງ​ອອກ​ໄດ້​ວ່າການ​ຢ້ຽມຢາມ​ຂອງ​ທ່ານ​ເທື່ອ​ນີ້​ມີ​ຈຸດປະສົງ​ສອງ​ດ້ານ​ຄື​ດ້ານ​ໜຶ່ງ​ແມ່ນ​ມີ​ຈຸດປະສົງ​ທາງ​ການ​ເມືອງ​ທີ່​ຫວັງ​ວ່າ​ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກທີ່​ຕົ້ນຕໍ​ຈະ​ປຶກສາ​ຫາລື​ຄວາມ​ໝັ້ນຄົງ​ທາງທະ​ເລທີ່​ຈະ​ໄຂ​ຂຶ້ນ​ໃນ​ເດືອນ​ພະຈິກ​ນັ້ນ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​​ໃນ​ດ້ານ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ,​ເພື່ອ​ເຮັດ​ໃຫ້ຈຸດ​ຢືນ​ຂອງ​ຍີ່​ປຸ່ນ​ທີ່​ລິ​ເລີ່​ມ​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ດ້ວຍ​ການ​ປຶກສາ​ຫາລື​ຫຼາຍ​ຝ່າຍ​ນັ້ນ​ບັນລຸ​ຜົນ​ເປັນ​ຈິງ.ອີກ​ດ້ານ​ໜຶ່ງ​ແມ່ນ​ຈຸດປະສົງ​ທາງ​ດ້ານ​ເສດຖະກິດ,​ຄື​ຫວັງ​ຢາກ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ​ທາງ​ດ້ານ​ເສດຖ​ະກິດ​ກັບ​ບັນດາ​ປະ​ເທດ​ອາ​ຊຽນທີ່​ເສດຖະກິດ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ການ​ກໍ່ສ້າງ​ພື້ນຖານ​ໂຄ່ງ​ລ່າງ​ທີ່​ພັດທະນາ​ຢ່າງ​ວ່ອງ​ໄວ.

ນັກວິ​ເຄາະ​ເຫັນ​ວ່າ,ທ່ານ​ໂຄ​ອູອີ​ຊີ​ໂລ ອູ​​ເກນ​ບາ ຢ້ຽມຢາມ3​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ຄັ້ງ​ນີ້​ແມ່ນ​ຄວາມ​ພະຍາຍາມ​ອີກ​ເທື່ອ​ໜຶ່ງ​ຂອງ​ຍີ່​ປຸ່ນ​ເພື່ອ​ແຊກ​ແຊງ​ບັນຫາ​ທະ​ເລ​ຈີນ​ໃຕ້.ອະທິປະ​ໄຕ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້​ບໍ່​ໄດ້​ກ່ຽວ​ຫຍັງ​ກັບ​ຍີ່​ປຸ່ນ,​ແຕ່​ຍີ່​ປຸ່ນ​ແຊກ​ແຊງ​ເຂົ້າ​ມາ​ແມ່ນ​ມີ​ຈຸດປະສົງ​ທີ່​ຢ້ານ​ວ່າ​ພາຍຫຼັງປະ​ເທດ​ທີ່​ກ່ຽວຂ້ອງ​ໄດ້​ປຶກສາ​ຫາລື​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິ​ຕະພາບ​ແບບ​ສອງ​ຕໍ່​ສອງ​ແລະ​ຕົກລົງ​ຢືນຢັນ​ອະທິປະ​ໄຕ​ແລ້ວ,ມັນ​ຈະ​ກະທົບ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ຍີ່​ປຸ່ນ.

ປະຈຸ​ບັນ,​ເວທີ​ການ​ເມືອງ​ຂອງ​ຍີ່ປຸ່ນມີ​ທ່າ​ອ່ຽງ​ແນວ​ໜຶ່ງ​ທີ່​ເປັນ​ໜ້າ​ເອົາ​ໃຈ​ໃສ່​ນັ້ນ​ກໍ່​ຄືລັດຖະບານ​​ໂຢຊີ​ຮິ​ໂກະ ​ໂນ​ດະກຳລັງ​ປະຕິບັດ​ອັນ​ທີ່​ວ່າ"ການ​ຕ່າງປະ​ເທດຄ່າ​ນິຍົມ",​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ທີ່​ມີຄ່າ​ນິຍົມ​ອັນ​ດຽວ​ກັນ​ກັບ​ຍີ່​ປຸ່ນ​ໃນ​ດ້ານ​ເສດ​ຖະ​ກິດ​ຕະ​ຫຼາດ​ແລະ​ລະ​ບົບ​ກົດ​ໝາຍ,ຊຶ່ງ​ປະ​ເທດ​ເຫຼົ່າ​ນີ້​ລວມ​ທັງ​ອິນ​ເດຍ,​ອົສ​ຕຼາ​ລີ,​ກາ​ນາ​ດາ​ແລະ​ເປຣູ​​ເປັນ​ຕົ້ນ.​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ເດືອນ​ໜ້າ,ຍີ່​ປຸ່ນອາດ​ຈະ​ເລີ່ມ​ປະ​ຕິ​ບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຄ່າ​ນິຍົມ​ຢ່າງ​ເປັນ​ທາງ​ການ.ກ່ຽວ​ກັບ​ເລື່ອງ​ນີ້,ຫາງ​ສຽງ​ຍີ່​ປຸ່ນ​ເຫັນ​ວ່າ,ການ​ຕ່າງປະ​ເທດ​ຄ່າ​ນິຍົມ​ທີ່​ຈິງ​ແລ້ວ​ແມ່ນ​ເພື່ອ​ປັດ​​ເຂ່ຍ​ປະ​ເທດ​ຈີນ​ຢູ່​ນອກ​ນະ​ໂຍບາຍ​ດັ່ງ​ກ່າວ,​ເຊິ່ງ​ຈະ​ເຮັດ​ໃຫ້​ບາງ​ປະ​ເທດ​ມີ​ທ່າ​ທີ​ຫຍໍ້​ທໍ້​ຕໍ່​​ເລື່ອງ​ນີ້,​ແລະ​ກໍ່​ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ຍີ່ປຸ່ນ​ຂະ​ຫຍາຍ​ຕົວ​ໄປ​ໃນ​ທາງ​ບໍ່​ດີ​ປານ​ໃດ,ການ​ຕ່າງປະ​ເທດ​ແນວ​ນີ້​ຈະ​ໄດ້​ຮັບ​ໝາກ​ຜົນ​ຕາມ​ທີ່​ຍີ່​ປຸ່ນຄາດ​ໄວ້​ລ່ວງ​ໜ້າ​ຫຼື​ບໍ່ນັ້ນ,ປະຈຸ​ບັນ​ຍັງ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ