ທ່ານ​ເວີ່ນ​ເຈ່ຍ​ປາວ​ພົບ​ປະ​ທ່ານ​ຫງວຽນ​ຟູ​ຈົ່ງ,​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​​ຄອມ​ມູ​ນິດ​ຫວຽດ​ນາມ

(GMT+08:00) 2011-10-13 17:51:01     cri

ວັນ​ທີ12​ຕຸລາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເວີ່ນ​ເຈ່ຍ​ປາວ,ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ທ່ານ​ຫງວຽນ​ຟູ​ຈົ່ງ,​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ​ທີ່​ມາ​ຢ້ຽມ​ຢາມ.​ທ່ານ​ເວີ່​ນ​ເຈ່ຍ​ປາວ​ກ່າວ​ວ່າ,​ສອງ​ພັກ​ສອງ​ລັດ​ຈີນ​ຫວຽດ​ນາມ​ຄວນ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ປົກ​ປັກ​ຮັກ​ສາ​ຄວາມ​ສາ ມັກ​ຄີ,​ເພີ່ມ​ທະ​ວີ​ການ​ຮ່ວມ​ມື,​ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ ດ້ານ​ຈີນ​ຫວຽດ​ນາມ​ຈະ​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ປອດ​ໄສ,​ໝັ້ນ​ທ່ຽງ​ເປັນ​ເວ​ລາ​ຍາວ​ນານ.

ທ່ານ​ຫງວຽນ​ຟູ​ຈົ່ງ​ສະ​ແດງ​ຄວາມຍ້ອງ​ຍໍ​ສັນລະ​ເສີນ​ຕໍ່​ຜົນສຳ​ເລັດ​ທີ່​ຈີນ​ໄດ້​ຮັບ​ນັບ​ແຕ່​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​30​ກວ່າ​ປີ​ມາ​ນີ້.​ທ່ານ​ກ່າວ​ວ່າ,​ຫວຽດ​ນາມ​ຍິນ​ດີ​ຮ່ວມ​ກັນ​ກັບ​ຈີນ,​ຕັ້ງ​ໜ້າ​ປະ​ຕິ​ບັດ​ຕາມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ອັນ​ສຳ​ຄັນ​ຂອງ​ຜູ່​ນຳ​ສອງ​ປະ​ເທດ,​ປະ​ຕິ​ບັດ​ຕາມ​ແຜນ​ການ​ພັດ​ທະ​ນາ​5​ປີ​ຂອງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ສອງ​ປະ​ເທດ​ໄດ້​ເຊັນ​ກັນ,​ລົງ​ເລິກ​ການ​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ປົກ ຄອງ​ປະ​ເທດ,​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ​ຈີນ​ໃຫ້​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ