ທ່ານ​ອູ​ປາງ​ໂກ​ພົບ​ປະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ

(GMT+08:00) 2011-10-13 16:29:21     cri

ວັນ​ທີ 12 ຕຸລາ​ນີ້ ຢູ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ອູປາງ​​ໂກ,​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ​ໄດ້​ພົບ​ປະ​ທ່ານ​ວຼາ​ດີ​ເມຍ ປູ​ຕິນ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ທີ່​ມາ​ຢ້ຽມ​ຢາມ.​ທ່ານ​ອູ​ປາງ​ໂກ ກ່າວ​ວ່າ,​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​​ແລະ​ຣັດ​ເຊຍ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ແມ່ນ​ການ​ຄັດ​ເລືອກ​ທາງ​ຍຸດ​ທະ​ສາດ​ຂອງ​ຈີນ,​ຈີນ​ຈະ​ຖື​ຣັດ​ເຊຍ​ເປັນ​ຄູ່​ຍຸ​ດທະ​ສາດ​ຕົ້ນ​ຕໍ ທີ່​ສຳ​ຄັນ​ກວ່າ​ໝູ່​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ທ່ານ​ອູ​ປາງ​ໂກ​ຍັງ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ຄະນະ​ກຳມະການ​ການຮ່ວມ​ມືລະ ຫວ່າງ​ສະພາ​ຈີນ-ຣັດ​ເຊຍ ທີ່​ໄດ້​ຍົກ​ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຢ່າງ​ໃຫຍ່.

ທ່ານ​ປູ​ຕິນ ກ່າວ​ວ່າ, ການ​ພັດທະນາ​ການ​ພົວພັນ​ກັບ​ຈີນ ​ແມ່ນ​ທິດ​ທາງ​ພັດ​ທະ​ນາ​ກ່ອນ​ໝູ່​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຣັດ​ເຊຍ,​ບັນ​ດາ​ພັກ​ການ​ເມືອງ​ແລະ​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ຂອງ​ຣັດ​ເຊຍ​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ຕໍ່​ເລື່ອງ​ນີ້, ​ແລະ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ບໍ່​ວ່າ​ໃນ​ເວ​ລາ​ໃດ.​ຣັດ​ເຊຍ​​ໃຫ້​ຄວາມ​ສຳ​ຄັນ​ແລະ​ສະ​ໜັບ​ສະ​ໜູນ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ​ສອງ​ປະ​ເທດ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ