ຈີນ​ຮຽກຮ້ອງ​ໃຫ້​ໄທ,ລາວ​ແລະ​ມຽນ​ມາ​ສືບ​ສວນ​ເຫດ​ການ​ທີ່​ລູກ​ເຮືອ​ຈີນ​ຖືກ​ຫຼອນ​ໂຈມ​ຕີ​ຢູ່​ແມ່​ນ້ຳ ຂອງ​ນັ້ນ​ໂດຍ​ໄວ

(GMT+08:00) 2011-10-13 18:04:16     cri

ວັນ​ທີ13​ຕຸລາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ,ທ່ານ​ລິວ​ເວີຍ​ມີນ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ແນະ​ນຳ​ສະ​ພາບ​ການ​ທີ່​ທ່ານ​ຊົ້ງ​ທ່າວ,​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຮຽກ​ພົບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສາມ​ປະ​ເທດ​ ຄື:​ໄທ,​ລາວ​ແລະ​ມຽນ​ມາ​ເພື່ອ​ຕໍ່​ວ່າ​ຕໍ່​ຂານ​ກ່ຽວ​ກັບ​ເຫດ​ການ​ທີ່​ລູກ​ເຮືອ​ຈີນ​ຖືກ​ຫຼອນ​ໂຈມ​ຕີ​ຢູ່​ເທິງ​ແມ່​ນ້ຳ​ຂອງ.

ທ່ານ​ລິວ​ເວີຍມີນກ່າວ​ວ່າ,ລັດຖະ​ບານ​ຈີນ​ຖະ​ໜຸ​ຖະ​ໜອມ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ຂອງ​ພົນລະ​ເມືອງ​ຈີນ​ທຸກ​ຄົນ,ຈະ​ສືບ​ສວນ​ເຫດ​ການ​ນີ້​ຢ່າງ​ເຖິງ​ຖອງ,​ແລະ​ລົງ​ໂທດ​ຜູ່​ຕ້ອງ​ໂທດ.​ຈີນ​ຮຽກ ຮ້ອງ​ໃຫ້​ສາມ​ປະ​ເທດ​ ຄື:ໄທ,ລາວ​ແລະ​ມຽນ​ມາ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ໃນ​ວຽກ​ດັ່ງ​ລຸ່ມ​ນີ້,ຄື:

"ໜຶ່ງ,​ເພີ່ມ​ຄວາມ​ແຮງ​ດ້ານ​ການ​ສືບສວນ,​ເພື່ອ​ຊອກ​ຮູ້​ເລື່ອງ​ຈິງ​ແລະ​ແຈ້ງ​​ໃຫ້​ຝ່າຍ​ຈີນ​ຊາບ​ຢ່າງ​ທັນ​ການ,​ລົງ​ໂທດ​ຜູ່​ຕ້ອງ​ໂທດ​ຢ່າງ​ເຄັ່ງ​ຄັດ​ຕາມ​ກົດ​ໝາຍ;​ສອງ,​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ແລະ​ປົກ​ປ້ອງ​ໃຫ້​ລູກ​ເຮືອ​ຈີນ​ທີ່​ຍັງ​ຕິດ​ຄ້າງ​ຢູ່​ທ່າ​ເຮືອ​ຊຽງ​ແສນ​ຂອງ​ໄທ,​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ລູກ​ເຮືອ,​ແລະ​ສະ​ໜອງ​ຄວາມ​ສະ​ດວກ​ແລະ​ການ​ຊ່ວຍ​ເຫຼືອ​ໃຫ້​ເຮືອ​ລາດຕະ​ເວນ​ຂອງ​ຕຳ​ຫຼວດ​ຈີນ​ທີ່​ໄປ​ຮັບ​ລູກ​ເຮືອ​ຈີນ;​ສາມ,​ຕ້ອງ​ໃຊ້​ມາດ​ຕະ​ການ​ຢ່າງ​ແທ້​ຈິງ,​ເພີ່ມ​ທະວີ​ການ​ປົກ​ປ້ອງ​ຕໍ່​ລູກ​ເຮືອ​ຈີນ​ທີ່​ເດີນ​ເຮືອ​ຢູ່​ໃນ​ເຂດ​ລ່ອງ​ແມ່​ນ້ຳ​ຂອງ,​ຫຼີກ​ເວັ້ນ​ບໍ່​ໃຫ້​ເກີດ​ເຫດ​ການ​ລັກ​ສະ​ນະ​ຮ້າຍ​ແຮງ​ແບບ​ນີ້​ອີກຢ່າງ​ເ​ດັດ​ຂາດ.ຈີນ​ຈະ​ຮ່ວມ​ກັນ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເພີ່ມ​ວິ​ທີ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ທາງ​ເດີນ​ເຮືອ​ຢູ່​ເຂດ​ລ່ອງ​ແມ່​ນ້ຳ​ຂອງ,​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ແລະ​ປະ​ສານ​ງານ,​ຮ່ວມ​ກັນ​ປົກ​ປ້ອງ​ຄວາມ​ປອດ​ໄພ​ຂອງ​ທາງ​ເດີນ​ເຮືອ​ສາ​ກົນ​ອັນ​ສຳ​ຄັນ​ສາຍ​ນີ້."

ທ່ານ​ລິວ​ເວີຍ​ມີນ​ເຜີຍ​ໃຫ້​ຮູ້​ວ່າ,​ເອກ​ອັກຄະ​ລັດ​ຖະທູດ​ສາມ​ປະ​ເທດສະ​ແດງ​ຄວາມ​ໄວ້ອາ​ໄລ​ດ້ວຍ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຕໍ່​ລູກ​ເຮືອ​ຈີນ​ທີ່​ເສຍ​ຊີ​ວິດ​ຍ້ອນ​ຖືກ​ຫຼອນ​ໂຈມ​ຕີ,​ແລະ​ກ່າວ​ວ່າ,​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ຕໍ່​ວ່າ​ຕໍ່​ຂານ​ຂອງ​ຈີນ​ແລະ​ຈະ​ລາ​ຍງານ​ໃຫ້​ລັດ​ຖະ​ບານ​ຂອງ​ຕົນ​ໃນ​ທັນທີ, ຍິນ​ດີ​ອອກ​ແຮງ​ປະ​ສານ​ງານ​ກັບ​ຈີນ,ດຳ​ເນີນ​ການ​ສຳ​ຫຼວດ​ຢ່າງ​ຕັ້ງ​ໜ້າ,​ແລະ​ອອກ​ແຮງ​ຊ່ວຍ​ເຫຼືອ​ວຽກ​ງານ​ຊຳ​ລະ​ສະ​ສາງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ