ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ອາ​ເມ​ລິ​ກາ,​ລັດ​ຖະ​ສະ​ພາ​ແລະ​ວົງ​ການ​ຕ່າງໆ​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ໃຊ້​ຄວາມ​ກົດ​ດັນ​​ໃສ່​ບັນ​ຫາ​ອັດ​ຕາ​ແລກ​ປ່ຽນ​ຂອງ​ເງິນ​ຢວນ​ຈີນ​ດ້ວຍ​ຮູບ​ການ​ນິ​ຕິ​ບັນ​ຍັດ​ພາຍ​ໃນ​ປະ​ເທດ

(GMT+08:00) 2011-10-12 17:39:02     cri
ຕາມ​ຂ່າວCRI:ວັນ​ທີ12​ຕຸລາ​ນີ້,​ຢູ່​ປັກ​ກິ່ງ,ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ທີ່​ສະ​ພາ​ສູງ​ອາ​ເມ​ລິ​ກາ​ຜ່ານ​ຮັບ​ຮອງ​ຍັດ​ຕິ​ວ່າ​ດ້ວຍ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ,​ທ່ານ​ມາ​ຈ່າວ​ຊູ້,​ໂຄ​ຊົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ອາ​ເມ​ລິ​ກາ,​ລັດ​ຖະ​ສະ​ພາ​ແລະ​ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ​ເດັດ​ດ່ຽວ​ຄັດຄ້ານ​ການ​ໃຊ້​ຄວາມ​ກົດ​ດັນ​ໃສ່​ບັນ​ຫາ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ​ດ້ວຍ​ຮູບ​ການ​ວາງ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ພາຍ​ໃນ​ປະ​ເທດ,​ເພື່ອ​ປົກ​ປັກ​ຮັກ​ສາ​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃຫ້​ພັດ​ທະ​ນາ​ຢ່າງ​ປອດ​ໄສ.

ທ່ານ​ມາ​ຈ່າວ​ຊູ້​ກ່າວ​ວ່າ,ຈີນ​ໄດ້ອະທິບາຍ​ຫຼາຍ​ເທື່ອ​ກ່ຽວ​ກັບນະ​ໂຍບາຍ​ທາງ​ດ້ານ​ອັດຕາ​ແລກປ່ຽນ​ເງິນ​ຢວນ​ຈີນ,​ແລະ​ໄດ້​ສະ​ແດງ​ຫຼັກ​ໝັ້ນ​ຢ່າງ​ເຄັ່ງ​ຂຶມ​ທີ່​ເດັດ​ດ່ຽວ​ຄັດ​ຄ້ານ​ຍັດ​ຕິ​ວ່າ​ດ້ວຍ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ​ຂອງ​ສະ​ພາ​ສູງ​​ອາ​ເມ​ລິ​ກາ.​ຍັດ​ຕິ​ສະ​ບັບ​ນີ້​ຖື​ຂໍ້​ອ້າງ​ທີ່​ວ່າ "ອັດ​ຕາ​ແລ​ກປ່ຽນ​ບໍ່​ສະ​ໝ່ຳ​ສະ​ເໝີ​ກັນ",​ທີ່​ຈິງ​ແລ້ວ​ແມ່ນ​ເພື່ອ​ດຳ​ເນີນ​ການ​ປົກ​ປ້ອງ​​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ​ເອງ,​ຊຶ່ງ​ໄດ້​ລະ​ເມີດ​ກົດ​ລະ​ບຽບ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ຢ່າງ​ຮ້າຍ​ແຮງ.ນີ້​ບໍ່​ພຽງ​ແຕ່​ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນ​ຫາ​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ປະ​ກອບ​ວຽກ​ເຮັດ​ງານ​ທຳ​ຂອງ​ອາ​ເມ​ລິ​ກາ​ເອງທໍ່​ນັ້ນ,ຍັງ​ເປັນ​ການ​ແຕະ​ຕ້ອງ​ເຖິງ​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ຢ່າງ​ຮ້າຍ​ແຮງ​ອີກ​ດ້ວຍ,​ແຕະ​ຕ້ອງ​ເຖິງ​ສອງ​ປະ​ເທດ​ຈີນ​ອາ​ເມ​ລິ​ກາ​ແລະ​ປະ​ຊາ​ຄົມ​ໂລກ​ທີ່​ຮ່ວມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຕົວ​ຢ່າງ​ແຂງ​ແຮງ​ແລະ​ມີ​ການ​ເຕີບ​ໂຕ​.

ວັນ​ທີ12ຕຸລາ​ນີ້,ທ່ານ​ເສີນ​ຕ່າ​ນຢາງ,​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ຄຳ​ປາ​ໄສ​ຊີ້​ອອກ​ວ່າ,​ໃນ​ຂະນະ​ທີ່ການ​ຟື້ນຕົວ​ຂອງ​ເສດ​ຖະ​ກິດ​ໂລກ​ປະ​ສົບ​ການ​ທົດ​ສອບ​ຢ່າງ​ຂ້ຽວ ຂາດ,​ສະ​ພາ​ສູງ​ອາ​ເມ​ລິ​ກາ​ບັງ​ຄັບ​ໃຫ້​ເງິນ​ຕາ​ຂອງ​ປະ​ເທດ​ຄູ່​ການ​ຄ້າ​ແຂງ​ຄ່າ​ຂຶ້ນ​ດ້ວຍ​ຮູບ ການ​ນິ​ຕິບັ​ນ​ຍັດ​ນັ້ນ,ບໍ່​ຕ່າງ​ຫຍັງ​ກັບ​ໄດ້​ສົ່ງ​ສັນ​ຍານ​ອັນ​ຜິດ​ພາດ​ທີ່​ຍົກ​ລະ​ດັບ​ການ​ປົກ​ປ້ອງ​ການ​ຄ້າ.​ການ​ກະ​ທຳ​ນີ້​ໄດ້​ລະ​ເມີດ​ລະ​ບຽບ​ການ​ສາ​ກົນ​ຢ່າງ​ຮຸນ​ແຮງ.

ມື້​ດຽວ​ກັນ​ນີ້,​ໂຄສົກ​ຂອງ​ທະນາຄານ​ກາງຂອງ​ຈີນ​ກ່າວ​ວ່າ,​ເດັດ​ດ່ຽວ​ຄັດ​ຄ້ານ​ສະ​ພາ​ສູງ​ອາ​ເມ​ລິ​ກາ​ທີ່​ຜ່ານ​ຮັບ​ຮອງ​ຍັດ​ຕິ​ປະ​ຕິ​ຮູບ​ອັດ​ຕາ​ແລກ​ປ່ຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ