ຊ່ຽວຊານ​ອາ​ເມ​ລິ​ກາ​ກ່າວ​ວ່າການ​ເວົ້າ​ໂຍກບັນຫາ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​​ເກີນ​ໄປອາດ​ຈະ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ທົ່ວ​ໂລກ

(GMT+08:00) 2011-10-13 17:48:06     cri
CRIລາຍ​ງານ​ວ່າ: ທ່ານ​ຜູ່​ຟັງ​ທີ່​ເຄົາລົບ,ວັນ​ທີ11​ຕຸລາ​ນີ້,ສະພາ​ສູງ​ອາ​ເມ​ລິ​ກາ​ໄດ້​ຮັບ​ຮອງ​ຍັດ​ຕິກົດໝາຍ​ທີ່​ກ່ຽວຂ້ອງ​ເພື່ອ​ເພີ່ມ​ແຮງ​ກົດ​ດັນ​ໃສ່​ເງິນ​ຢວນຈີນ.​ບຸກ​ຄົນ​ຜູ່​ມີ​ຊື່​ສຽງທີ່​ມີ​ສາຍຕາ​ເຫັນ​ກວ້າງ​ມອງ​ໄກ​ຫຼາຍໆ​ຄົນ​ລ້ວນ​ແຕ່​ເຫັນ​ວ່າ,​ບັນ​ຫາ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ກັບ​ຕຳ​ແໜ່​ງວຽກ​ເຮັດ​ງານ​ທຳ​ຂອງ​ອາ​ເມ​ລິ​ກາ​ມີ​ສ່ວນ​ພົວພັນ​ບໍ່​ຫຼາຍ​ປານ​ໃດ,ສະ​ນັ້ນ,ການ​ເວົ້າ​ໂຍກ​ບັນຫາ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນບໍ່​ມີ​ຜົນ​ດີ​ຫຍັງ​ເລີຍ.ຫວ່າງ​ມໍ່ໆ​ມາ​ນີ້,ດຣ.​ເດ​ເລັກ ຊີ​ຊາສ ນັກ​ເສດຖະສາດ​ຂອງ​ມູນ​ນິທິ​ອະນຸລັກ​ນິຍົມ​ຊຶ່ງ​ເປັນ​ສະ​ຖາ​ບັນ​ລະດົມ​ຄວາມຄິດທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ​ໄດ້​ຂຽນ​ບົດ​ຄວາມ​ພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ​"ອັດຕາ​ແລກປ່ຽນ​ເງິນ​ຢວນ,ຄ່າ​ອຸດ​ໜູນ​ກັບ​ຕຳ​ແໜ່​ງວຽກ​ເຮັກ​ງານ​ທຳ​ຂອງ​ອາ​ເມ​ລິ​ກາ",​ເພື່ອ​ວິຈານຕໍ່​ບັນຫາ​ດັ່ງກ່າວ.ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ນັກ​ຂ່າວCRIລາຍ​ງານ​ຈາກ​ອາ​ເມ​ລິ​ກາ.

ໃນ​ບົດ​ຄວາມ​ພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ"ອັດຕາ​ແລກປ່ຽນ​ເງິນ​ຢວນ,ຄ່າ​ອຸດ​ໜູນ​ກັບ​ຕຳ​ແໜ່​ງວຽກ​ເຮັກ​ງານ​ທຳ​ຂອງ​ອາ​ເມ​ລິ​ກາ",ດຣ.​ເດ​ເລັກ ຊີ​ຊາສ​ໄດ້​ແຕ້ມ​ຮູບ​ເສັ້ນ​ຄົດ​ຫຼາຍ​ໃ​ບ​ເພື່ອ​ອະທິບາຍ​ການ​ພົວພັນລະ​ຫວ່າງ​ອັດຕາ​ແລ​ກປ່ຽນ​ເງິນ​ຢວນກັບ​ການ​ປະກອບ​ອາຊີບ​ຂອງ​ອາ​ເມ​ລິ​ກາ.ທ່ານ​ກ່າວ​ວ່າ:

"ຖ້າ​ເບິ່ງການ​ພົວພັນ​ລະຫວ່າງ​ອັດຕາ​ແລກປ່ຽນ​ເງິນຕາ​ກັບ​ການ​ປະກອບ​ອາຊີບ​ໃນ​ໄລຍະ​ຍາວ​ນານ​ແລ້ວ​ເຫັນ​ວ່າ:ໃນ​ປີ1994,​ເງິນ​ຢວນຕໍ່​​ເງິນ​ໂດ​ລາ​ສະຫະລັດ​ໄດ້​ປະກົດ​ມີ​ສະພາບ​ຕົກ​ຄ່າ,​ໃນ​ໄລຍະ​ນັ້ນ,ອັດຕາ​ຫວ່າງ​ງານຂອງ​ອາ​ເມ​ລິ​ກາ​ແມ່ນ​ຕົກ​ຕ່ຳລົງ.​ເ​ລີ່​ມ​ແຕ່​ປີ2005​ເປັນ​ຕົ້ນ​ໄປ,​ເງິນ​ຢວນຕໍ່​ເງິນ​ໂດ​ລາ​ຄ່ອຍໆ​ແຂງຄ່າ​ຂຶ້ນ,ອີງ​ຕາມ​ກົດ​ເກນ​ນີ້​ຄວນ​ ​ສ້າງ​ຕຳ​ແໜ່ງວຽກ​ເຮັດ​ງານ​ທຳ​ໃຫ້​ອາ​ເມ​ລິ​ກາ,​ແຕ່​ອັດຕາ​ຫວ່າງ​ງານ​ຂອງ​ອາ​ເມ​ລິກ​ຊ້ຳພັດ​ສູງ​ຂຶ້ນ​ຫຼາຍ​ສົມຄວນ.ສະ​ນັ້ນ,ມັນ​ເບິ່ງ​ບໍ່​ອອກ​ວ່າ​ແມ່ນ​ອັດຕາ​ແລກປ່ຽນ​ເງິນ​ຢວນ​ໄດ້​​ເຮັດ​ໃຫ້​ຕຳ​ແໜ່​ງວຽກ​ເຮັດ​ງານ​ທຳ​ຂອງ​ອາ​ເມ​ລິ​ກາ​ຫຼຸດ​ໜ້ອຍ​ລົງ,​ແຕ່​ຫາກ​ແມ່ນ​ຍ້ອນ​ປັດ​​ໄຈ​ອື່ນ​ອີກ​ຈຳນວນ​ໜຶ່ງ​ຈິ່ງ​ພາ​ໃຫ້​ເກີດ​ມີ​ປະ​ກົດ​ການ​ດັ່ງ​ກ່າວ.​​​"

ດຣ. ເດ​ເລັກ ຊີ​ຊາສ ​ເຫັນ​ວ່າ,ອາ​ເມ​ລິ​ກາ​ຖ້າ​ຢາກ​ກະ​ຕຸ້ນ​ໃຫ້ການ​ປະກອບ​ອາຊີບຟື້ນ​ຕົວ​ດີ​ຂຶ້ນ​ກໍ່​ຈຳ​ເປັນ​ຕ້ອງ​ແກ້​ໄຂ​ດ້ວຍ​ຕົນ​ເອງ​ຫາກ​ບໍ່​ຄວນ​ໂຍນໂທດ​ໃຫ້ຈີນ.ທ່ານ​ກ່າວ​ວ່າ:

"ມາ​ຮອດ​ປະຈຸ​ບັນ,ລວມຍອດປະລິມານ​ເສດຖະກິດ​ອາ​ເມ​ລິ​ກາຍັງ​ໃຫຍ່​ກວ່າ​ຈີນ​ຄື​ເກົ່າ,ສະ​ນັ້ນ,ການ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ອາ​ເມ​ລິ​ກາ​ໄດ້​ສ້າງ​ຜົນ​ກະທົບ​ຕໍ່​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ຫຼາຍ​ກວ່າ​ຜົນ​ສະທ້ອນ​ຂອງການ​ເຄື່ອນ​ໄ​ຫວທາງ​ດ້ານ​ເສດຖະກິດ​ຈີນ​ທີ່​ມີ​ຕໍ່​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ນັ້ນ​ຢ່າງ​ຫຼວງ​ຫຼາຍ.ບັນ ຫາ​ຂອງ​ອາ​ເມ​ລິ​ກາ​ແມ່ນ​ຂຸມ​ການ​ເງິນ​ໃນ​ປະຈຸ​ບັນ​ຢູ່​ໃນ​ລະດັບ​ສູງ​ໂພດ,ຊຶ່ງ​ໄດ້​ຍາດ​ເອົາ​ທຶນ​ພາກ​ເອກະ​ຊົນ​ຈົນ​ເຮັດ​ໃຫ້​ຍາກ​ທີ່​ຈະ​ສ້າງ​ຕຳ​ແໜ່​ງວຽກ​ເຮັດ​ງານ​ທຳ​ໄດ້,ສະ​ນັ້ນ,ສິ່ງ​ສຳຄັນທີ່​ຄວນ​ເຮັດ​ທີ່​ສຸດ​ໃນ​ປະຈຸ​ບັນ​ແມ່ນ​ຫຼຸດ​ຂຸມ​ການ​ເງິນ,ສ່ວນ​ບັນຫາ​​ເງິນ​ຢວນພຽງ​ແຕ່​ເປັນ​ຜູ່​ ​ຮັບ​ເຄາະ​ແທນ​ເທົ່າ​ນັ້ນ,ມັນ​ບໍ່​ສາມາດ​ປ່ຽນ​ແປງ​ສະພາບ​​ໃນ​ປະຈຸ​ບັນ​ຢ່າງ​ແທ້​ຈິງໄດ້."

ດຣ. ເດ​ເລັກ ຊີ​ຊາສ​ເຫັນ​ວ່າ: ອາ​ເມ​ລິ​ກາ​ປະສົບ​ບັນຫາ​​ເສຍປຽບ​ດຸນ​ການ​ຄ້າ​​ໃນ​ມູນ​ຄ່າ​ຈຳນວນ​ຫຼວງ​ຫຼາຍ​ຈາກ​ການ​ຄ້າ​ກັບ​ຈີນ​ແທ້.​ໃນ​ຂະນະ​ດຽວ​ກັນ,ອາ​ເມ​ລິ​ກາ​ແລະ​ຈີນ​ມີ​ຄວາມ​ຂັດ​ແຍ່ງ​ຢ່າງ​ແທ້​ຈິງ​ໃນ​ບັນຫາ​ການ​ຄ້າ,​ແຕ່​ບໍ່​ຄວນ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ດ້ວຍ​ການ​ສ້າງ​ຍັດຕິ​ກົດໝາຍ​ແຕ່​ຝ່າຍ​ດຽວ.​ແຕ່​ຄວນ​ແກ້​​ໄຂ​ດ້ວຍ​ການ​ເຈລະຈາ​ໃນ​ໂອກາດ​ຫຼາຍ​ຢ່າງ​ເຊັ່ນ​ອົງການ​ການ​ຄ້າ​ໂລກ​ແລະ​ອື່ນໆ.ທ່ານ​ກ່າວ​ວ່າ,ຈີນ​ໃນ​ຖານະ​ເປັນ​ອົງ​ກອນ​ເສດຖະກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ,ຄວນ​ສ້າງ​ນະ​ໂຍບາຍ​ເສດຖະກິດ​ຕາມ​ສະ​ພາ​ບຕົວ​ຈິງ​ຂອງ​ປະ​ເທດ​ຕົນ​ໂດຍ​ບໍ່​ຕ້ອງ​ສົງ​ໃສ​ເລີຍ.

ດຣ. ເດ​ເລັກ ຊີ​ຊາສກ່າວ​ຕັກ​ເຕືອນ​ວ່າ,ຖ້າວ່າ​ບັນຫາ​ອັດຕາ​ແລກປ່ຽນ​ເງິນ​ຢວນ​ເປັນ​ການ​ເລີ່​ມຕົ້ນ​ຄວາມ​ຂັດ​ແຍ່ງ​ດ້ານ​ການ​ຄ້າອັນ​ໜັກໜ່ວງ​ທາງລະຫວ່າງ​ສອງ​ປະ​ເທດ​ອາ​ເມ​ລິ​ກາ​ຈີນ,ອາ​ເມ​ລິ​ກາ​ກໍ່​ຈະ​ເສຍ​ຄວາມ​ສາມາດ​ໃນ​ການ​ນຳພາ,​ໃນ​ນັ້ນ,ຜົນ​ສະ​ທ້ອນ​ຕໍ່​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ແມ່ນ​ຫຼາຍ​ກວ່າ​ດ້ານ​ອື່ນໆ​ໝົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ